ບົດທີ 29 ຂີ່ຍົນ

 ຄຳ​ເຫັນ
 
  • ​ຂ້ອຍຢາກຈອງປີ້ໄປກັບເມືອງຊີອານ.ຖ້າທ່ານຢາກໄປຫລິ້ນຢູ່ເມືອງຊີ້ອານທີ່ມີຊື່ສຽງ,​ ເຈົ້າກໍ່ ຕ້ອງຈອງປີ້ຍົນໄປເມືອງຊີອານ.ສະນັ້ນ,​ເຈົ້າກໍ່ຄວນເວົ້າວ່າ:我想订去西安的往返机票.wǒ xǐang dìng qù Xī'ān de wángfǎn jīpiào 我想wǒ xǐang ແປວ່າ ​ຂ້ອຍຄິດຢາກ, ​ຂ້ອຍຢາກ.定dìng ແປວ່າ ຈອງ. 去qù ແປວ່າ ໄປ, 西安 Xī'ān ແມ່ນເມືອງຊີອານ, ເມືອງທີ່ສຳຄັນທີ່ສຸດທາງປະຫວັດສາດຈີນ,ແມ່ນ ຫນຶ່ງໃນສີ່ເມືອງບູຮານຂອງຈີນ.往返wángfǎnແປວ່າ ໄປກັບ,机票jīpiàoແປວ່າ ປີ້ຍົນ.
  • ມີປີ້ຍົນທີ່ຫລຸດລາຄາບໍ່? ວິທີຖາມຊື້ປີ້ຍົນທີ່ຫລຸດລາຄາ,ທ່ານຈະເວົ້າວ່າ:有打折的票吗?Yǒu dǎzhé de piào ma?有 Yǒu ແປວ່າ ມີ,打折dǎzhé ແປວ່າ ຫລຸດລາຄາ. 票piào ແປວ່າ ປີ້
  • ທ່ານມີຫີບ​ຕ້ອງ​ແຈ້ງ​ເຂົ້າບໍ່? ໃນເວລາທ່ານໄປຊື້ປີ້ຍົນ,ອາດຈະຖືກຖາມວ່າ:行李托运吗? Xíng lǐ tuōyùn ma?行李 Xínglǐແປວ່າ ຫີບ, ​托运 tuōyùn ແປ​ວ່າ ​ແຈ້ງ​ເຂົ້າ, 吗 ma ​ໃຊ້​ໃນ​ທ້າຍ​ປະ​ໂຫຍ​ກຄຳຖາມ.
  • ​ຂ້ອຍ​ຢາກ​ໄດ້​ທີ່​ນັ່ງ​ທີ່​ໃກ້​ກັບ​ປ່ອງຢ້ຽມ. 我想要wǒxiǎngyào ​ແປ​ວ່າ​ຂ້ອຍ​ຢາກ​ໄດ້. 一个 yígè​ແປ​ວ່າ ອັນ​ຫນຶ່ງ. 靠窗的,kàochuāngde ​ໃກ້​ກັບ​ປ່ອງຢ້ຽມ.座位 zuòweìບ່ອນ​ນັ່ງ.我想要一个靠窗的座位.Wǒ xiǎng yào yí gè kào chuāng de zuòwèi. ຂ້ອຍ​ຢາກ​ໄດ້​ທີ່​ນັ່ງ​ທີ່​ໃກ້​ກັບ​ປ່ອງຢ້ຽມ.
  • ​ຂ້ອຍ​ຊອກ​ບໍ່​ເຫັນຫີບຂອງ​​ຂ້ອຍ. ຖ້າວ່າ​ທ່ານ​ຊອກ​ຫີບບໍ່​ເຫັນ,ກໍ່​ໄປ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພະນັກງານ​ຢູ່​ສະຫນາມ​ບິນ,ບອກ​ເຂົາ​ເຈົ້າວ່າ: 我找不到行李了​.wǒ zhǎobùdào xínglǐ le.我Wǒ ​ແປ​ວ່າ ​ຂ້ອຍ,找不到zhǎobùdào ​ແປ​ວ່າ ຊອກ​ບໍ່​ເຫັນ,行李 Xínglǐ ​ແປ​ວ່າ ຫີບ​