
ເພື່ອຊ່ອຍນັກບິນເຜົ່າຕິເບດເຫຼົ່ານີ້ສອດຄ່ອງກັບສະພາບວຽກງານແລະຊີວິດການເປັນຢູ່ອັນໃໝ່, ພະແນກການບິນຂອງບໍລິສັດການບິນສາກົນຈີນໄດ້ເລືອກຄູຝຶກການບິນທີ່ມີບົດຮຽນອຸດົມສົມບູນມາສອນນັກບິນເຜົ່າຕິເບດເຫຼົ່ານີ້ແບບແບບໂຕຕໍ່ໂຕ. ທ່ານຈ້າວລີນເວົ້າວ່າ: "ເວົ້າສຳລັບບໍລິສັດແລ້ວ, ພວກຂ້າພະເຈົ້າເຄົາລົບຮີດຄອງວັດທະນະທຳແລະຮີດຄອງດຳລົງຊີວິດຂອງເຜົ່າຕິເບດ; ສ້າງໂອກາດຫຼາຍກວ່າເກົ່າໃຫ້ພວກເຂົາເຈົ້າ, ໃຫ້ພວກເຂົາເຈົ້າຟຶກແອບການບິນ. ພວກຂ້າພະເຈົ້າເປັນຫ່ວງວ່າຢູ່ຕໍ່ໜ້າກັບຕັນແລະພະນັກງານ, ພວກເຂົາເຈົ້າບໍ່ກ້າເວົ້າ, ສະນັ້ນ, ທາງບໍລິສັດຍັງໄດ້ຊອກຊາວໜຸ່ມເຜົ່າຮ້ານມາແລກປ່ຽນກັບພວກເຂົາເຈົ້າ, ຜ່ານການແລກປ່ຽນກັນ, ເຮັດໃຫ້ພວກເຂົາເຈົ້າລື້ງກັບສະພາບແວດລ້ອມຢູ່ແຫ່ງນີ້ໂດຍໄວ."
ທ້າວຊື້ເຢີນໂຕຈີ ອ້າຍບ່າວເຜົ່າຕິເບດອີກຜູ້ໜຶ່ງບອກນັກຂ່າວວ່າ, ໃຕ້ການຊ່ອຍເຫຼືອຂອງໝູ່ຮ່ວມງານ, ພວກເຂົາເຈົ້າໄດ້ຮັບໃບຂັບຂີ່ເປັນຮອງຜູ້ຂັບຍົນ, ແລະສາມາດຂັບຍົນບິນຂຶ້ນສູ່ທ້ອງຟ້າຢ່າງເປັນທາງການ. ແຕ່ວ່າ, ນອກຈາກດີໃຈແລ້ວ, ກໍຮູ້ສຶກວ່າ, ຖ້າຢາກເຮັດວຽກໃຫ້ດີກວ່າເກົ່າ, ກໍຕ້ອງເຂົ້າຮ່ວມການຟຶກແອບທີ່ເຄັ່ງຄັດແລະລຳບາກກວ່າເກົ່າ. "ແຕ່ກ່ອນຢາກເປັນນັກບິນ, ຮູ້ສຶກວ່າ, ຂັບຍົນແມ່ນຄວາມຮູ້ສຶກທີ່ເສລີທີ່ສຸດ. ແຕ່ດຽວນີ້, ການຮັກການບິນ, ຄວາມຮູ້ສຶກຫຼາຍກວ່ານັ້ນແມ່ນໜ້າທີ່ຮັບຜິດຊອບ, ແມ່ນຕ້ອງພິຈາລະນາວ່າຈະຮັບປະກັນຄວາມປອດໄພແນວໃດ, ແລະເຮັດວຽກໃຫ້ດີ."
ທ້າວຊື້ເຢີນໂຕຈີເວົ້າວ່າ, ປັດຈຸບັນ, ບິນໄປລາຊານຳໜ່ວຍງານການບິນເທື່ອໃດ, ລ້ວນແຕ່ສາມາດເບິ່ງເຫັນບ້ານເກີດຂອງຕົນ, ໃນໃຈຮູ້ສຶກສະໜິດສະໜົມແລະພາກພູມໃຈຫຼາຍ. "ຄວາມຝັນໃຫຍ່ກວ່າໝູ່ໃນປັດຈຸບັນກໍແມ່ນ, ກາຍເປັນກັບຕັນໂດຍໄວ, ຕົນເອງສາມາດຂັບຍົນບິນກັບຄືນບ້ານເກີດຂອງຕົນຢ່າງແທ້ຈິງ." ເພື່ອກາຍເປັນນົກອີນຊີທີ່ກ້າຫານກວ່າໝູ່ຢູ່ເທິງທ້ອງຟ້າສີຄາມູ, ອ້າຍບ່າວເຜົ່າຕິເບດ 5 ຄົນນີ້ທີ່ອາຍຸສະເລ່ຍ 25 ປີຍັງພວມພະຍາຍາມຕໍ່ໄປ. ນັກຂ່າວໄດ້ຊາບຈາກກົມໃຫຍ່ການບິນພົນລະເຮືອນຈີນວ່າ, ຍ້ອນຊາວໜຸ່ມເຜົ່າຕິເບດມີທ່າແຮງຕ່າງໆເຊັ່ນຮ່າງກາຍແຂງແຮງ, ສະນັ້ນ, ຕໍ່ໄປພາຍໜ້າ, ລະບົບການບິນພົນລະເຮືອນຈະຮັບເອົານັກບິນເຜົ່າຕິເບດຫຼາຍກວ່າເກົ່າ.
1 2 3
|