ບົດທີ 41 ຈ່າຍ​ເງິນ

 ຄຳ​ເຫັນ
 

ທະນາຄານ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ ໃນ​ຊີ ວິດປະຈຳ​ວັນ​ຂອງ​ປະຊາຊົນ​ຈີນ.ສິ່ງ​ທີ່​ຕ້ອງການ​ເຮັດ​ຢູ່​ທະ ນາຄານ​ນອກຈາກ​ການ​ຝາກ​ເງິນ​ຖອນ​ເງິນ​ແລ້ວ​ຍັງ​ມີ:ຈ່າຍ ​ຄ່າ​ໂທລະສັບ,ຈ່າຍ​ຄ່າ​ອິນ​ເຕີ​ເນັດ,ຊື້​ໄຟຟ້າ, ກູ້​ເງິນ, ​ປ່ຽນ​ເງິນ, ຊື້​ຜະລິດ​ຕະພັນຄຸ້ມ​ຄອງ​ເງິນ(ຕົວຢ່າງ​ວ່າ ກອງ​ທຶນ)​ເປັນ​ຕົ້ນ, ຖ້າວ່າ​ທ່ານ​​ເຫັນ​​ຄົນ​ລຽນ​ແຖວ​ຍາວໆ​ຢູ່ໜ້າ​ປະຕູ​ທະນາຄານ​ກ່ອນຕອນ​ເຊົ້າ 7 ​ໂມງ, ທຳ​ມະ​ດາ​ແລ້ວ​ແມ່ນ​ປະຊາຊົນ​ລໍຖ້າ​ເພື່ອ​ຊື້​ພັນທະ​ບັດ​ແຫ່ງ​ຊາດ​. ​ໃນ​ແຖວ​ດັ່ງ ກ່າວ ​ສ່ວນ​ຫຼາຍ​ແມ່ນ​ຜູ້​ເຖົ້າ​ ທີ່​ອອກກິນ​ເບັ້ຍບຳນານ​​ແລ້ວ, ​ເພາະວ່າ​ພວກ​ເພິ່ນ​ເຫັນ​ວ່າ​ການຊື້​ພັນທະບັດແຫ່ງ​ຊາດ​ບໍ່​ມີ​ຄວາມ​ສ່ຽງ, ດອກ​ເບັ້ຍກໍ​ສູງ​ກວ່າ​​ເງິນ​ຝາກ.