
ທ່ານ ສີຈິ້ນຜິງ ເນັ້ນໜັກໃຫ້ເອົາໃຈໃສ່ “ການພັດທະນາກຳລັງການປະມວນຜົນປະສານສົມທົບກັບພະລັງງານໄຟຟ້າ ແລະ ຊັບພະຍາກອນນ້ຳ” ໃນການພັດທະນາອຸດສາຫະກຳກຳລັງການປະມວນຜົນສີຂຽວ
“ການຈັດຕັ້ງປະຕິບັດໂຄງການ ‘ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ’, ສ້າງເຄືອຂ່າຍກຳລັງການປະມວນຜົນເຊື່ອມໂຍງທົ່ວປະເທດ ເປັນແຜນນະໂຍບາຍສຳຄັນໜຶ່ງຂອງສູນກາງພັກຄອມມູນິດຈີນ.”ວັນທີ 16 ຕຸລາ 2026, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນອູລານຊັບ ເຂດປົກຄອງຕົນເອງມົງໂກໃນ, ເພິ່ນໄດ້ລົງສຳຫຼວດເກັບກຳຂໍ້ມູນຢູ່ເຂດພັດທະນາເຕັກໂນໂລຊີຂັ້ນສູງ ຊາຮາ ເພື່ອຊອກຮູ້ສະພາບການຕ່າງໆກ່ຽວກັບເຂດປົກຄອງຕົນເອງມົງໂກໃນ ຊຸກຍູ້ການສ້າງສູນກາງເຊື່ອມຕໍ່ໂຄງການ “ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ”, ການພັດທະນາອຸດສາຫະກຳກຳລັງການປະມວນຜົນສີຂຽວ ແລະອື່ນໆເປັນຕົ້ນ, ໂອກາດດັ່ງກ່າວເພິ່ນໄດ້ສະເໜີຂໍ້ຮຽກຮ້ອງຢ່າງຈະແຈ້ງວ່າ: “ຕັ້ງໃຈຈັດຕັ້ງປະຕິບັດຕາມທິດປະສິດທິພາບສູງ, ສີຂຽວ ແລະປອດໄພ, ເອົາໃຈໃສ່ ‘ການພັດທະນາກຳລັງການປະມວນຜົນປະສານສົມທົບກັບພະລັງງານໄຟຟ້າ ແລະ ຊັບພະຍາກອນນ້ຳ”.
19-Oct-2026