ຊາວຈີນມັກເອົາຊາແລະກາເຟມາປຽບທຽບວັດທະນະ ທຳຈີນ ແລະ ວັດທະນະທຳຝ່າຍຕາເວັນຕົກ, ຊາຕາງໜ້າຝ່າຍຕາເວັນອອກ,ກາເຟຕາງໜ້າຝ່າຍຕາເວັນຕົກ, ຊາມາຈາກຈີນ, ຮອດປະຈຸບັນ, ມີປະຫວັດເກືອບ 5000 ປີແລ້ວ, ໃນຫຼາຍພັນປີມານີ້, ນ້ຳຊາແມ່ນເຄື່ອງດື່ມທີ່ຊາວຈີນນິຍົມຊົມຊອບຕະຫຼອດມາ. ຍ້ອນອຸນຫະພູມຂອງພາກໃຕ້ ແລະ ພາກເໜືອຈີນ ເໝາະປູກຊາ,ຈຶ່ງໄດ້ປູກຊາມາແຕ່ດົນນານ, ບວກກັບວັດ ທະນະທຳຊາຂອງຈີນທີ່ມີປະຫວັດສາດຍາວນານ,ໄດ້ຜ່ານ ເສັ້ນທາງຜ້າໄໝທີ່ເກົ່າແກ່ ເພື່ອສົ່ງອອກໄປປະເທດອາຊີແລະເອີລົບ, ໃນຊູ່ມື້ນີ້, ຊື່ໃບຊາຂອງຫຼາຍປະເທດຍັງແມ່ນແປຕາມສຽງພາສາຈີນ. ສ່ວນກາເຟທີ່ຈີນຜະລິດພັດບໍ່ມີຊື່ສຽງປານໃດ, ເຖິງວ່າຈີນ ໄດ້ສ້າງຕັ້ງໂຮງງານປຸງແຕ່ງກາເຟແຫ່ງທຳອິດໃນປີ 1935 ກໍຕາມ, ແຕ່ຈົນຮອດໄລຍະກາງຂອງຊຸມປີ 1980, ຊາວຈີນຈຶ່ງໄດ້ຊິມກາເຟສຳເລັດຮູບທີ່ຊົງກິນງ່າຍ.