ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-17 18:24:51    
ທ່ານ​ເຕິ້ງ​ສຽວ​ຜິ​ງ​ນຳພາ​ປະຊາຊົນຈີນ​ທົດ​ລອງ​​ແລະໝົ້ນ​ຢ່າງ​ກ້າຫານ

cri

ໃນຫຼາຍປີ​ມານີ້, ຈິດ​ໃຈ​ທ່ີ​ເຮັດ​ແທ້​ທຳ​ຈິງ​ແລະ​ປະ​ດິດຄິດ​ສ້າງ​ໃໝ່​ຂອງທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ດຶງ​ດູດ​ສາຍຕາ​ຄົນ​ທັງຫຼາຍໂດຍ​ສະຫຼອດ. ທິດ​ສະ​ດີກາ​ນ​ເມືອງ​ທ່ີ​ງ່າຍ​ໆແລະ​​ໃຊ້​ການ​ໄດ້ນີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຈີນ​ດຳ​ເນີນ​ການປະຕິ​ຮູບຢ່າງ​ໝັ້ນທ່ຽງ​ເປັນ​ເວລາ 25 ປີທໍ່​ນັ້ນ, ຍັງ​​ໄດ້ຊອກ​ພົບ​ເສັ້ນທາງ​ພັດທະນາ​ເສັ້ນ​ໜ່ຶງ​ທ່ີ​ສອງ​ຄອງ​ກັບ​ສະພາບ​ຕົວ​ຈິງຂອງ​ຈີນ​ອີກ​ດ້ວຍ, ພວມ​ພາ​ຈີນ​ຜ່ານ​ໄລຍະ​ສັບສົນ​ຫຍຸ້ງ​ຍາກໃນ​ການປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​.

ປີ 1979, ທ່ານ​ເຕິ້ງສຽວ​ຜິ​ງກໍ​ຄື​ກັບ​ຄົນ​ຈີນ​ເປັນ​ລ້ານ​ເປັນ​ໂກດ​ທ່ີ​ຫາກ​ໍຜ່ານ​ຈາກ​ການ​ປະຕິວັດ​ວັດທະນະທຳທ່ີ​​ປ່ັນ​ປ່ວນ​ນັ້ນ​ໄດ້​ປະ​ເຊີນ​ກັບສະພາບ​ທ່ີ GDP ຈີນສະ​ເລ່ຍ​ຕາມ​ຫົວ​ຄົນ​ແລ້ວ​ບໍ່​ຮອດ 250 ​ໂດ​ລາ​ສະຫະລັດ. ​ 20 ປີ​ກ່ອນ​, ມາດ​ຖານຄວາມ​ຮັບ​ຮູ້​ທ່ີ​​ແຮ່ງ​ທຸກ​ແຮ່ງ​ປະຕິວັດ​ແລະ​ຄວາມ​ພາ​ດພັ້ງທາງ​ນະ​ໂຍບາຍ​ໄດ້​​ເຮັດ​ໃຫ້​ເສດ​​ຖະກິດ​ຈີນ​​ມໍ່​ຈະ​ພັງ​ຕະລາຍ.​

ໃຕ້​ເບື້ອງຫຼັງ​ດັ່ງກ່າວ​ນີ້, ຄຳ​ວິ​ນິດ​ໃສຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງທ່ີ​ວ່າຄວາ​ມທຸກຍາມບໍ່​ແມ່ນ​ສັງຄົມນິຍົມ​ດັງ​ກັງວານ​ສະ​ເທ່ືອ​ນດິນ​ສະ​ເທ່ືອ​ນ​ຟ້າ,​ ບໍ່​ພຽງ​ແຕ່​ປົດປ່ອຍ​ແນວ​ຄິດ​ຄົນ​ຈີນ​ທໍ່​ນັ້ນ, ຍັງ​​ໄດ້ສ້າງ​ພື້ນ​ຖ​ານທ່ີ​ເຫັນ​ກວ້າງ​ມອງ​ໄກ​ໃຫ້​ແກ່​ການວາງ​ອອກ​ນະ​ໂຍບາຍ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ທິດ​ສະ​ດີກາ​ນສ້າງ​ທັນ​ສະ​ໄໝ​ຢ່າງເປັນ​ລະບົບ.

ທ່ານ​ເວິນ​ຊ້ຽນຢວນ ຫົວໜ້າ​ສູນ​ຄົ້ນຄວ້າ​ທິດ​ສະ​ດີ​​ເຕິ້ງ​ສຽວ​ຜິ​ງ​​ແຂວງ​ກວາງຕ​ົ້ງ​ເຫັນ​ວ່າ, ​ໃນ​ດ້ານ​ປົດ​ປ່ອຍ​ແນວ​ຄິດ​ຂອງ​ຄົນ​ຈີນ, ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ປະກອບ​ສ່ວນ​ທ່ີ​ມີ​ລັກສະນະ​ປະຫວັດສາດ.


1  2  3