
ສັງເກດການປ່ຽນແປງຂອງຈີນຜ່ານກະເປົາເດີນທາງຂອງນັກທ່ອງທ່ຽວ
ເມື່ອບໍ່ດົນມານີ້, ຄຳສັບສຳຄັນອີກຄຳໜຶ່ງທີ່ກ່ຽວຂ້ອງກັບຈີນໄດ້ກາຍເປັນກະແສນິຍົມ ນັ້ນກໍຄື “China Haul”(ການເປີດກະເປົາເດີນທາງ ແລະ ໂຊເຄື່ອງທີ່ຊື້ມາແຕ່ຈີນ). ນັກທ່ອງທ່ຽວຕ່າງປະເທດລາກກະເປົາເດີນທາງທີ່ຫວ່າງເປົ່າມາຈີນ, ຂາກັບໄດ້ຍັດສິນຄ້າທີ່ຊື້ຢູ່ຈີນຈົນເຕັມກະເປົາ ແລ້ວຖ່າຍວີດີໂອສັ້ນການເປີດກະເປົາເດີນທາງ ເພື່ອແບ່ງປັນກັບຄົນອື່ນ. ຊາວເນັດຕ່າງປະເທດຈຳນວນຫຼວງຫຼາຍໄດ້ໂພສລາຍການຊື້ເຄື່ອງຂອງຕົນ, ຕັ້ງແຕ່ໂທລະສັບມືຖືທີ່ຜະລິດໂດຍຈີນ, ອຸປະກອນດີຈີຕອນລາຄາປະຢັດ, ເຄື່ອງນຸ່ງພື້ນເມືອງຈີນ, ເຄື່ອງໃຊ້ໃນເຮືອນທີ່ມີຂະໜາດນ້ອຍ ຈົນເຖິງອາຫານຫວ່າງທີ່ມີລັກສະນະພິເສດ, ແຕ່ລະຢ່າງລ້ວນແຕ່ເຮັດໃຫ້ຊາວເນັດຕ່າງປະເທດອຸທານຂຶ້ນວ່າ “ເປີດໂລກໃໝ່”. ສິບກວ່າປີກ່ອນ, ຄົນຈີນໄປຕ່າງປະເທດຊື້ໝໍ້ຫຸງເຂົ້າໄຟຟ້າ ແລະ ຝາປິດໂຖສ້ວມ ກາຍເປັນຫົວຂໍ້ທີ່ດຶງດູດຄວາມສົນໃຈຢ່າງຫຼວງຫຼາຍໃນຄາວນັ້ນ; ແຕ່ປັດຈຸບັນ, ກະແສ “China Haul” ກຳລັງໄດ້ຮັບຄວາມນິຍົມ, ຄົນຕ່າງປະເທດເດີນທາງມາຈີນເພື່ອຊື້ເຄື
14-Oct-2026