|
 |
(GMT+08:00)
2006-07-10 09:23:59
|
ຈີນຊ່ອຍປະເທດອາຊຽນທີ່ຢູ່ໃກ້ຄຽງຂະຫຍາຍການປູກພືດແທນຕົ້ນຝິ່ນ
cri
Author: sayvanny
ທ່ານເຊິນຊີ້ ຜູ່ຊ່ຽວຊານທີ່ຄົ້ນຄວ້າບັນຫາອາຊຽນແນະນຳວ່າ:
ປີ 1990 ແຂວງຢຸນນານຈີນໄດ້ສະເຫນີໃຫ້ປູກພືດທົດແທນຢູ່ພາກເຫນືອຂອງລາວແລະມຽນມາເປັນຄັ້ງທຳອິດ,ພາກສວນທີ່ກ່ຽວຂ້ອງຂອງແຂວງຢຸນນານ ບັນດາກິ່ງແຂວງເມືອງແລະວິສາຫະກິດທີ່ກ່ຽວຂ້ອງກໍ່ໄດ້ຫາລືກັບອົງການປົກຄອງທ້ອງຖີ່ນຂອງລາວແລະມຽນມາ.ໃນຄາວນັ້ນ,ຄວາມຫມາຍເດີນຂອງການປູກພືດທົດແທນແມ່ນເພື່ອແກ້ໄຂບັນຫາກິ່ນອິ່ມຂອງມວນຊົນທີ່ປູກຝິ່ນ.
ເຖິງວ່າການຄ້າຢາເສບຕິດມີກຳໄລສູງກໍ່ຕາມ,ແຕ່ຊາວປູກຝິ່ນພັດທຸກຍາກຫລາຍ,ບວກກັບບ່ອນທີ່ປູກຝິ່ນສ່ວນຫລາຍບໍ່ໄດ້ປູກພືດກະສິກຳແລະພືດອຸດສາຫະກຳອື່ນໆ,ສະນັ້ນ,ມວນຊົນທ້ອງຖີ່ນນີ້ໄດ້ຕົກຢູ່ໃນສະພາບການຂາດເຂີນອາຫານຍາວຕັ້ງເຄິ່ງປີຂຶ້ນໄປໃນຫນຶ່ງປີ.
1 2 3 4 5 6 7
|
|
|