

ພູພຽງຊິງຫາຍຕິເບດຕັ້ງຢູ່ພາກຕາເວັນຕົກຂອງຈີນ, ຍ້ອນຈອມພູຫຼາຍໜ່ວຍມີຫິມະປົກຄຸມຕະຫຼອດປີ, ສະນັ້ນຈຶ່ງຖືກຊາວຈີນເອີ້ນເປັນພູພຽງຫິມະ. ການບິນຢູ່ທ້ອງຟ້າສີຄາມຄືນົກອີນຊີ, ໂດຍສະເພາະແມ່ນບິນຂ້າມພູພຽງຫິມະ, ແມ່ນຄວາມປາຖະໜາຂອງລູກຫຼານເຜົ່າຕິເບດທັງຫຼາຍທີ່ອາໄສຢູ່ແຫ່ງນັ້ນ. ປັດຈຸບັນ, ອ້າຍບ່າວເຜົ່າຕິເບດຫຼາຍຄົນໄດ້ບິນຂຶ້ນສູ່ທ້ອງຟ້າສີຄາມໃນຖານເປັນນັກບິນເຜົ່າຕິເບດງວດທຳອິດໃນປະຫວັດສາດການບິນພົນລະເຮືອນຈີນ.
5 ປີກ່ອນ, ອ້າຍບ່າວເຜົ່າຕິເບດ 5 ຄົນທີ່ມາຈາກພູພຽງຊິງຫາຍຕິເບດ, ໄດ້ ມາຮອດນະຄອນເສີງຕູ ເທດສະບານແຂວງເຊສວນດ້ວຍຄວາມປາຖະໜາອັນສວຍງາມແລະຄວາມຄອງຄອຍຂອງຄົນທັງຫຼາຍ. ພວກເຂົາເຈົ້າໄດ້ເສັງເຂົ້າບໍລິສັດການບິນສາກົນຈີນສາຂາພາກຕາເວັນຕົກສຽງໃຕ້ທີ່ຕັ້ງຢູ່ໃນນະຄອນດັ່ງກ່າວດ້ວຍຜົນງານອັນດີເດັ່ນ, ແຕ່ນັ້ນມາພວກເຂົາເຈົ້າກໍໄດ້ພະຍາຍາມເພື່ອກາຍເປັນນັກບິນ.

ປັດຈຸບັນ, ສະພາບການຂອງອ້າຍບ່າວເຜົ່າຕິເບດທີ່ມາຈາກພູພຽງຫິມະງວດນີ້ເປັນແນວໃດແລ້ວ? ນິໃສເປີດເຜີຍບໍ່ລະອຽດທີ່ຈໍ່ຕົວຂຶ້ນໃນ 20 ກວ່າປີນັ້ນສາມາດສອດຄ່ອງກັບຄາດໝາຍອັນເຄັ່ງຄັດແລະລະອຽດນັ້ນໄດ້ຫຼືບໍ່? ພວກເຂົາເຈົ້າທີ່ລື້ງກັບການກິນຊານ້ຳນົມ ຊີ້ນງົວແລະຊີ້ນແກະນັ້ນ, ສາມາດສອດຄ່ອງກັບທີ່ດິນທົ່ງພຽງທີ່ຊຸ່ມອຶນຄືນະຄອນເສີງຕູນີ້ບໍ່? ໂດຍມີຄວາມສົງໄສເຫຼົ່ານີ້, ນັກຂ່າວໄດ້ໄປຮອດກອງການບິນທີ 4 ຂອງບໍລິສັດການບິນສາກົນຈີນສາຂາພາກຕາເວັນຕົກສຽງໃຕ້----ບ່ອນທີ່ເຂົາເຈົ້າເຮັດວຽກ.
ອ້າຍບ່າວເຜົ່າຕິເບດ 5 ຄົນນີ້ນຸ່ງຊຸດການບິນຢ່າງຮຽບຮ້ອຍອອກມາປະກົດຕົວຢູ່ຕໍ່ໜ້ານັກຂ່າວ. ຜິວດຳ, ຮ່າງກາຍສູງໃຫຍ່, ປາກພາສາຈີນກາງຢ່າງຫຼ່ຽນໄຫຼດີ, ເບິ່ງຊົງບໍ່ມີຫຍັງຕ່າງກັບນັກບິນເຜົ່າຮ້ານ. ແຕ່ນິໄສມັກກົງໄປກົງມາແລະເປີດເຜີຍຂອງຜູ້ຊາຍເທິງພູພຽງພັດປະກົດອອກໃນຄວາມເວົ້າຂອງເຂົາເຈົ້າໂດຍບໍ່ລະວັງ.
1 2 3
|