|
 |
(GMT+08:00)
2006-07-10 09:23:59
|
 |
ຈີນຊ່ອຍປະເທດອາຊຽນທີ່ຢູ່ໃກ້ຄຽງຂະຫຍາຍການປູກພືດແທນຕົ້ນຝິ່ນ
cri
Author: sayvanny
ເດືອນຕຸລາປີກາຍນີ້, ແຂວງຫລວງນ້ຳທາກັບບໍລິສັດລີລຽງແຂວງຢຸນນານຈີນໄດ້ເຊັນສັນຍາຮ່ວມມືໂຄງການປູກແລະປຸງແຕ່ງອ້ອຍແລະມັນ ຕົ້ນ,ໂຄງການນີ້ມີເນື້ອໃນວ່າ: ພາຍໃນເວລາ 5 ປີ,ຈະປູກອ້ອຍແລະມັນຕົ້ນ 1 ແສນເຮັກຕາເພື່ອແທນການປູກຝິ່ນ.ນອກນີ້, ໂຄງການປູກຢາງພາລາທີ່ຈີນກັບລາວຮ່ວມມືກັນນັ້ນກໍ່ໄດ້ສ້າງແຫລ່ງເບ້ຍຢາງພາລາ 3 ລ້ານ 5 ແສນຕົ້ນ,ພາຍໃນເວລາ 8 ປີ,ຈະປູກຢາງພາລາຢູ່ໃນແດນລາວຢ່າງຫນ້ອຍ 1 ແສນເຮັກຕາ,ຊາວນາທ້ອງຖີ່ນນັ້ນຈະໄດ້ຮັບປະສິດທິຜົນ.
ທ່ານວາງຈຸນຜິງ ປະທານກຸ່ມບໍລິສັດລີລຽງຢຸນນານຈີນເວົ້າຕໍ່ນັກຂ່າວວ່າ:
ບໍລິສັດຂ້າພະເຈົ້າແມ່ນກຸ່ມເອກະຊົນສັງລວມທີ່ຂະຫຍາຍຕົວຂຶ້ນໂດຍຖືການຜະລິດນ້ຳຕານເປັນພື້ນຖານ.ພວກຂ້າພະເຈົ້າມີແຫລ່ງປູກອ້ອຍຢູ່ພາກເຫນືອລາວແລະມຽນມາ,ພ້ອມກັນກັບການຊ່ອຍເຂົາເຈົ້າຂະຫຍາຍການປູກຝັງແລ້ວ, ພວກຂ້າພະເຈົ້າຍັງໄດ້ປູທາງແລະສ້າງຂົວຢູ່ແຫ່ງເຫລົ່ານີ້.ດຽວນີ້,ທາງຫລວງແລະຂົວຢູ່ເຂດພິເສດທີສີ່ຂອງມຽນມາທີ່ຕົກເປັນມູນຄ່າ 14 ລ້ານຢວນກໍ່ແມ່ນບໍລິສັດນີ້ເປັນຜູ່ຊ່ອຍສ້າງຂຶ້ນ.
1 2 3 4 5 6 7
|
|
|