ບົດທີ 8 ລົມກ໋ຽວກັບ​ຜູ້​ອື່ນ

 ຄຳ​ເຫັນ
 
  • ນ້ອງ​ສາວ​ຂອງ​ເຈົ້າ​ເຮັດ​ວຽກ​ຫຍັງ? ​ໃນ​ເວລາ​ລົມ​ກັບ​ຜູ້​ອື່ນ, ​ເຈົ້າ​ອາດ​ຈະ​ຢາກ​ຮູ້​ວ່າ​ຄົນ​ຜູ້​ນີ້​ເຮັດ​ວຽກ​ຫຍັງ?ຖ້າວ່າ​ຢາກ​ຖາມ​ນ້ອງ​ສາວ​ຂອງ​ເຈົ້າ​ເຮັດ​ວຽກ​ຫຍັງ, ພາສາ​ຈີນ​ຄວນ​ເວົ້າ​ວ່າ: 你妹妹是作什么的? nǐmèimèishìzuòshénmēde? 你nǐ​ແປ​ວ່າ​ ​ເຈົ້າ. 妹妹mèīmei​ແປ​ວ່າ ນ້ອງ​ສາວ. 是shì​ແປ​ວ່າ ​ແມ່ນ. 作zuò ​ແປ​ວ່າ ​ເຮັດ. 什么shénmē ​ແປ​ວ່າ ຫຍັງ. 的de ຢູ່​ບ່ອນ​ນີ້​ແມ່ນ​ຄຳ​ຊ່ອຍ. ຖ້າວ່າ​ຢາກ​ຖາມ​ວ່າ"​ເຈົ້າ​ເຮັດ​ວຽກ​ຫຍັງ? ກໍ​ຕ້ອງ​ປ່ຽນ 你妹妹nǐmèīmèi ​ເປັນ 你nǐ .
  • ​ເຈົ້າ​ຄິດ​ວ່າ​ລາວ​ເປັນ​ຄົນ​ແນວ​ໃດ? ຫຼັງ​ຈາກ​ຮູ້​ອາຊີບ​ຂອງ​ລາວ​ແລ້ວ, ຂ້ອຍ​ຢາກ​ຮູ້​ລາວ​ຫຼາຍ​ກວ່າ​ເກົ່າ. "​ເຈົ້າ​ຄິດ​ວ່າ​ລາວ​ເປັນ​ຄົນ​ແນວ​ໃດ"? ພາສາ​ຈີນ​ຄວນ​ເວົ້າ​ວ່າ: 你觉得她怎么样? nǐjuédetāzěnmeyàng? 你nǐ ​ແປ​ວ່າ ​ເຈົ້າ . 觉得juéde ​ໃນ​ພາສາ​ຈີນ​ແປ​ວ່າ"ຮູ້ສຶກ". 她tā ​ແປ​ວ່າ ລາວ. 怎么样zěnmeyàng ​​ແມນ​ໃຊ້​ໃນ​ເວລາ​ຖາມ​ຄວາມ​ເຫັນ​ຂອງ​ເຈົ້າ​ກ່ຽວ​ກັບ​ຜູ້​ໃດ​ຜູ້​ໜຶ່ງ.
  • ລາວ​ງາມຫຼາຍ​ແລະ​ສະຫຼາດ​ຫຼາຍ. 她很漂亮.她特别聪明.tāhěnpiàoliàng. Tātèbiécōngmíng. 她tā​ແປ​ວ່າ ລາວ. . 很hěn ​ແປ​ວ່າ ຫຼາຍ, ທີ່​ສຸດ, 漂亮piàoliàng​ແປ​ວ່າ ງາມ​. 特别tèbié ​ແປ​ວ່າ​ ທີ່​ສຸດ. 聪明cōngmíng ​ແປ​ວ່າ ສະຫຼາດ.