|
ພາຍຫຼັງປົດປ່ອຍແລະພັດທະນາກຳລັງການຜະລິດໃຫ້ຂຶ້ນສູ່ລະດັບສູງທ່ີບໍ່ເຄີຍມີມາກ່ອນນັ້ນແລ້ວ, ນະໂຍບາຍລະດົມໃຫ້ບເຂດສ່ວນໜ່ຶງ ຄົນຮ່ັງມີສ່ວນໜ່ຶງຮ່ັງມີກ່ອນທ່ີທ່ານເຕິ້ງສຽວຜິງວາງອອກນັ້ນທ່ີໄດ້ເລ່ີມເສີມຂະຫຍາຍບົດບາດ.
ເພ່ືອປ່ຽນແປງໂສມໜ້າທຸກຍາກຂອງຈີນ, ທ່ານເຕິ້ງສຽວຜິງແລະຜູ່ນຳຜູ່ອ່ືນໆຂອງຈີນໄດ້ເລືອກເອົາຊົນນະບົດທ່ີມີພົນລະເມືອງ 800 ລ້ານຄົນດຳເນີນການປະຕິຮູບກ່ອນ. ໃຕ້ເງ່ືອນໄຂເບື້ອງຕົ້ນທ່ີຍືດໝັ້ນລະບອບທ່ີດິນເປັນຂອງຮ່ວມໝູ່, ອະນຸຍາດຄອບຄົວຊາວກະສິກອນຮັບເໝົາທີດິນປູກຝັງຜະລິດຜົນຂອງໃຜຂອງລາວ, ຍັງໄດ້ຍົກເລິກລະບອບປະຊາຄົມຊົນນະບົດທ່ີຈຳກັດການພັດທະນາກຳລັງການຜະລິດ, ຟື້ນຟູຕາແສງແລະບ້ານ. ການປະຕິຮູບດັ່ງກ່າວນີ້ໄດ້ກະຕຶກກະຕຸນຄວາມຫັນຫ້າວຜະລິດຜົນຂອງຊາວກະສິກອນຫຼາຍທ່ີສຸດ, ເຮັດໃຫ້ເສດຖະກິດຊົນນະບົດຈີນພັດທະນາຢ່າງວ່ອງໄວ, ພົນລະເມືອງຈຳນວນຫຼວງຫຼາຍໃນຊົນນະບົດໄດ້ຕັ້ງວິສາຫະກິດຊົນນະບົດແລ້ວກ້າວຂຶ້ນເສັ້ນທາງຮ່ັງມີຢ່າງວ່ອງໄວ, ມີຊີວິດການເປັນຢູ່ດີທ່ີບັນພະບູລຸດບໍ່ເຄີຍຄິດນຶດ.
ຖ້າເວົ້າວ່າການເລືອກເອົາການປະຕິຮູບຢູ່ຊົນນະບົດເປັນປ່ອງບຸກທະລຸຂອງເສດຖະກິດຈີນນັ້ນມີເງ່ືອນໄຂສຸກງອມແລ້ວ, ໂຄງຄວາມຄຶດທ່ີຕັ້ງເຂດພິເສດສ່ິເຂດເສດຖະກິດຢູ່ແຄມທະເລທ່ີວາງອອກເມື່ອປີ 1980 ນັ້ນກໍແມ່ນພາກສ່ວນໜ່ຶງທ່ີເຕັມໄປດ້ວຍຄວາມສາມາດໃນຈິນຕະນາການທ່ີອຸດົມສົມບູນທ່ີສຸດຂອງທິດສະດີເຕິ້ງສຽວຜິງີກ່ຽວກັບການສ້າງສາສັງຄົມນິຍົມທ່ີມີສີສັນພິເສດຈີນ.
ໃນເວລາເຂດເສດຖະກິດພິເສດປະຕິບັດນະໂຍບານພິເສດແລະສິດຕົກລົງຊີ້ຂາດນັ້ນ, ຄວາມຫວັງຂອງທ່ານເຕິ້ງສຽວຜິງຕໍ່ເຂດພິເສດແມ່ນບຸຜ່າເສັ້ນທາງປະຕິຮູບເສັ້ນໜ່ຶງອອກ.
ທ່ີຈິງແລ້ວ, ເຂດພິເສດທ່ີທ່ານເຕິ້ງສຽວຜິງກຳນົດເປັນນາທົດລອງການປະຕິຮູບໃນປີນັ້ນໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງ, ບໍ່ພຽງແຕ່ໄດ້ເກີດມີບັນຫາໃຫຍ່ທ່ີອາດຈະຍົກເລີກເຂດພິເສດທໍ່ນັ້ນ, ຍັງໄດ້ສະໜອງຫຼາຍບົດຮຽນໃຫ້ເຂດອ່ືນໆຂອງຈີນແລະຫຼາຍປະເທດທ່ີພວມຫັນປ່ຽນໂຄງປະກອບເສດຖະກິດນັ້ນ.
1 2 3
|