ບົດທີ 30 ຂັບລົດ​ໄປ​ທ່ອງ​ທ່ຽວ

 ຄຳ​ເຫັນ
 

ນັບແຕ່ປີ 2008 ເປັນຕົ້ນມາ,ວັນພັກທີ່ກົດໝາຍກຳນົດໄດ້ເພີ່ມຂຶ້ນເປັນ 11 ວັນ,ແຕ່ກ່ອນແມ່ນ 10 ວັນ. ໃນນັ້ນ, ວັນປີໃໝ່ສາກົນ,ວັນກຳມະກອນສາກົນວັນທີ 1 ພຶດສະພາ, ບຸນໄຫວ້ບັນພະບຸລຸດ, ບຸນຕວນອູ, ບຸນໄຫວ້ພະຈັນລ້ວນແຕ່ພັກ 1 ວັນ. ບຸນກຸດຈີນແລະວັນຊາດພັກ 3 ວັນ.ບວກກັບວັນເສົາວັນອາທິດອີກ,ຈຶ່ງໄດ້ພັກ 3 ວັນຫຼື 7 ວັນໃນໄລ ຍະວັນບຸນຕ່າງໆ. ອອກໄປທ່ອງທ່ຽວ ໃນວັນພັກໄດ້ກາຍເປັນຄວາມນິ ຍົມກັນໄປແລ້ວ. ບໍ່ວ່າຈະເປັນໝົດຄອບຄົວ,ຫຼືໄປທ່ຽວກັບເພື່ອນມິດ, ມີຫຼາຍຄົນກໍ່ຂັບລົດຕົນເອງໄປ. ຖ້າຜູ່ທີ່ບໍ່ມີລົດສ່ວນຕົວແຕ່ຢາກຂັບລົດທ່ຽວເອງ,ເຊົ່າລົດໄປກໍ່ໄດ້.(ດຽວ ນີ້, ມີຫຼາຍບໍລິສັດເຊົ່າລົດ, ບໍ່ວ່າຈອງໄວ້ກ່ອນຫຼືເຊົ່າລົດທາງອິນເຕີເນັດ, ຫຼືເຊົ່າລົດຈາກບໍລິສັດ ເຊົ່າລົດໂດຍກົງ, ການເຊົ່າກໍ່ສະດວກທີ່ສຸດ.ຖ້ານັກທ່ອງທ່ຽວມີບັດປະຈຳຕົວ,ໃບຂັບຂີ່, ປີ້ຍົນຮອດປັກກິ່ງ, ຈ່າຍຄ່າປະກັນແລະຄ່າເຊົ່າ, ກໍ່ເຊົ່າລົດໄດ້. ບາງບໍລິສັດຍັງໃຫ້ການບໍລິການເຊົ່າລົດສະ ໜາມບິນ, ນັກທ່ອງທ່ຽງທີ່ຈອງລົດໄວ້ກ່ອນສາມາດຊຳລະຄ່າທຳນຽມຕ່າງໆຢູ່ສະໜາມບິນ,ແລ້ວຂັບລົດໄປທ່ຽວໂດຍຕົນເອງໄດ້ເລີຍ.)