ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-26 18:40:26    
ນາງ​ຢິ່ນ​ຈ້ຽນ​ມັກ​ງາມ,​ແຕ່​ບໍ່​ກິນ​ແໜງ​ເປັນ​ນັກ​ກິ​ລາ​​ແປ້ນ​ໃບ​ລົມ​ທີ່​ມັກ​ຖືກ​ແສງ​ແດດ

cri Author: zs

               

ສັງ​ເກດ​ຈາກ​ຄະ​ແນນ​ແຂ່ງຂັນ​ເທື່ອ​ນີ້,ນາງ​ຢິ່ນຈ້ຽນມີ​ຄວາມ​ກ້າວໜ້າ​ທຸກໆ​ມື້​. ຮອບ​ທຳ​ອິດ​ເປັນ​ທີ11,ຮອບ​ທີ2​ເປັນ​ທີ6,​ເມື່ອ​ຮອດ​ຮອບ​ທີ6​ກະ​ໂດດ​ຂຶ້ນ​ເປັນ​ທີ1,ນາງ​ຢ່ິນຈ້ຽນ​​ໃກ້​ຈະ​ຊິງ​ໄດ້​ຫຼຽນຄຳ.​ແຕ່​ວ່າ,​ໃນ​ການ​ແຂ່ງຂັນ​ຮອບ​10, ຍ້ອນ​​ເກີດ​ການ​ຂັດ​ສີ​ກັບ​ນັກ​ກິລາ​ຜູ່​ໜ່ຶງ​ຂອງ ອົສຕຼາລີ​ໃນ​ການ​ແຂ່ງຂັນ,ນາງ​ພຽງ​ແຕ່​​ເປັນ​ທີ9.​ເຖິງ​ວ່າ​ນາງ​ໄດ້​ທີ​ໜ່ຶງ​ອີກ​ໃນ​ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍ,​ແຕ່​ຍ້ອນ​ຖືກ​ຄະ​ແນນ​ຂອງ​ຮອບ​10​ກະທົບກະ​ເທືອ​ນ,ນາງ​ຈຶ່ງ​ຊິງ​ໄດ້ຫຼຽນ​ເງິນ​ຍ້ອນ​ໜ້ອຍ​ກວ່າ​ນັກ​ກິລາ​ຝຣັ່ງພຽງ2ຄະ​ແນນທໍ່​ນັ້ນ.

     

​ແຕ່​ວ່າ,ນາງ​ຢ່ິນຈ້ຽນບໍ່​ໄດ້​ຮູ້ສຶກ​ເສຍດາຍ. "ນ້ອງ​ເຄີຍ​ຢາກ​ເປັນນັກ​ກິລາ​ບານບ້ວງ,​ແຕ່​ບໍ່​ໄດ້​ຜົນ.​ເມື່ອ​ນ້ອງ​ເສັງ​ເຂົ້າ​ໂຮງຮຽນ​ກິລາ​​ເທິງ​ນ້ຳ​​ໃນ​ປີ1994​ແລ້​ວ,ຈຶ່ງ​ຕົກລົງ​ປ່ຽນ​ຮຽນ​ແປ້ນ​ໃບ​ລົມ.ນ້ອງ​​ຊິງ​ໄດ້​ຫຼຽນ​ເງິນ​​​ເທື່ອ​ນີ້​ກໍ​ເປັນ​ການ​ລະດົມ​ໃຈ​ອັນ​ໃຫຍ່​ຕໍ່​ນ້ອງ​ແລ້ວ."

     

ອີກສອງ​ສາມ​ມື້​ແລ້ວທີ​ມ​​ແປ້ນ​ໃບ​ລົມ​ຈີນກໍ​ຈະ​ກັບ​ຄືນປະ​ເທດ​ແລ້ວ.ຍ້ອນ​ມັກ​ຟ້ອນ​ລຳ​ທີ່​ສຸດ,ນາງ​ຢິ່ນຈ້ຽນເວົ້າວ່າ, ນາງ​ຈະ​ແຕ່ງ​ໜ້າ​ຈືດໆ,​ແລ້ວ​ໄປ​ຟ້ອງ​ລຳ​ນຳ​ອ້າຍ​ປ່າວ​ເຈົ້າຊູ້​ປະ​ເທດ​ຕ່າງໆ​ໃນ​ບ້ານ​ໂອ​ລິ​ມປິກ. "ທີ່​ຈິງ​ແລ້ວ,​​ໃຫ້​ນ້ອງ​ພັກຜ່ອນ​ໄລຍະ​ໜ່ຶງ,ສິ່ວ​ເທິງ​ໜ້າ​ກໍຈະ​ສູນ​ຫາຍ​ໄປ​ແລ້ວ.​ແຕ່​ນ້ອງ​ກັບ​ຄືນ​ປະ​ເທດ​ແລ້ວ​ກໍ​ຈະ​ເລີ່​ມກຽມ​ການ​ແຂ່ງ​ແຂ່ງ​ງານ​ກິລາທົ່ວ​ປະ​ເທດ​ຈີນ​ຄັ້ງທີ10​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ2005​ແລ້ວ."​

     


1  2  3