ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-27 17:03:20    
ນາງ​ເສິນ​ຊືຊິນ​ ນັກ​ກິລາ​ໄຕ້​​ເປ​ຈີນຊິງ​ໄດ້ຫຼຽນຄຳຫຼຽນທຳ​ອິດ​ໃນ​ງານ​ກິລາ​ໂອ​ລິ​ມ ປິກ(ພາບ)

cri

ຢູ່​ໄຕ້​ຫວັນ, ອົງການ​ຄຸ້ມ​ຄອງ​​ໄດ້ຕັ້ງ​​ລາງວັນ​ກິລາ​ສຳລັບ​ຜູ່​ເປັນແຊມ​ປຽນ​ໂລກ, ​ຍ້ອນ​ຊິງ​ໄດ້​ແຊມ​ປຽນ​ໂລກ​ສອງ​ເທ່ືອ, ນາງ​ເສິນ​ຊືຊິ​ນທ່ີ​ອາຍຸ​ຍັງ​ນ້ອຍ​ກໍ​ໄດ້​​ເງິນນັບ​ເປັນ​ລ້ານ​ແລ້ວ. ນາງ​ໃຫຍ່​ຂຶ້ນຢູ່​ຫໍ​​ແທຄວນ​ໂດ, ​ການ​ຝຶກ​ແອບ​ແລະ​ການ​ແຂ່ງຂັນກໍ​ຢູ່​ໃນ​ຫັ້ນ, ​ແນວ​ຄິດ​ຂອງ​ນາງ​ກໍ​ໄດ້ມີ​ການ​ປ່ຽນ​ແປງ​ແລ້ວ.

"​ໃນ​ຄາວ​ນັ້ນຂ້ອຍຄຶດ​ແຕ່​ວ່າ​ເຮັດ​ແນວ​ໃດຈ່ິງຢັ້ງຢືນ​ຄວາມ​ສາມາດ​ຂອງ​ຂ້ອຍ​ວ່າບໍ່​ຕ້ອງ​ອາ​​​ໄສ​ແທຄວນ​ໂດ. ຂ້ອຍ​ຢາກ​ປົດ​ເສື້ອ​ແທຄວນ​ໂດ, ຈະ​ໜີຈາກ​​ແທຄວນ​ໂດ, ຈະ​ໜີແນ່​ນອນ." ນາງ​ເສິນ​ຊືຊິນ​ເວົ້າວາ.

​ຫຼັງ​ງານ​ແຂ່ງຂັນ​ຊິງ​ຂັນ​ໂລກ​ເບຼຊິນ, ໃຕ້ການ​ສະ​ໜັບສະ​ໜູນຂອງ​ "ແຟນ" ​ໃນ​ຄາວ​ນັ້ນ, ນາງ​ເສິນ​ຊືຊິນ​ໄດ້​ພັດພາກ​ໜີຈາກ​ບ້ານ, ຜູ່​ບ່າວ​ຜູ່​ສາວສອງ​ຄົນ​ພ້ອມ​ກັນ​ໄປ​ຫາ​ວຽກເຮັດ​ງານ​ທຳ​ຢູ່​ໄຕ​ເປ. ຄວາມ​ຄິດ​​ທ່ີ​ເອົາ​ແຕ​່​ໃຈ​ໂຕ​ເອງ ທໍລະ​ຍົດ ສະ​ແຫວ​ງຫາ​​ແຕ່​ອິດສະຫຼະ​ແລະ​ຄວາມ​ຮັກ​ແບບຫຼັບຫູຫຼັບຕາ, ​ເຮັດ​ໃຫ້​ນາງ​ຕົກ​ຢູ່​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ສອງ​ປີ.


                  ສະຫຼອງການໄດ້ໄຊຊະນະ

​ໃນ​​ໄລຍະທ່ີ​ພັດ​ພາກ​​ຈາກ​ບ້ານ, ນາງ​ເສິນ​ຊືຊິນ​ທ່ີ​ຍັງ​ບໍ່​​ເຕັມ​ກະສຽນອາຍຸ​ໄດ້​ປະສົບຄວາມ​ທຸກ​ສຸກ​​ນາໆ​ປະການ​ໃນ​ຊີວິດ​ການເປັນ​ຢູ່. ພ້ອມ​ກັນນັ້ນ ຍ້ອນ​ຊັດ​ເຊ​ພະ​ເນ​ຈອນ​ຢູ່​ບໍ່​​ແລ້ວ​ບໍ່ເຊົາ, ອຶດ​ຫຼັບອຶດ​ນອນ​ເລື້ອຍໆ, ສຸຂະພາບ​ຂອງ​ນາງ​ນັບ​ມື້​ນັບຊຸດ​ຮ້າຍ​ລົງ, ຮ່າງກາຍ​ຂອງ​ນາງ​ເຕັມ​ໄປ​ດ້ວຍ​ກຳລັງ​ກາຍ​ໃນ​ໄລຍະ​ຝຶກ​ແອບ​ແທຄວນ​ໂດ, ດຽວ​ນີ້​​ບໍ່​ມີ​ແລ້ວ, ມີ​ຊ່ົວ​​ໄລຍະ​ໜ່ຶງ​ຍັງ​ເປັນຫວັດ​ເຈັບ​ໄຂ້​ເລື້ອຍໆ.


1  2  3  4