-
ມີປີ້ລົດໄຟທີ່ໄປຊຽງໄຮ້ໃນວັນທີ11ບໍ່?
ຖ້າເຈົ້າຢາກຂີ່ລົດໄຟໄປຊຽງໄຮ້,ເຈົ້າຢາກຊື້ປີ້ລົດໄຟວັນທີ11ເດືອນນີ້.ໃນພາສາຈີນເຈົ້າຄວນເວົ້າວ່າ:有11号去上海的火车票吗?Yǒu shíyī hào qù Shànghǎi de huǒchēpiào ma?
“有 yǒu”,“ມີ”。“11号 shíyī hào”,“ວັນທີ11”。 “去 qù”, “ໄປ”。上海 Shànghǎi,ຊຽງໄຮ້ 。“的 de”"ຂອງ"。“火车票 huǒchēpiào”,“ປີ້ລົດໄຟ”。“吗 ma”"ບໍ່"。
-
ເມື່ອເຈົ້າໄປຮອດໂທບອກພວກເຮົາແດ່ເດີ້.
ເພື່ອນຂອງເຈົ້າຫຼາຍຄົນຈະມາທ່ຽວປັກກິ່ງ,ແລະບາງທີເຈົ້າຢາກໄປຢາມເຂົາເຈົ້າ.ເຈົ້າຄວນເວົ້າວ່າ::“到了给我们打电话”。Dàole gěi wǒmen dǎ diànhuà.
“到了 dàole”,ແປວ່າ“ພາຍຫຼັງໄປຮອດ”。“给 gěi”,“ໃຫ້”。 “我们 wǒmen”,“ພວກເຮົາ”。“给我们 gěi wǒmen”,“ໃຫ້ພວກເຮົາ”。“打电话 dǎ diànhuà”, “ໂທຫາ”。
-
ເດີນທາງດ້ວຍຄວາມສະຫວັດດີພາບ!
ໃນພາສາຈີນ"ເດີນທາງດ້ວຍຄວາມສະວັດດີພາບ" ແມ່ນ: 一路平安。Yílù píng'ān
“一路 yílù”,“ການເດີນທາງ”。“平安 píng'ān”, “ສຸກສະບາຍ”。
-
ຂໍຖາມແດ່ ຕູ້ລົດອາຫານຢູ່ໃສ?
ຖ້າທ່ານຢາກໄປກິນເຂົ້າຢູ່ຕູ້ລົດອາຫານ,ທ່ານຄວນຖາມວ່າ,请问餐车在几号车厢? Qǐngwèn cānchē zài jǐ hào chēxiāng?
“请问 qǐngwèn”, “ຂໍຖາມ”。“餐车 cānchē”,“ຕູ້ລົດອາຫານ”。“在 zài”,“ຢູ່ ”。“几号 jǐ hào”,ແປວ່າ“ ເລກຫຍັງ”。“车厢 chēxiāng”,“ຕູ້ລົດ” 。