ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-17 18:24:51    
ທ່ານ​ເຕິ້ງ​ສຽວ​ຜິ​ງ​ນຳພາ​ປະຊາຊົນຈີນ​ທົດ​ລອງ​​ແລະໝົ້ນ​ຢ່າງ​ກ້າຫານ

cri

ຍົກ​ເອົາ​ເມືອງ​ເຊີນ​​ເຈີ​ນ​ເປັນ​ຕົວຢ່າງ ​ແຕ່​ປີ 1980 ຫາ​ປີ 2003, GDP ຂອງ​ເມືອງ​ເຊິ​ນ​ເຈິນ​ແມ່ນ​ເພ່ີມ​ຂຶ້ນ 28,3% ຕໍ່​ປີ, ລາຍ​ຮັບ​ຈາກອາກອນ​ຕ່າງໆ​ທ່ີ​ລວມ​​ເຂົ້າກັນແລ້ວ​ໄດ້​ບັນລຸ 466 ຕື້ 930 ລ້ານ​ຢວນ. ປະ​ຈຸ​ບັນ, GDP ຂອງ​ເມືອງ​ເຊິ​ນ​ເຈິນພຽງ​ແຕ່​ຖັດຈາກ​​ເມືອງ​ຊຽງ​ໄຮ້ ປັກ​ກ່ິງ​ແລະ​ກວາງ​ໂຈ​ວ, ​ເປັນ​ທີ 4 ​ໃນ​ນະຄອນ​ໃຫຍ່​​ແລະ​ກາງ​ທ່ົວ​ປະ​ເທ​ດຈີນ. ທ່ານ​ລີກ​ວາງ​​​ຢ້າວ ນັກ​ການ​ເມືອງ​ອາວຸ​ໂສ​ສິງກະ​ໂປ​ຕີ​ລາ​ຄາ​ວ່າ, ​ເມືອງ​ເຊີນ​​ເຈີ​ນ​ໃນ​ຊູ່​ມື້​ນີ້​ກໍ​ແມ່ນຈີນ​ໃນອາ​ນະ​ຄົດ​ຂອງ​ຈີນ, ທັງນີ້​ໄດ້​ຢັ້ງຢືນ​ຄຳວິນິ​ໄສ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງທ່ີ​ວ່າເມືອງ​ເຊີນ​ເຈີ​ນກໍ​ແມ່ນ​ສັງຄົມນິຍົມ​

ທ່ານ​ຊູ​ຕົງ​ປິນ ຫົວໜ້າ​ສູນ​ຄົ້ນຄວ້າ​​ເສດຖະກິດເຂດ​ພິ​ເສດ​ແລະ​ຮົງ​ກົງ ມາ​ກາວ​ໄຕ້​ຫວັນຂອງ​ມະຫາວິທະຍາ​ໄລ​ເຊີນ​ເຈີ​ນ​ເວົ້າວ່າ: ​ເມືອງ​ເຊີນ​ເຈີ​ນ​ແມ່ນ​ບົດປະພັນບົດໜ່ຶງ​ທ່ີເຕັມໄປດ້ວຍຄວາມຕະຕືລືລົ້ນທ່ີ​ສຸດເຊ່ິງ​ທ່ານ​ເຕິ້ງ​ສຽວ​ຜິ​ງເປັນຜູ່ແຕ່ງຢ່າງພຽນໃຈ.

​ປີ 1992, ​ເວລາ​ທ່ານ​ເຕິ້ງ​ສຽວ​ຜິ​ງລົງ​ສຳຫຼວດຢູ່​ພາກ​ໃຕ້​ຂອງ​ຈີນ, ທ່ານ​ໄດ້​ສະ​ເໜີ​ຢ່າງ​ຄັກ​ແນ່​ເປ​ັນ​ເທ່ືອ​ທຳ​ອິດ​ວ່າ: "ມີ​ແຜນ​ການຫຼາຍ​ໜ້ອຍໜ່ຶງຫຼືຫັນ​ເປັນ​ຕະຫຼາດຫຼາຍ​ໜ້ອຍໜ່ຶງບໍ່​ແມ່ນ​ຈຸດ​ພິ​ເສດ​ກົກ​ຮາກ​ຂອງ​ສັງຄົມ​ນິຍົມ." ​ບົນ​ເສັ້ນທາງ​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຮ່ັງມີ, ຈີນ​ໄດ້​ເລ່ີ​ມ​ເອົາສອງນິຍາມທ່ີແຕກຕ່າງກັນຄື "​ເສດຖະກິດ​ຕະຫຼາດ" ​ແລະ​ "ສັງຄົມ​ນິຍົມ" ມາ​ພົວພັນກັນ.

