ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-26 18:40:26    
ນາງ​ຢິ່ນ​ຈ້ຽນ​ມັກ​ງາມ,​ແຕ່​ບໍ່​ກິນ​ແໜງ​ເປັນ​ນັກ​ກິ​ລາ​​ແປ້ນ​ໃບ​ລົມ​ທີ່​ມັກ​ຖືກ​ແສງ​ແດດ

cri Author: zs

          

ຖ້າວ່າ​ຊິງຫຼຽນຄຳບໍ່​ໄດ້,ນັກ​ກິລາ​ສ່ວນ​ຫຼາຍກໍ​ຈະ​ຮູ້ສຶກ​ບໍ່​ມ່ວນ​ໃຈ​,​ແຕ່​ວ່າ,​​ເມື່ອ​ນາງ​ຢ່ິນຈ້ຽນ ຊິງ​ໄດ້​ຫຼຽນ​ເງິນ​ໃນ​ການ​ແຂ່ງຂັນ​ແປ້ນ​ໃບ​ເຮືອນ​ລຸ້ນມິ​ສຕຼານ​ເພດ​ຍິງ​ແລ້ວ,ນາງ​ຮູ້ສຶກ​ເພີ່ງ​ພໍ​ໃຈ​ທີ່​ສຸດ.ນາງ​ບໍ່​ພຽງ​ແຕ່​​ໄດ​້ຕາງໜ້າ​ນັກ​ກິລາ​ແປ້ນ​​ໃບ​ລົມຈີນ​ຮັບ​ຄະ​ແນນ​ດີ​ອີກ​​ເທື່ອໜຶ່ງ​ໃນ ງານ​ກິລາ​ໂອ​ລິ​ມປິກ​ເຊິ່ງຖັດຈາກ​ນາງ​ຈ່າງ​ສຽວ​ຕົ່ງ​ຮັບ​ຄະ​ແນນ​ດີ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ບາ​ເຊ​ໂຣນາ​ແລ້ວທໍ່ນັ້ນ,ຫາກ​ຍັງ​ໄດ້​ເຮັດ​ໃຫ້​ຄົງ​ທັງຫຼາຍຮັບ​ຮູ້​ວ່າ​ກິລາ​​ແປ້ນໃບ​ລົມຂອງ​ຈີນ ມີ​ລຸ້ນຫຼັງສືບ​ທອດ​ແລ້ວ.ນາງ​ຢິ່ນຈ້ຽນ​ເຫັນ​ວ່າ,​​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ທຳ​ອິດ​ກໍ​ໄດ້​ມີ​ການສະ​ແດງ​ປານ​ນີ້,ນ້ອງ​ຮູ້ສຶກ​ເພີ່ງ​ພໍ​ໃຈ​ແລ້ວ. "​ນັກ​ກິລາ​ຝຣັ່ງທີ່​ຊິງ​ໄດ້​ຫຼຽນຄຳ​ຜູ່​ນັ້ນ​ເຖິງ​ວ່າ​ມີ​ອາຍຸ​ເທົ່າ​ກັບ​ນ້ອງ,​ແຕ່​​ເພິ່ນມີ​ບົດຮຽນຫຼາຍ​ທີ່​ເຂົ້າຮ່ວມການ​ແຂ່ງຂັນ​ສາກົນ​.​ເມື່ອ​ມີ​ບົດຮຽນ​ເທື່ອ​ນີ້,ນ້ອງ​ອາດ​ຈະ​ເອົາ​ຊະນະ​​ເພິ່ນ​ໄດ້​ໃນ​ເທື່ອ​ໜ້າ."

            

ຕາມ​ທຳ​ມະ​ດາ,​ເຂົ້າຮ່ວມ​ການ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກ​ເປັນຄັ້ງທຳ​ອິດ,ນັກ​ກິລາ​ສ່ວນ​ຫຼາຍມັກ​ເຄັ່ງ​ຕຶງ​ທີ່​ສຸດ,​ແຕ່​ນາງ​ຢິ່ນຈ້ຽນ​ພັດເວົ້າວ່າ,ຢູ່​ອາ​ແຕນມ່ວນຫຼາຍ. "ນ້ອງ​ບໍ່​​ໄດ້ຄິດ​ຈັກ​ເທື່ອ​ວ່າ​ມາ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ເຮັດ​ແນວ​ນັ້ນ​ແນວ​ນີ້,ມີ​ແຕ່ຖື​ການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ການ​ແຂ່ງ​ຂັນ​ທຳ​ມະ​ດາ.ນ້ອງ​ບໍ່​​ໄດ້​ຮູ້ສຶກ​ເຄັ່ງ​ຕຶງ​ຈັກ​ເທື່ອ, ກໍ​ບໍ່​ເຄີຍ​ກິນ​ເຂົ້າບໍ່​ແຊບ."ນາງ​ຢ່ິນຈ້ຽນ​ເຜີຍ​ໃຫ້​ຮູ້​ວ່າ,ຄວາມ​ລັບ​​ແຫ່ງ​ການຜ່ອນ​ຄາຍ​ກຳລັງ​ໜີບ​ດ້ານ​ຈິດ​ໃຈຂອງ​ນາງ​ນັ້ນ​ແມ່ນ​ຟັງ​ດົນຕີ. "​​ຂີ່​ລົດຈາກບ້ານ​ໂອ​ລິ​ມປິກ​ໄປ​ສະໜາມ​ແຂ່ງຂັນ​ເທື່ອ​ໃດ,ນ້ອງ​ກໍ​ຟັງ​ດົນ​ຕີ​ທີ່​ມີ​ຈັງຫວະ​ແຂງ​ແຮງ,​ແລະ​ຄິດ​ວ່າ​ນ້ອງ​ພວມ​ຫຼິ້ນ​ແປ້ນ​ໃບ​ເຮືອ​ຢູ່. ບັດ​ນີ້,ພໍ​ລົງ​ລົດ​ແລ້ວ,ນ້ອງ​ກໍ​ຮູ້ສຶກ​ມີ​ກຳລັງ​ເຕັມ​ໂຕ."

1  2  3