ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-27 17:03:20    
ນາງ​ເສິນ​ຊືຊິນ​ ນັກ​ກິລາ​ໄຕ້​​ເປ​ຈີນຊິງ​ໄດ້ຫຼຽນຄຳຫຼຽນທຳ​ອິດ​ໃນ​ງານ​ກິລາ​ໂອ​ລິ​ມ ປິກ(ພາບ)

cri

"ທ່ີ​ຈິງ​ແລ​້ວ, ​ເມ່ືອ​ຖືກ​ທຳຮ້າຍ​ເທ່ືອ​ໃດ ກໍ​ຢາກ​ກັບ​ເມືອ​ບ້ານ​ທ່ີ​ສຸດ, ຂ້ອຍ​ກໍ​ເຄີຍ​ລະດົມ​ໃຈ​ເອງ​​ເມືອ​ບ້ານ ​ແຕ່​ພໍ​ໄປ​ຮອດ​ໜ້າ​ປະຕູ​​ກໍ​ບໍ່​ກ້າ​​ເຂົ້າ, ​ເພາະ​ຂ້ອຍ​ໄດ້​ຮູ້ວ່າ​ພໍ່​ແມ່​ແລະຍາດພ່ີ​ນ້ອງຮູ້ສຶກ​ຜິດຫວັງ​ແລະ​ໝົດ​ຫວັງທ່ີ​ສຸດ​ຕໍ່​ຂ້ອຍ​ແລ້ວ…"

​ເມ່ືອ​ປີ 1999, ນາງ​ເສິນ​ຊືຊິນ​ທ່ີ​ໃຈ​ເດັດ​ແລະ​ຢ້ານ​ຄົນ​ຫົວຂວັນ, ​ເລືອກ​ເອົາ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ພໍ່​ຄື​ວັນ​ທີ 18 ມີນາ, ຊື້​​ເຂົ້າໜົມ​ເຄັກ​ກ້ອນ​ໜ່ຶງ​ກັບບ້ານ. ພ່ໍ​ແມ່​ພ່ີນ້ອງ​ຍອມຮັບ​​ແລະ​ປະ​ເອີ​ບ​ໃຈນາງ​ດ້ວຍ​ຊວງ​​ເອິກ​ອັນ​ອົບ​ອຸ່ນ​ແລະ​ນ້ຳຕາ​ແຫ່ງ​ຄວາມ​ມ່ວນ​ຊ່ືນ.

            ​ເດືອນ​ພຶດສະພາ​ປີ​ດຽວ​ກັນ, ນາງ​ເສິນ​ຊືຊິນ​ໄດ້​​ເສັງ​ເຂົ້າວິທະຍາ​ໄລ​ກິລາ​ໄຕ​​ເປ, ນາງ​ໄດ້​ນຸ່ງ​ຊຸດ​ແທຄວນ​ໂດ​ຝຶກ​ແອບ​​ອີກ. ຍ້ອນ​ເສຍ​ເວລາ 3 ປີ​ໄປ​ລ້າໆ, ບັດ​ນີ້ກັບ​ຄືນ​​ມາແອບ​ຢູ່ຫໍ​​ແທຄວນ​ໂດອີກ, ຈ່ັງ​ແມ່ນລຳບາກ​ແທ້ໆ.


            ດີໃຈຈົນນ້ຳຕາໄຫຼພາຍຫຼັງໄດ້ໄຊຊະນະແລ້ວ

ປີ 2000, ງານ​ກິລາ​ໂອ​ລິ​ມປິກ​ໄດ້​ຈັດ​ຂຶ້ນຢູ່​ທ່ີ​ຊິດ​ນີ, ຍ້ອນ​ກ່ອນ​ນີ້​ສາມ​ປີ ນາງ​ບໍ່​ມີ​ຜົນ​ການ​ແຂ່ງຂັນ, ສະນັ້ນຈ່ຶງ​ບໍ່​ໃຫ້​ເປັນ​ນັກ​ກິລາ​ຕາງໜ້າ​ໄຕ​​ເປຈີນ​ໄປ​​ເຂົ້າຮ່ວມ​ການແຂ່ງ​ຂັນຢູ່​ຊິດ​ນີ. "ຂ້ອຍ​ມີ​ແຕ່​​ເບ​່ິງ​ໂທລະພາບ​ແລະ​ອ່ານໜັງສືພິມ​ສົນ​ໃຈ​ນຳ​ເພ່ືອນທໍ່​ນັ້ນ, ຂ້ອຍ​ບໍ່​ຍິນຍອມຈັກ​ດີ້. ຖ້າ​ບໍ່​ແມ່ນ​ຍ້ອນ​ຕົນ​ເອງ​ຄໍ​ແຂງ, ຂ້ອຍ​ຄວນ​​ແຂ່ງຂັນ​ຢູ່​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ…"

​ໃນ​ງານ​ກິລາ​ອາຊີ​ຕາ​ເວັນ​ອອກ​ທ່ີ​ຈັດ​ຂຶ້ນຢູ່​ຍ່ີ​ປຸ່ນ​ເມ່ືອ​ປີ 2001, ນາງ​ເສິນ​ຊືຊິນ​ໄດ້​ໂປ​ໂລ​ຂຶ້ນອີກ, ຊິງ​ໄດ້​ຫຼຽນຄຳຫຼຽນທຳ​ອິດ​ແຕ່​ຝຶກ​ແທຄວນ​ໂດຄືນ​ມາ​ນີ້. ຈາກ​ນັ້ນ, ນາງ​ຊິງ​ໄດ້​ແຊມ​ປຽນ​ຢ່າງ​ຕໍ່​ເນ່ືອງ​ໃນ​ງານ​ແຂ່ງຂັນຊິງ​ຂັນ​ໂລກ​ທ່ີ​ຈັດ​ຂຶ້ນຢູ່​ຫວຽດນາມ​ແລະ​ໃນ​ງານ​ເອ​ຊຽນ​ເກ​ມປີ 2002 ທ່ີ​ຈັດ​ຂຶ້ນຢູ່ຟູ​ຊານ.


1  2  3  4