ບົດທີ 39 ຝາກຫຼຶຖອນ​ເງິນ

 ຄຳ​ເຫັນ
 

ເປັນ​ມູນ​ເຊື້ອ​ມາ​ນີ້ ທີ່ປະຊາ​ຊົນ​ຈີນ​ແມ່ນ​ສົ່ງ​ເສີມ​ການ​ປະຢັດ​​ເງິນ.​ ປະຢັດ​ໃນ​ການ​ໃຊ້​ຈ່າຍ, ​ເມື່ອ​ມີ​ເງິນ​ເຫລືອ​ແລ້ວ​ ກໍ່​ໄປ​ຝາກ​ທະນາຄານ. ​ແຕ່​ໃນ​ສູ່​ມື້​ນີ້​, ທັດສະນະ​ບໍລິ​ໂພ​ກຂອງ​ຄົນ​ຈີນກໍ່ຄ່ອຍໆ​ປ່ຽນ​ແປງ​ແລ້ວ. ລັດຖະບານ​ສົ່ງ​ເສີມການບໍລິ​ໂພ​ກ.​ເມື່ອ​ຮອດ​ຍາມ​ບຸນ​ແລະ​ມື້​ພັກ, ຮ້ານ​ສັບ ພະ​ສິນຄ້າໃຫຍ່ຕ່າງໆໃນຕົວເມືອງ ລ້ວນແຕ່ຈັດກິດຈະກຳ ດຶງ​ດູດ​ໃຈຕ່າງໆ, ​ເຮັດ​ໃຫ້​ລູກ​ຄ້າ​ຄັບຄາ​ຫນາ​ແຫນ້ນ, ມີ​ບັນຍາກາດ​ຟົດ​ຟື້ນ​ທີ່​ສຸດ. ການ​ຊື້​ເຄື່ອງ​ນຸ່ງ​ໃຫ​ມ່, ປ່ຽນ ເຄື່ອງໄຟຟ້າ​ທີ່​ໃຊ້​ໃນ​ເຮືອນ​ໃຫມ່, ຊື້​ລົດ,ຊື້​ເຮືອນ​ຢູ່,​ແລະ​ໄປ​ທ່ຽວ​ຢູ່​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໄວ​ຫນຸ່ມ​ຍິ່ງ​ບໍ ລິ​ໂພ​ກຫລາຍ​ເພື່ອ​ຊົມ​​ໃຊ້​ຊີວິດທີ່​ສະດວກ​ສະບາຍ, ຈົນ​ປະ ກົດ​ມີ​ກຸ່ມຄົນ​ທີ່​ໃຊ້​ເງິນ​ເດືອນ ​ໃຫ້​ຫມົດ​ທຸກ​ເດືອນ.​​ ແຕ່​ແນ່ ນອນ​ແລ້ວ, ການ​ກະທຳ​ແບບຈ່າຍ​ເກີນ​ລາຍ​ຮັບ​ນັ້ນ​ແມ່ນ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກຄົນ​ທົ່ວ​ໄປ.