
ທ້າວຈ່າຊ່າງ ອ້າຍບ່າວເຜົ່າຕິເບດບອກນັກຂ່າວວ່າ, ຄວາມຝັນໃນຍາມຍັງນ້ອຍຂອງລາວກໍແມ່ນຢາກເປັນນັກບິນ.
"ຂ້ອຍເປັນຄົນເຂດລາຊາ, ຄືກັນກັບຄົນອື່ນໆ, ແຕ່ຍາມຍັງນ້ອຍ, ຂ້ອຍກໍຄິດຢາກບິນຂຶ້ນທ້ອງຟ້າຄືນົກອິນຊີ."
ທ້າວຈ່າຊ່າງເວົ້າວ່າ, ເມື່ອມາຮອດບໍລິສັດການບິນແລ້ວ, ພວກເຂົາເຈົ້າກໍໄດ້ໃຊ້ເວລາ 3 ປີເຄິ່ງຮຽນຢູ່ວິທະຍາໄລການບິນພົນລະເຮືອນຈີນຢູ່ເສີງຕູ. ຢູ່ວິທະຍາໄລການບິນ, ພວກເຂົາເຈົ້າໄດ້ຮຽນວິຊາສະເພາະດ້ານທິດສະດີ 20 ກວ່າວິຊາເຊັ່ນທິດສະດີການບິນເປັນຕົ້ນຢ່າງເປັນລະບົບ, ແລະໄດ້ຜ່ານການອົບຮົມການບັນຊາເຮືອບິນຢ່າງເຄັ່ງຄັດ, ໃນທີ່ສຸດໄດ້ຜ່ານການສອບເສັງປະເພດຕ່າງໆຂອງກົມໃຫຍ່ການບິນພົນລະເຮືອນຈີນ. ປີກາຍນີ້, ພວກເຂົາເຈົ້າໄດ້ກາຍເປັນນັກບິນຂອງບໍລິສັດການບິນສາກົນຈີນສາຂາພາກຕາເວັນຕົກສຽງໃຕ້ຢ່າງສົມຫວັງ. ເມື່ອຫວນຄືນເຖິງປະສົບການຮ່ຳຮຽນໃນວິທະຍາໄລການບິນຕອນນັ້ນ, ທ້າວຈ່າຊ່າງເວົ້າວ່າ: "ໃນໄລຍະຮ່ຳຮຽນ, ພາບພົດທີ່ເລິກເຊິ່ງກວ່າໝູ່ຂອງຂ້ອຍແມ່ນ, ໃນເວລາຫາກໍ່ຈາກໜ້າດິນທະຍານຂຶ້ນສູ່ທ້ອງຟ້ານັ້ນ, ຂ້ອຍຢ້ານຫຼາຍ, ທັງບໍ່ເຊື່ອໝັ້ນຕົນເອງ. ແຕ່ເມື່ອຕົນເອງພະຍາຍາມແລ້ວ, ໃນທີ່ສຸດຍັງຂ້ອນຂ້າງສະດວກ, ແລະໄດ້ຮັບຜົນດີ."

ເຖິງວ່າໄດ້ຮຽນຈົບຈາກວິທະຍາໄລການບິນຢ່າງສະດວກກໍຕາມ, ແຕ່ຢາກກາຍເປັນນັກບິນພົນລະເຮືອນທີ່ສຸກງອມ, ເວົ້າສຳລັບອ້າຍບ່າວເຜົ່າຕິເບດ 5 ຄົນນີ້ແລ້ວ, ຍ້ອງຕ້ອງພະຍາຍາມຢ່າງລຳບາກກາກກຳ. ທ່ານຈ້າວລິນ ຜູ້ຮັບຜິດຊອບກອງການບິນທີ 4 ຂອງບໍລິສັດການບິນສາກົນຈີນແນະນຳວ່າ, ເຖິງວ່າພວກເຂົາເຈົ້າພະຍາຍາມຫຼາຍໃນຍາມຝຶກຫັດ, ແລະໄດ້ຮັບຄວາມກ້າວໜ້າຢ່າງຫຼວງຫຼາຍກໍ່ຕາມ, ແຕ່ຍ້ອນເຂດຕິເບດຫຼ້າຫຼັງກວ່າເຂດໃນແດ່, ສະນັ້ນ, ໃນດ້ານຄວາມຮູ້ວັດທະນະທຳ, ນັກບິນເຜົ່າຕິເບດງວດນີ້ຍັງໂຕນກັນກັບນັກບິນເຂດໃນຈີນໃນລະດັບໃດໜຶ່ງ. "ເວົ້າສຳລັບນັກບິນເຜົ່າຕິເບດເຫຼົ່ານີ້ແລ້ວ, ຄວາມຫຍຸ້ງຍາກທີ່ພວກເຂົາເຈົ້າປະເຊີນໃນສະເພາະໜ້ານີ້, ດ້ານໜຶ່ງແມ່ນຄວາມສາມາດຮຽນຮູ້ດ້ານເຕັກນິກ, ໃນດ້ານນີ້ພວກເຂົາເຈົ້າແມ່ນຫຼ້າຫຼັງກວ່ານັກສຶກສາຂອງເຂດໃນ; ສອງແມ່ນຄວາມຫຍຸ້ງຍາກດ້ານພາສາຕ່າງປະເທດ."
1 2 3
|