ບົດທີ 13 ຢູ່ຮ້ານ​ອາຫານ​ຈີນ

 ຄຳ​ເຫັນ
 
  • ຮ້ານ​ນີ້​ມີ​ອາຫານພິ​ເສດ​ຫຍັງ​ແດ່? ທຳ​ມະ​ດາ​ແລ້ວ, ​ໄປ​ກິນ​ເຂົ້າຢູ່ຮ້ານ​ອາຫານ​ຈີນ,ພວກ​ເຮົາ​ມັກ ຖາມ​ວ່າ:ອາຫານ​ພິ​ເສດ​ຂອງ​ຮ້ານ​ ນີ້​ມີ​ຫຍັງ​ແດ່?​ເພາະວ່າ​ຢູ່​ຈີນ,ຮ້ານ​ອາຫານ​ມີ​ຫລາຍໆ​ຊະນິດ.ຮ້ານ​ອາຫານ​ທີ່​ຕ່າງ​ກັນຈະ​ຂາຍ​ອາຫານ​ທີ່​ມີ​ລົດ​ຊາດຕ່າງ​ກັນ,​ເຊິ່ງສ່ວນ​ຫລາຍ​ແມ່ນ​ແບ່ງ​ຕາມ​​​ເຂດ​ຕ່າງໆ​ຂອງ​ ຈີນ.​ເຊັ່ນ​ວ່າ: ​ອາຫານ ​ເສ​ສວນ​ເຜັດ,​ແຕ່​ອາຫານ​ຊຽງ​ໄຮ້​ພັດ​ຫວານ.ສະນັ້ນຈິ່ງ​​ຕ້ອງ​ ຮຽນຮູ້ວ່າ​ຈະ​ເລືອກ​ເອົາ​ອາຫານ​ ແນວ​ໃດ.ທ່ານ​ຈະ​ເວົ້າວ່າ:你们有什么特色菜?nǐmen yǒu shénme tè sècaì你们​nǐmen ແປ​ວ່າ​ພວກ​ທ່ານ,有yǒu​ແປ​ວ່າ​ມີ,什么 shénme​ແປ​ວ່າ​ຫຍັງ? 特色 tèsè ​ແປ​ວ່າພິ​ເສດ, ຈຸດ​ພິ​ເສດ,ສີສັນ, 菜 caì​ແມ່ນ​ ອາຫານ.
  • ທ່ານ​ຕ້ອງການ​​ມີດ​ແລະ​ສ້ອມ​ບໍ່? ​ໄມ້​ຖູ່​ແມ່ນ​ເຄື່ອງມື​ທີ່​ຄົນ​ຈີນ​ໃຊ້​ກິນ​ເຂົ້າ. ​ເວົ້າສຳລັບ​ຄົນ​ຕ່າງປະ​ເທດ​ທີ່​ຫາ​ກໍ່​ມາ​ຈີນ​ນັ້ນ, ຜູ່​ບໍລິການ​ ໃນ​ຮ້ານ​ອາຫານ​ອາດ​ຈະເອົາ​ມີດ ​ແລະ​ສ້ອມ​ມາ​ໃຫ້​ລູກ​ຄ້າ​ທີ່​ໃຊ້​ໄມ້​ຖູ່​ບໍ່​ເປັນ. ທ່ານ​ຕ້ອງການ​ມິດ​ແລະ​ສ້ອມ​ບໍ່? 你需要刀和叉吗?nǐ xūyào dāo hé chā ma? 需要xūyào ​ແປ​ວ່າ ຕ້ອງການ 刀 dāo ​ແປ​ວ່າ ມີດ,叉chā ​ແປ​ວ່າ ສ້ອມ.吗 ​ma ​ໃຊ້​ໃນ​ທ້າຍ ​ປະ​ໂຫຍ​ກ,ຫມາຍ​ເຖິງ​ປະ​ໂຫຍ​ກນີ້​ແມ່ນ​ປະ​ ໂຫຍ​ກຖາມ.
  • ຂໍ​ຖາມ​ທ່ານ​ຕ້ອງການ​ຊາ​ແດງ​ບໍ່? ຊາ​ຈີນ​ມີ​ຊື່​ສຽງ​ຫລາຍ.​ໃນ​ເວລາ​ທ່ານ​ກິນ​ເຂົ້າກັບ​ຫມູ່​ຈີນ,ທ່ານ​ຈະ​ລົມ​ກັບ​ຫມູ່​ກ່ຽວ​ກັບ​ຫລາຍໆ​​ເລື່ອງ, ​​ເຊັ່ນ​ວ່າ:ຖາມ​ຫມູ່​ວ່າ​ມັກ​ດຶ່ມຊາ​ແດງ​ບໍ່? ທ່ານ​ຈະ​ຖາມ​ແນວ​ນີ້ຄື:请问你要红茶吗?qǐngwèn nǐ yào hóngchá ma?请 ​ແປ​ວ່າ ​ເຊີນຫລື​ວ່າ ຂໍ. 问 ​ແປ​ວ່າ ຖາມ.请问 ​ເວົ້ານຳ​ກັນຫມາຍຄວາມ ວ່າ:ຂໍ​ຖາມ.ຖ້າວ່າ​ທ່ານ​ຢາກ​ຖາມ​ເຖິງ​ບັນຫາ​ ໃດ​ບັນຫາ​ຫນຶ່ງ,ຄົນ​ຈີນ​ກໍ່​ມັກ​ເວົ້າວ່າ: 请问 qǐngwènເປັນ​ການ ​ເລີ່​ມຕົ້ນ​ຄຳ​ຖາມຂອງ​ຕົນ​ເອງ,​ເພື່ອ​ເປັນ​ການະ​ແດງ​​ເຖິງ​ມາລະ ຍາດ.​ເຊັ່ນ​ວ່າ:请问 qǐngwèn,你叫什么名字nǐ jiào shénme míngzi?,​ແປ​ວ່າ ຂໍ​ຖາມ​​ແດ່​ທ່ານ​​ຊື່​ຫຍັງ? 请问,你做什么工作?qǐngwèn nǐzuò shénme gōngzuò ​ແປ​ວ່າ ຂໍ​ຖາມ​ແດ່ທ່ານ​ເຮັດ​ວຽກ​ຫຍັງ?你nǐ, ​ແປ​ວ່າ ​ເຈົ້າ. 要 yào ​ແປ​ວ່າ ​ເອົາຫລື​ ວ່າ ຕ້ອງການ. 红茶 ​ hóngcháແປ​ວ່າຊາ​ແດງ.ຄຳ​ວ່າ"吗"ma​ ມັກ​ໃຊ້​ໃນ​ທ້າຍ ​ປະ​ໂຫຍ​ກ,ຫມາຍ​ເຖິງ​ປະ​ໂຫຍ​ກຖາມ.
  • ພວກ​ເຮົາ​ຊ່ວຍ​ກັນ​ຈ່າຍ​ເນາະ. ຊາວຫນຸ່ມ​ຈີນ​ດຽວນີ້​ນິຍົມແບ່ງ​ກັນ​ຈ່າຍ​ເງິນ.ພາສາ​ຈີນ​ເວົ້າວ່າ: 我们AA制吧.​wǒmen AA zhì ba. 我们wǒmen​ແປ​ວ່າ ພວກ​ເຮົາ AA 制 ​AA zhìແປ​ວ່າ ​ແບ່ງ​ກັນ​ຈ່າຍ​ເງິນ.吧 ​baແມ່ນ​ຄຳ​ອຸທານ.