ຂະແໜງການເສີມຄວາມງາມຂອງຈີນ ພັດທະນາໄວ ຫຼາຍ, ຮ້ານຕັດຜົມບາງຮ້ານມີຊ່າງຕັດຜົມອາຊີບຮັບໃຊ້ທ່ານ,ລວມທັງການອອກແບບຊົງຜົມ(ທ່ານສາມາດເລືອກ ແບບທີ່ນຳແຟຊັນທີ່ສຸດຫຼືແບບເກົ່າ), ສະຫົວ, ຕັດຜົມ, ເປົ່າຜົມ, ນວດຜົມ, ຍ້ອມຜົມ, ດັດຜົມແລະອື່ນໆ, ບໍລິ ການດີຫຼາຍ. ຖ້າວ່າທ່ານຢາກເຮັດຜົມ, ຕ້ອງໂທລະສັບໄປນັດກ່ອນ. ຢູ່ຮ້ານຕັດຜົມ,ທ່ານຍັງສາມາດຊື້ຜະລິດຕະພັນບຳລຸງຜົມຄຸນນະພາບດີໄດ້, ແຕ່ລາຄາແພງ. ຮ້ານຕັດຜົມ ບາງຮ້ານຍັງນວດຫົວໃຫ້ໂດຍບໍ່ເສຍຄ່າ, ທ່ານຈະຮູ້ສຶກສະ ບາຍຫຼາຍ.