ບົດທີ 59 ຢູ່ຫ້ອງ​ເຕັ້ນລຳ

 ຄຳ​ເຫັນ
 

ປັດຈຸບັນ, ຮ້ານ​ເຕັ້ນລຳ​ແມ່ນບ່ອນລື້ນ​​ເລີງຂອງ​ຄົນ​ຈີນ, ​ໂດຍ​ສະ​ເພ​າະ​ແມ່ນ​ຂອງໄວ​ໜຸ່ມ. ຍາມຮ້ອນ​​ແມ່ນ​ຍາມ​ແອ​ອັດ​ກວ່າ​ໝູ່​ໃນ​ຮ້ານ​ເຕັ້ນລຳ​ຢູ່​ປັກ​ກິ່ງ. ທຸກຄົນ​ສາມາດ​ຮ້ອງ​ເພງ​ຫຼືເຕັ້ນລຳ​ຢູ່​ໃນ​ຮ້ານ, ທັງ​ຈະ​ໄດ້ຊົມ​ການສະ​ແດງ​ທີ່​ດີ​ເດັ່ນ, ທັງໂອ້​ລົມ​ກັນ​ແລະກິນ​ເຫຼົ້ານຳ​ກັນ​ກັບໝູ່​ເພື່ອນ. ຢູ່​ໃນ​ຮ້ານ​ເຕັ້ນລຳ​ທີ່​ດີກ​ວ່າ​ໝູ່​ຂອງ​ນະຄອນ​ປັກ​ກິ່ງ, ມີ​ເພັງ​ມີ​ດົນ​ຕີ​ເຕັ້ນລຳ​ທີ່​ນິຍົມ​ກັນ​ໃນ​ໂລກ​ ແລະ ມີ​ດົນຕີ​ຈີນທີ່​ມ່ວນ​ອອນຊອນ. ຢູ່​ບ່ອນ​ນີ້, ຍັງ​ມີ​ລະບົບ​​ແສງ​ສີສຽງ​ທີ່​ທັນ​ສະ​ໄໝ​ລະ​ດັບ​ສາກົນ, ຍັງ​ມີ​DJຊັ້ນຍອດ​ຂອງ​ອາຊີ. ຊາວ​ໜຸ່ມ​ກໍ່​ໝັກ​ຈັດ​ PARTY ຢູ່​ຮ້ານ​ດິສ​ໂກ ​ໃນ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່.