ບົດທີ 39 ຝາກຫຼຶຖອນ​ເງິນ

 ຄຳ​ເຫັນ
 
  • ກະລຸນາເອົາເຈ້ຍໝາຍເລກຂອງຜູ່ໃຊ້ບໍລິການກ່ອນ, ແລ້ວໄປລໍຖ້າຢູ່ບ່ອນນັ້ນ.
    请 qǐng, ກະລຸນາ.
    您 nín, ທ່ານ, ສັບທີ່ໃຊ້ແທນ 你 nǐ ໄດ້, ເພື່ອສະແດງຄວາມໂຄລົບນັບຖື, ມີຄວາມໝາຍຄືກັນກັບເຈົ້າ.
    先 xiān , ກ່ອນ.
    拿 ná, ເອົາ.
    号 hào, ເຈ້ຍລຳດັບທີ, ຢູ່ທະນາຄານຈີນ, ທຳມະດາແລ້ວຕ້ອງລຽນແຖວ, ແຕ່ວ່າທະນາຄານສ່ວນໃຫຍ່ຂອງຈີນມີເຄື່ອງທີ່ພິມເຈ້ຍລຳດັບທີຂອງຜູ່ໃຊ້ບໍລິການ..
    再 zài, ແລ້ວ.
    去那边 qù nàbian, ໄປບ່ອນນັ້ນ.
    等候 děnghòu, ລໍຖ້າ.
  • ຂໍຖາມແດ່, ຕ້ອງລໍຖ້າດົນປານໃດ? ບາງທີຢູ່ທະນາຄານຂອງຈີນ, ມີຄົນຫຼາຍ. ສະນັ້ນ, ທ່ານຄວນຖາມພະນັກງານຂອງທະນາຄານກ່ອນ, ຕ້ອງລໍຖ້າດົນປານໃດ. ທ່ານຄວນເວົ້າວ່າ
    请问, 需要等多长时间?
    请问 qǐngwèn, ຂໍຖາມແດ່.
    需要 xūyào, ຕ້ອງ.
    等 děng, ລໍຖ້າ.
    多长时间 duōcháng shíjiān, ດົນປານໃດ.
    ປະໂຫຍກນີ້ໃຊ້ໄດ້ໃນຫຼາຍກໍລະນີທີ່ຕ້ອງການລໍຖ້າ.
  • ຂ້ອຍຢາກຖອນເງິນໜ້ອຍໜຶ່ງ.
    我 wǒ, ຂ້ອຍ.
    想 xiǎng, ຢາກ.
    取 qǔ, ຖອນ.
    点 diǎn, ສັບສັ້ນໆເພື່ອໃຊ້ແທນ 一点,ໝາຍຄວາມວ່າ ໜ້ອຍໜຶ່ງ.
    钱 qián, ເງິນ.
  • ທ່ານຢາກຖອນເທົ່າໃດ?
    ທ່ານຕ້ອງບອກລະອຽດ. ພະນັກງານຂອງທະນາຄານອາດຈະຖາມວ່າ "ທ່ານຢາກຖອນເທົ່າໃດ?" 您取多少钱?
    您 nín, ເຈົ້າ.
    取 qǔ, ເອົາອອກ.
    多少 duōshao,ເທົ່າໃດ.
    钱 qián, ເງິນ.
    ຫຼືວ່າໃຊ້ປະໂຫຍກສັ້ນໆກໍ່ແມ່ນ “取多少?ເອົາອອກເທົ່າໃດ?”. ຄຳຕອບຄວນແມ່ນຈຳນວນຂອງເງິນ. ຕົວຢ່າງຄື, ຖ້າທ່ານຢາກຖອນ 10,000 ຢວນ, ທ່ານຄວນເວົ້າວ່າ 一万元 yí wànyuán.
  • ກະລຸນາກົດລະຫັດຜ່ານ.
    ໃນທີ່ສຸດ, ພະນັກງານຂອງທະນາຄານອາດຈະໃຫ້ທ່ານກົດລະຫັດຂອງບັນຊີ 请您输入密码.
    请 qǐng, ກະລຸນາ.
    您 nín, ເຈົ້າ.
    输入 shūrù, ກົດຜ່ານ.
    密码 mìmǎ, ລະຫັດ.