ບົດທີ 8 ລົມກ໋ຽວກັບ​ຜູ້​ອື່ນ

 ຄຳ​ເຫັນ
 

ຕຸກກະຕາ ຟູ​ວາ​ແມ່ນສັດ​ນຳ​ໂຊກ​ຂອງ​ງານ​ກິລາ​ໂອ​ລິ​ມ ປິກ​ຄັ້ງ​ທີ29ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ປີ 2008. ສີສັນ​ແລະ​ຫົວ​ຄິດ​ປະດິດ​ສ້າງ​ຕຸກກະຕາ​ຟູ​ວາ​ແມ່ນ​ມາ​ຈາກ 5 ບ້ວງ​ໂອ​ລິ​ມປິກ ພູຜາ​ປ່າດົງ​​ ແມ່​ນ້ຳ​ລຳ​ເຊ ​ອັນ​ກວ້າງ​ໃຫຍ່​​ໄພສານ ຂອງ ​ຈີນ ​ແລະ​ຮູບລັກສະນະຂອງສັດ​ທີ່​ໜ້າ​ຮັກ. ຕຸກກະຕາ​ຟູ​ວາ​ແມ່ນ​ສົ່ງ​ນ້ຳ​ໃຈ​ມິດຕະພາບສັນຕິພາບ​ແລະຄວາມ​ບາກ​ ບັ່ນ​ສູ້​ຊົນ​ຢ່າງ​ຕັ້ງໜ້າ​ພ້ອມ​ດ້ວຍ​ຄວາມ​ປາຖະ​ໜາອັນດີງາມ​ທີ່​ສະ​ແດງ​ວ່າມະນຸດ​ກັບ​ທຳ​ມະ​ຊາດ​ເປັນ​ມິດ​ກັນ​ຕໍ່ປະຊາຊົນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ. ຕຸກກະຕາ​ຟູ​ວາ​ແມ່ນ​ຕຸກກະຕາ5​ໂຕ​ທີ່​ໜ້າ​ຮັກຫຼາຍ, ຮູບ​ຊົງ​ຂອງ​ມັນແມ່ນ​ອອກ​ແບບ​ຕາມ​ຮູ​ບຊົງຂອງປາ, ໝີ​ແພນດາ,​ ເຍືອງ​ຕິ​ເບ​ດ, ນົກ​ແອ່ນ​ພ້ອມ​ດ້ວຍ​ຮູບ​ຂອງ​​ໄຟ​ສັກສິດ​ໂອ​ລິ​ມປິກ. ຕຸກກະຕາ​ແຕ່ລະ​ໂຕ​ມີ​ຊື່​ມ່ວນ​ທີ່​ຈື່​ໄດ້​ງ່າຍໆ, ຄື ​​ເປ້​ເປ້ ຈິ່ງໆ ຮ່ວນໆ ອິງໆ ​ແລະ ນີໆ. ຢູ່​ຈີນ​, ຊື່​ພະຍາງ​ຊ້ຳ​ກັນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ຕໍ່​ລູກ​ຫຼານ. ​ເມື່ອ​​ເອົາ​ມາ​ໂຮມ​ກັນ​ເຂົ້າ, ກໍ່​​​ແມ່ນ​ຄຳ​ເຊື້ອ​ເຊີນ​ຂອງ​ປັກ​ກິ່ງ​ຕໍ່​ທົ່ວ​ໂລກ, ຄື北京欢迎您 ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ.