ບົດທີ 13 ຢູ່ຮ້ານ​ອາຫານ​ຈີນ

 ຄຳ​ເຫັນ
 

ຈີນປຸງແຕ່ງອາຫານເປັນສິລະປະ ມີຊື່ສຽງໃນທົ່ວໂລກມາດົນແລ້ວ. ຕາມສະຖິຕິ, ອາຫານຈີນມີໝື່ນກວ່າເຍື່ອງ. ໃນປະຫວັດສາດອັນຍາວນານ,ແຫ່ງຕ່າງໆຂອງຈີນໄດ້ໃຫ້ ກຳເນີດອາຫານທ້ອງຖິ່ນ ທີ່ມີຈຸດພິເສດຕ່າງກັນຫຼາຍຢ່າງ, ໃນນັ້ນ, ອາຫານທ້ອງຖິ່ນທີ່ມີຊື່ສຽງກວ່າໝູ່ກໍ່ແມ່ນ “8 ອາຫານໃຫຍ່”, ເຊິ່ງລວມມີ: ອາຫານຊ່ານຕົ່ງ, ອາຫານເສສວນ, ອາຫານກວາງຕຸ້ງ, ອາຫານຈ່ຽງຊູ່, ອາຫານເຈີ້ຈ່ຽງ, ອາຫານຟູຈ້ຽນ, ອາຫານຫູນານແລະອາຫານອ່ານຮຸ່ຍ. ອາຫານທ້ອງຖິ່ນເຫຼົ່ານີ້ມີລົດຊາດຕ່າງກັນ,ເຊັ່ນ: ອາ ຫານເສສວນເຜັດຫຼາຍ, ອາຫານຈ່ຽງຊູ່ຫວານ, ອາຫານກວາງຕຸ້ງຈາງ.ຂະໜົມກ້ຽວແມ່ນອາຫານຈີນ ທີ່ມີປະຫວັດສາດພັນກວ່າປີແລ້ວ,ມັນແມ່ນໜຶ່ງໃນອາຫານທີ່ຄົນຈີນມັກກິນຫຼາຍ. ເອົາຊິ້ນຕ່າງໆຫຼືຜັກເຮັດເປັນໄສ້, ເອົາແປ້ງເຮັດເປັນປ່ຽງບາງໆ, ເອົາໄສ້ໃສ່ປ່ຽງແປ້ງແລ້ວໃສ່ໝໍ້ຕົ້ມ. ຍ້ອນຮູບຂອງມັນຄ້າຍຄືກ້ອນເງິນກ້ອນຄຳເຊິ່ງເປັນເງິນຕາໃຊ້ໃນສະໄໝ ບູຮານຂອງຈີນ, ສະນັ້ນ, ໃນເວລາສະຫຼອງວັນບຸນ, ຄົນຈີນກໍ່ມັກກິນ, ໝາຍເຖິງ “ຄວາມຮັ່ງມີລ້ຳລວຍ”.