ຕອນຄ່ຳວັນທີ 26 ສິງຫານີ້, ຢູ່ຫໍແທຄວນໂດໂອລິມປິກແຟຼໂອແຫ່ງເກຼັກມີສຽງໄຊໂຍໂຮ່ຮ້ອງດັງກ້ອງ.
ຢູ່ສະໜາມແຂ່ງຂັນ, ນາງເສິນຊືຊິນນ້ຳຕາໄຫຼຍ້ອຍຍ່ັງ.
ຫຼຽນຄຳງານກິລາໂອລິມປິກຫຼຽນທຳອິດທ່ີໄຕ້ເປຈີນຊິງໄດ້ນັ້ນມາຊ້າ 4 ປີແລ້ວ.
ນາງເສິນຊືຊິນຫາກໍ 5 ຂວບກໍເລ່ີມຝຶກແທຄວນໂດ. ໃຕ້ການຊ່ອຍເຫຼືອຂອງພ່ໍທ່ີເປັນຄູຝຶກຫໍແທຄວນໂດຢູ່ໄຕເປ, ເມ່ືອປີ 1994, ນາງເສິນຊືຊິນອາຍຸພຽງ 14 ປີກໍຊິງໄດ້ແຊມປຽນໃນງານແຂ່ງຂັນຊິງຂັນໂລກ. ພ້ອມກັນນັ້ນ ຍ້ອນນາງແຂ່ງຂັນໄດ້ຜົນເດ່ັນໃນສະໜາມການແຂ່ງຂັນ, ນາງຍັງໄດ້ຮັບລາງວັນເປັນນັກກິລາຜູ່ດີເດ່ັນກວ່າໝູ່.
 ນາງເສິນຊືຊິນ ນັກກິລາໄຕເປຈີນ(ຂວາ)
ໃນງານແຂ່ງຂັນຊິງຂັນໂລກທ່ີຈັດຂຶ້ນຢູ່ເບຼຊິນເມ່ືອປີ 1996, ນາງເສິນຊືຊິນຊິງໄດ້ແຊມປຽນຢ່າງງ່າຍອີກ. ແຕ່ຫຼັງຈາກຊິງໄດ້ຫຼຽນຄຳຫຼຽນທີສອງແລ້ວ, ຈິດໃຈຂອງນາງໄດ້ມີການປ່ຽນແປງຢ່າງໃຫຍ່. "ບໍ່ມີຄວາມມ່ວນຊ່ືນ, ກໍບໍ່ຮູ້ສຶກວ່າມີສ່ິງທ້າທາຍ, ເວົ້າສຳລັບຂ້ອຍທ່ີອາຍຸພຽງ 16 ປີໃນຄາວນັ້ນແລ້ວ, ຄວາມກຽດທ່ີເປັນແຊມປຽນໂລກໄດ້ມາງ່າຍໂພດ." ນາງເສິນຊືຊິນຫວນຄຶດແນວນີ້.
1 2 3 4
|