-
ສຸກສັນວັນເກີດ!
ເທື່ອນີ້,ພວກເຮົາຈະເຂົ້າຮ່ວມງານວັນເກີດຂອງເພື່ອນຜູ່ໜຶ່ງ.ໃນພາສາລາວ,ພວກເຮົາເວົ້າວ່າສຸກສັນວັນເກີດເມື່ອເຂົ້າຮ່ວມງານວັນເກີດ.ໃນພາສາຈີນເຈົ້າຄວນເວົ້າວ່າ“祝你生日快乐 Zhù nǐ shēngrì kuàilè”。“祝 zhù”ແປວ່າອວຍພອນ。你 nǐ,ແປວ່າເຈົ້າ。“生日 shēngrì”ແປວ່າວັນເກີດ。
“生 shēng”ເກີດ。“日 rì”ວັນ。ສະນັ້ນ, “生 日shēng rì”ຈິ່ງແປວ່າວັນເກີດ,生日 shēngrì。“快乐 kuàilè”ແປວ່າມ່ວນຊື່ນ。ຄຳຕອບແມ່ນ“谢谢 Xièxie”,ພວກເຮົາໄດ້ຮຽນໃນເທື່ອກ່ອນແລ້ວ。
-
ຍົກໝົດ!
ພວກເຮົາມັກຈັດງານວັນເກີດແລະເຊີນເພື່ອນມິດສະຫຼອງຮ່ວມກັນ。ແລະພວກເຮົາດື່ມເຫຼົ້າເລື້ອຍໆ.ໃນພາສາລາວພວກເຮົາເວົ້າ“ຍົກໝົດ” 。ໃນພາສາຈີນທ່ານຄວນເວົ້າວ່າ“干杯 Gān bēi”。“干 gān”ແມ່ນໝົດ;“杯 bēi”ແມ່ນຈອກ;“干杯 Gān bēi”,ຍົກໝົດ。ຄຳຕອບແມ່ນ“干杯 Gān bēi”ຄືກັນ
-
ເລກໂທລະສັບຂອງເຈົ້າແມ່ນຫຍັງ?
ຕອນທ້າຍຂອງງານ,ພວກເຮົາຈະອຳລາກັນ.ເຈົ້າອາດຈະຢາກຂໍເລກໂທລະສັບຂອງເພື່ອນໃໝ່.ໃນກໍລະນີນີ້,ເຈົ້າຄວນເວົ້າວ່າ“你的电话号码是多少? Nǐ de diànhuà hàomǎ shì duōshǎo?”
“你的 nǐ de”ແປວ່າຂອງເຈົ້າ。
“电话 diànhuà”ແປວ່າໂທລະສັບ。
号码 hàomǎ,ແປວ່າເລກ。
电话号码 diànhuà hàomǎ,ແປວ່າເລກໂທລະສັບ.
“ແມ່ນຫຍັງ”ໃນພາສາຈີນແມ່ນ“是多少 shì duōshǎo”。
“你的电话号码 nǐ de diànhuà hàomǎ”,ເລກໂທລະສັບຂອງເຈົ້າ.
“你的电话号码是多少?Nǐ de diànhuà hàomǎ shì duōshǎo?”ເລກໂທລະສັບຂອງເຈົ້າແມ່ນຫຍັງ?
-
ໜຶ່ງ ສອງ ສາມ ສີ່ ຫ້າ ຫົກ ເຈັດ ແປດ
ໜຶ່ງແມ່ນ一 yī, ສອງແມ່ນ二 èr, ສາມແມ່ນ三 sān, ສີ່ແມ່ນ四 sì, ຫ້າແມ່ນ五 wǔ, ຫົກແມ່ນ六 liù, ເຈັດແມ່ນ七 qī, ແປດແມ່ນ八 bā。
ອອກສຽງ:
ແປດ,ເກົ້າ八、九, bā jiǔ :ຖ້າພວກເຮົາປ່ຽນລຳດບັຂອງສອງຄຳນີ້,ແມ່ນ九八:ມີສຽງຄືກັນກັບ酒吧 jiǔbā。ໃນພາສາຈີນແປວ່າ"ບາ"!