ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 09:23:59    
ຈີນ​ຊ່ອຍ​ປະ​ເທດ​ອາ​ຊຽນ​ທີ່​ຢູ່​ໃກ້​ຄຽງ​ຂະ​ຫຍາຍ​ການ​ປູກ​ພືດ​ແທນ​ຕົ້ນ​ຝິ່ນ

cri Author: sayvanny

ຕາມ​ຊາບ​ວ່າ,​ໃນ 10 ກວ່າ​ປີ​ມາ​ນີ້,ວິ​ສາ​ຫະ​ກິດ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ແຂວງ​ຢຸນ​ນານ​ໄດ້​ສະຫນອງ​ແນວ​ປູກ​ທັນ​ຍາ​ຫານ​ແລະ​ແນວ​ປູກ​ພືດ​ອື່ນໆ​​ໂດຍ​ຟີ​ຫລື​ດ້ວຍ​ລາຄາ​ຖືກ​​ໃຫ້​ລາວ​ແລະ​ມຽນ​ມາ​ຕັ້ງ​ຫລາຍ​ຮ້ອຍ​ໂຕນ,​ເບ້ຍ​ໄມ້​ຊະ​ນິດ​ຕ່າງໆ​ຫລາຍ​ແສນ​ຕົ້ນ,​ ​ແຕ່ງ​ຜູ່​ຊ່ຽວ​ຊານ​ແລະ​ພະ​ນັກ​ງານ​ເຕັກ​ນິກ​ປະ​ເພດ​ຕ່າງໆ 3000 ກວ່າ​ເທື່ອ​ຄົນ, ລັດ​ຖະ​ບານ​ຈີນ​ແລະ​ອົງ​ການ​ປົກ​ຄອງ​ແຂວງ​ຢຸນ​ນານ​ໄດ້​ລົງ​ທຶນ 500 ລ້ານ​ກວ່າ​ຢວນ, ຊ່ອຍ​ປະ​ເທດ​ອ້ອມ​ຂ້າງ​ຄື​ລາວ​​ແລະ​ມຽນມາ​ປູກ​ພືດ​ແທນ​ຝິ່ນ 46 ພັນ​ກວ່າ​ເຮັກ​ຕາ.

ທ່ານ​ຢາງ​ຄຸນ​ສິງ ພະ​ນັກ​ງານ​ການ​ຄ້າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ທີ່​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ​ປູກ​ພືດ​ແທນ​ຝິ່ນ​ແຂວງ​ຢຸນນານ​ເວົ້າວ່າ:

ການ​ປູກ​ພືດ​ແທນ​ຕົ້ນ​ຝິ່ນ​ຢູ່​ເຂດ​ຊາຍ​ແດນ​ລາວ​ແລະ​ມຽນ​ມາ​ມີ​ຊ່ອງ​ຫວ່າງ​ຂະ​ຫຍາຍ​ຕົວ​ຢ່າງ​ກວ້າງ​ຂວາງ, ຈີນ​ຊ່ອຍ​ເຫລືອ​ປະ​ເທດ​ອ້ອມ​ຂ້າງ​ປູກ​ພືດ​ແທນ​ຝິ່ນ​ແມ່ນ​ຄວາມ​ຕ້ອງ​ການ​ຂອງ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ເກືອດ​ຫ້າມ​ຢາ​ເສບ​ຕິດ,​ແລະ​ກໍ່​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ອັນ​ຫນຶ່ງ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ໃນ​ສະ​ເພາະ​ຫນ້າ​ນີ້.

1  2  3  4  5  6  7