ໃນເວລານັກຂ່າວພົບນາງຢິ່ນຈ້ຽນ ນັກກິລາແປ້ນໃບລົມຂອງຈີນເປັນຄັ້ງທຳອິດ,ກໍໄດ້ເຫັນສິ່ວເທິງໜ້າຂອງນາງ.ນາງຢິ່ນຈ້ຽນເວົ້າວ່າ: "ຖ້າມັກງາມແລ້ວ,ນ້ອງກໍຈະບໍ່ເປັນນັກກິລາແປ້ນໃບລົມແລ້ວ.ແຕ່ວ່າ,ເມື່ອໄດ້ຫຼິ້ນແປ້ນໃບລົມແລ້ວ,ນ້ອງກໍປະບໍ່ໄດ້ແລ້ວ,ເພາະກິລາລາຍນີ້ມ່ວນຫຼາຍ."
 
ທີ່ຈິງແລ້ວ,ຖ້າວ່າບໍ່ໄດ້ຖືກແສງແດດດົນ,ນາງຢິ່ນຈ້ຽນອາດເວົ້າໄດ້ວ່າເປັນສາວງາມອີຫຼີ. ນາງສູງ1,72ແມັດ,ຄີງບາງຮ່າງສູງ,ແຂນຂາຜິວນຽນ.ສິ່ງທີ່ເລີດລ້ຳກວ່າແມ່ນນາງມີນິໄສກົງໄປກົງມາແລະຄຸນນະທາດຈິດໃຈກໍໝັ້ນທ່ຽງທີ່ສຸດ.ທ່ານເຫວຕີ ຫົວໜ້າສູນກິລາເທິງນ້ຳຍ້ອງຍໍນາງຢິ່ນຈ້ຽນມີພອນສະຫວັນໃນການຫິ້ຼນແປ້ນໃບລົມ.
1 2 3
|