​ໃນ​ຂະນະ​ທ່ີ​ໄດ້​ຮັບ​ໝາກຜົນ​​ໃນການ​ປະຕິ​ຮູບ​ເສດຖະກິດ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ, ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ສະ​ເໜີ​ໜ້າ​ທ່ີ​ທ່ີ​ປະຕິ​ຮູບ​ໂຄງ​ປະກອບ​ການ​ເມືອງ ບູລະນະ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ແລະ​ກໍ່ສ້າງ​ລະບອບ​ກົດໝາຍ​ຂອງຈີນ. ທ່ານ​ເອງ​ໄດ້​ນຳ​ໜ້າ​ຍົກ​ເລີກ​ລະບອບ​ດຳລົງ​ຕຳ​ແໜ່​ງ​ພະນັກງານ​ຕະຫຼອດຊີວິດ​, ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ວິນິດ​​​ໃສວ່າ "ຖ້າບໍ່​ມີປະຊາທິປະ​ໄຕ​ກໍ​ບໍ່​ມີ​ສັງຄົມ​ນິຍົມ, ກໍ​ບໍ່​ມີ​ທັນ​ສະ​ໄໝຂອງສັງຄົມ​ນິຍົມ​​", ອັນ​ໄດ້​ເລ່ີ​ມ​ເປີດຂະ​ບວນວິວັດ​​ປະຕິ​ຮູບ​ການ​ເມືອງ​ທ່ີ​ສ້າງ​ອາລະຍະ​ທຳ​ດ້ານ​ກົດໝາຍຂອງ​ຈີນ.

​ທ່ານ​ລົງ​ອານ​ຈື ຊາວ​ອາ​ເມ​ລິ​ກາ​ທ່ີ​ຢູ່​ປັກ​ກ່ິງ​ຖາວອນ ​ເປັນຜູ່​ຊ່ຽວຊານ​ຄົ້ນຄວ້າ​ບັນຫາ​ຈີນ​ທ່ີ​ມີ​ຊ່ື​ສຽງ​, ຫວ່າງ​ມໍ່ໆ​ນີ້ ທ່ານໃຫ້​ສຳພາດ​ຕໍ່​​ຂ່າວສານ​ຊິນ​ຮວາວ່າ, ມໍລະດົກ​ທ່ີ​ລ້ຳຄ່າ​ທ່ີ​ສຸດ​ທ່ີທ່ານ​ເຕິ້ງ​ສຽວ​ຜິ​ງ​ເອົາ​ໄວ້​ໃຫ້​ຮຸ້ນຫຼັງນັ້ນ​ແມ່ນ​ບົດຮຽນ​ອັນ​ສຳ​ເລັດ​ຜົນ​ຂອງ​ທ່ານ​ໃນ​ການ​ປະຕິ​ຮູບ​ແລະ​ພັດທະນາ​ຈີນ​ດ້ວຍ​ເບົ້າ​ແບບ​ຕິດ​ແທດ​ຕົວ​ຈິງ​ແລະ​ຄ່ອຍ​ເປັນ​ຄ່ອຍ​ໄປ, "ນ້ຳ​ໃຈ​ອັນ​ຕິດ​ແທດ​ຕົວ​ຈິງ​ນີ້​ມີ​ບົດບາດ​ທ່ີ​ສຸດ​ຕໍ່​ການ​ພັດທະນາ​ຂອງ​ຈີນໃນ​ອະນາຄົດ​.


1  2  3