ຢູ່ຈີນການຖາມອາຍຸຂອງຜູ່ອື່ນ ແມ່ນເລື່ອງທຳມະດາ. ການຖາມອາຍຸຂອງຜູ່ອື່ນກໍ່ຖືວ່າ ເປັນການເອົາໃຈໃສ່ນຳຜູ່ນັ້ນ.ເຊັ່ນບາງຄົນມັກຖາມຜູ່ມີອາຍຸສູງນັ້ນວ່າ 您高寿? ຫມາຍຄວາມວ່າ ທ່ານອາຍຸເທົ່າໃດ? ນີ້ໄດ້ສະແດງເຖີງ ຄວາມເຄົາລົບນັບຖືຜູ່ມີອາຍຸສູງ. ແຕ່ໃນຊູ່ມື້ນີ້, ຍ້ອນຄົນຫນຸ່ມນັບມື້ນັບຫລາຍຫຍຸ້ງນຳແຕ່ວຽກແຕ່ງານ, ຈິ່ງບໍ່ມີເວ ລາຊອກຄູ່ຮັກໃຫ້ຕົນເອງ, ເຂົາເຈົ້າ ອາດຈະປະສົບຜົນ ສຳເລັດດີໃນຫນ້າທີ່ການງານ, ພໍ່ແມ່ກໍ່ຊຸກຍູ້ໃຫ້ເຂົາເຈົ້າ ຊອກຫາເນື້ອຄູ່. ຍ້ອນມູນເຫດເຫລົ່ານີ້,ກໍ່ຈິ່ງເຮັດໃຫ້ຊາວຫນຸ່ມຈີນໃນຊູ່ມື້ນີ້ບໍ່ມັກບອກອາຍຸໃຫ້ຜູ່ອື່ນຮູ້ປານໃດ. ຖ້າບໍ່ແມ່ນຫມູ່ທີ່ສະຫນິດສະຫນົມກັນແທ້ໆ, ກໍ່ຢ່າໄປຖາມອາຍຸຂອງເຂົາເຈົ້າ.