ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 09:23:59    
ຈີນ​ຊ່ອຍ​ປະ​ເທດ​ອາ​ຊຽນ​ທີ່​ຢູ່​ໃກ້​ຄຽງ​ຂະ​ຫຍາຍ​ການ​ປູກ​ພືດ​ແທນ​ຕົ້ນ​ຝິ່ນ

cri Author: sayvanny

ອັນ​ທີ່​ວ່າການ​ປູກ​ພືດ​ທົດ​ແທນ​ແມ່ນ​ໝາຍ​ເຖິງ:​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ພູ​ມີ​ພາກ,ດ້ານ​​ເຕັກນິກ​ແລະ​ດ້ານ​ເງິນ​ທຶນ​ຂອງ​ແຂວງ​ຢຸນານ, ຖື​ຕະ ຫລາດ​ເປັນ​ການ​ຊີ້​ນຳ,ສະຫນອງ​ເຕັກນິກ​ແລະ​ແນວ​ປູກ,ຊ່ອຍ​ເຫລືອ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອ້ອມ​ຂ້າງ​ປູກ​ພືດ​ກະ​ສິ​ກຳ ພືດ​ອຸດ​ສາ​ຫະ​ກຳ​ແລະ​ຜະ​ລິດ​ຕະ​ພັນ​ອື່ນໆ​ເຂົ້າ​ແທນ​ການ​ປູກ​ຝິ່ນ,​ເພື່ອ​ຕັດ​ການ​ອາ​ໃສ​ເສດ​ຖະ​ກິດ​ຢາ​ເສບ​ຕິດ​ຂອງ​​ເຂດ​ແຄວ້ນ​ນີ້,​ເອົາ​ເສດ​ຖະ​ກິດ​ທີ່​ມີ​ຜົນ​ດີ​ມາ​ເຂົ້າ​ແທນ​ເສດ​ຖະ​ກິດ​ຢາ​ເສບ​ຕິດ.

ທ່ານ​ເຊີນ​ຊີ​ເວົ້າວ່າ:

ຕົ້ນ​ຝິ່ນ​ແມ່ນ​ພືດ​ທີ່​ປູກ​ງ່າຍ​ທີ່​ສຸດ,ນີ້​ເຮັດ​ໃຫ້​ຊາວ​ປູກ​ຝິ່ນ​ມີ​ຝີ​ມື​ອອ​ກ​ແຮງ​ງານ​ຫລ້າ​ຫລັງ​ໂດຍ​ທຽບ​ຖານ,​ໃນ​ຫົວ​ສະ​ໝອງ​ຂອງ​ເຂົາ​ເຈົ້າ​ຮູ້​ແຕ່​ປູກ​ຝິ່ນ​ພືດ​ຊະນິດ​ດຽວທໍ່​ນັ້ນ,ຫາກ​ບໍ່​ຮູ້​ວິທີ​ປູກ​ພືດ​ອື່ນໆ,ນີ້​ແມ່ນ​ປະ​ກົດ​ການ​ທົ່ວ​ໄປ​ຢູ່​ພາກ​ເຫນືອ​ລາວ​ແລະ​ມຽນມາ.​ໂດຍ​ແນ​ໃສ່​ສະ​ພາບ​ດັ່ງ​ກ່າວ,ຈີນ​ໄດ້​ແຕ່ງ​ພະ​ນັກ ງານ​ເຕັກ​ນິກ​ຈຳ​ນວນ​ຫລວງ​ຫລາຍ, ​ໄດ້​ລົງ​ທຶນ​ກ້ອນ​ໃຫຍ່,ສະ​ຫນອງ​ແນວ​ປູກ​ແລະກົນ​ຈັກ​ຂະ​ໜາດ​ນ້ອຍ,ຈັດ​ຫ້ອງ​ອົບ​ຣົມ​ຄວາມ​ຮູ້​ກະ​ສິ​ກຳ,​ເມື່ອ​ໄດ້​ພະ​ຍາ​ຍາມ​ເປັນ​ເວລາ 10 ປີ, ຈິ່ງ​ຄ່ອຍໆ​ເຮັດ​ໃຫ້​ການ​ປູກ​ພືດ​ທົດ​ແທນ​ຝິ່ນ​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ.

1  2  3  4  5  6  7