ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 09:23:59    
ຈີນ​ຊ່ອຍ​ປະ​ເທດ​ອາ​ຊຽນ​ທີ່​ຢູ່​ໃກ້​ຄຽງ​ຂະ​ຫຍາຍ​ການ​ປູກ​ພືດ​ແທນ​ຕົ້ນ​ຝິ່ນ

cri Author: sayvanny

​ໃນ​ຫລາຍ​ປີ​ມາ​ນີ້,​ແຂວງ​ຢຸນ​ນານ​ກັບ​ປະ​ເທດ​ອ້ອມ​ຂ້າງ​​ຮ່ວມ​ມື​ປູກ​ພືດ​ແທນ​ຝິ່ນ,​ເຕັກນິກ​ການ​ປູກ​ແລະ​ປຸງ​ແຕ່ງ​ຕົ້ນ​ຢາງ​ພາ​ລາ ​ເຂົ້າ​ນາ​ນ້ຳ ອ້ອຍ ໝາກ​ໄມ້​ແຖບ​ຮ້ອນ​ແລະ​ພືດ​ເສດ​ຖະ​ກິດ​ຍາມ​ລະດູ​ໜາວ​ແລະ​ລະດູ​ບານ​ໃໝ່​ໄດ້​ເຜີຍ​ແຜ່​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ​ລາວ​ແລະ​ລະ​ຫວ່າງ​ຈີນ​ມຽນມາ. ທ່ານ​ຈາວ​ຊຽນ​ມິງ ຕຳ​ຫລວດ​ກອງ​ປາບ​ຢາ​ເສບ​ຄິດ​ເມືອງ​ຫລ້າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​​ຢຸນ​ນານ​ບອກ​ນັກ​ຂ່າວ​ວ່າ, ນັບ​ມາ​ຮອດ​ປັດ​ຈຸ​ບັນ, ພວກ​ເຂົາ​ເຈົ້າ​ໄດ້​ຊ່ອຍ​ວິ​ສາ​ຫະກິດ 18 ​ແຫ່ງ​ປູກ​ພືດ​ແທນ​ຝິ່ນ​ຢູ່​ພາກ​ເຫນືອ​ລາວ,​ເຊິ່ງ​ມີ​ສິບ​ກວ່າ​ຊະນິດ​ຄື ອ້ອຍ ຢາງ​ພາລາ ໝາກ​ໂມ​ແລະ​ຫຸ່ງ​ສາ​ເປັນ​ຕົ້ນ.ກ່ອນ​ປີ 1999,​ເນື້ອ​ທີ່​ປູກ​ຝິ່ນ​ຢູ່ສີ່​ແຂວງ​ພາກ​ເຫນືອ​ລາວ​ມີ​ເກືອບ 2 ຫມື່ນ​ເຮັກຕາ, ​ເມື່ອ ສອງ​ຝ່າຍ​ລາວ​ກັບ​ຈີນ​ໄດ້​ພະຍາຍາມ​ເປັນ​ເວລາ​ຫລາຍ​ປີ​, ​ດຽວ​ນີ້, ​ເນື້ອ​ທີ່​ປູກ​ຝິ່ນ​ເກືອບ​ບໍ່​ມີ​ແລ້ວ.​ແຜນການ​ຍຸດ​ທະ​ສາດ​ຫ້າມ​ປູກ​ຝິ່ນ​ຫ້າ​ປີ​ແຕ່​ປີ 2001 ຫາ​ປີ 2005 ທີ່​ລັດ​ຖະ​ບານ​ລາວ​ວາງ​ອອກ​ນັ້ນ​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ແລ້ວ.ທ່ານ​ຈາວ​ຊຽນ​ມິງ​ເວົ້າ​ວ່າ:

ຢູ່​ແຂວງ​ຜົ້ງ​ສາ​ລີ, ປະ​ຊາ​ຊົນ​ທີ່​ປູກ​ຝິ່ນ​ຢູ່​ແຫ່ງ​ນັ້ນ​ໄດ້​ຫັນ​ມາ​ປູກ​ອ້ອຍ​ແລ້ວ, ມີ​ຄອບ​ຄົວ​ຫນຶ່ງ​ໄດ້ລາຍ​ຮັບ​ຫລາຍ​ທີ່​ສຸດ​​ບັນລຸ​ເຖິງ 2 ໝື່ນ​ກວ່າ​ຢວນ​ຕໍ່​ປີ.​ແຕ່​ກ່ອນ,ພວກ​ເຂົາ​ເຈົ້າ​ບໍ່​ມີ​ເງິນ​ຊື້​ລົດ​ຖີບ, ດຽວ​ນີ້,ຜ່ານ​ການ​ຮ່ວມ​ມື​ກັບ​ຈີນ,ພວກ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຊື້​ລົດ​ຈັກ​ໄດ້​ທໍ່​ນັ້ນ, ຫາກ​ຍັງ​ໄດ້​ຊື້​ລົດ​ຕຼາ​ເຕີ​ແລະ​ລົດ​ບັນ​ຈຸ​ສິນ​ຄ້າ​ຂະ​ຫນາດ​ນ້ອຍ​ຂອງ​ຈີນ​ອີກ.ຫລາຍໆ​ຄົນ​ໄດ້​ມ້າງ​ເຮືອນ​ມຸງ​ຫຍ້າ​ແລ້ວ​ປຸກ​ສ້າງ​ເຮືອນ​ດິນ​ຈີ່​ດິນຂໍ​ຂຶ້ນ,ຈົນ​ກວ່າ​ຢູ່​ຕາມ​ທາງ​ຍັງ​ໄດ້​ປຸກ​ວີ​ລາ​ທີ່​ສວຍ​ງາມ​ຂຶ້ນ,ຊີ​ວິດ​ການ​ເປັນ​ຢູ່​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫລວງ.

1  2  3  4  5  6  7