ແຕ່ໃນງານແຂ່ງຂັນຊິງຊະນະເລີດໂລກປີ 2003, ນາງເສິນຊືຊິນພັດຖືກຜາບແພ້ໜັກ. ໃນເວລາຫົວລ້ຽວຫົວຕໍ່ນີ້, ທ່ານດອກເຕີສີຖາຍເກີທ່ີເຮັດວຽກຢູ່ຫ້ອງການຈິດຕະສາດຂອງວິທະຍາໄລກິລາໄຕເປໄດ້ຊ່ອຍເຫຼືອນາງຢ່າງທັນການ. ແຕ່ນັ້ນມາ, ທ່ານດອກເຕີສີຖາຍເກີໄດ້ຊ່ອຍນາງເສິນຊືຊິນແລະເພ່ືອນຮ່ວມທີມຂອງນາງປັບປຸງສະພາບຈິດໃຈຈາກແງ່ການກິລາ, ບົວລະບັດຮອບດ້ານຈາກນ້ຳໜັກຮ່າງກາຍ ກຳລັງກາຍແລະກ້າມຊິ້ນແລະຍົກລະດັບໃຫ້ສູງຂຶ້ນ.
ຜ່ານການປັບປຸງສະພາບຈິດໃຈແລະຝຶກແອບດ້ານເຕັກນິກເປັນພິເສດ, ໃນການແຂ່ງຂັນຄັດເລືອກເຂດອາຊີຂອງງານກິລາໂອລິມປິກ, ນາງເສິນຊືຊິນຊິງໄດ້ແຊມປຽນ, ແລະໄດ້ສິດເຂົ້າຮ່ວມງານກິລາໂອລິມປິກອາແຕນຢ່າງສະດວກທ່ີສຸດ.
 ນາງເສິນຊືຊິນໃນພິທີເບີກລາງວັນ
ແລ້ວກໍມີສຽງໄຊໂຍໂຮ່ຮ້ອງດັງກ້ອງຢູ່ຫໍແຂ່ງຂັນແທຄວນໂດໂອລິມປິກແຟຼໂອທ່ີອາແຕນເມ່ືອຕອນຄ່ຳວັນທີ 26 ສິງຫານີ້.
ນາງເສິນຊືຊິນເວົ້າວ່າ: "ໃນເວລາແຂ່ງຂັນ, ຂ້ອຍນຶກຕະຫຼອດວ່າ ສັດຕູໃຫຍ່ກວ່າໝູ່ກໍແມ່ນຕົນເອງ. ທະແນມແຕ່ໄດ້ເອົາຊະນະຕົນເອງແລ້ວ, ຂ້ອຍກໍຈະຊິງໄດ້ຫຼຽນຄຳທ່ີມີຄວາມໝາຍທ່ີສຸດຫຼຽນນີ້."
ນາງສາວທ່ີເຄີຍທໍລະຍົດຜູ່ນີ້, ໃນທ່ີສຸດຊິງໄດ້ຫຼຽນຄຳເພ່ືອ່ຕົນເອງ ແລະເພ່ືອໄຕເປຈີນ. 1 2 3 4
|