ບົດທີ 24 ຢູ່​ຮ້ານ​ຂາຍ​ປຶ້ມ

 ຄຳ​ເຫັນ
 
  • ມີຮ້ານຂາຍປື້ມໃຫຍ່ຢູ່ໃສ? 哪儿Nǎr ແປວ່າ ຢູ່ໃສ, 有yǒu ແປວ່າ ມີ, 大dà ແປວ່າ ໃຫຍ່, 书shū,ປື້ມ, 店diàn, ໃນທີ່ນີ້ແປວ່າ ຮ້ານຂາຍປື້ມ, 书店shūdiàn ແປວ່າຮ້ານຂາຍປື້ມ,
  • ຂ້ອຍຢາກຊື້ວັດຈະນານຸກົມເຫຼັ້ມໜຶ່ງ. 我Wǒ 要yào ແປວ່າ ຂ້ອຍຢາກ∕ຂ້ອຍຕ້ອງການ. 买mǎi ແປວ່າ ຊື້. 本běn ແມ່ນຄຳລັກສະນະນາມຂອງປື້ມ, ແປວ່າໜຶ່ງເຫຼັ້ມ. 字典zìdiǎn, ວັດຈະນານຸກົມ.
  • ຂ້ອຍຢາກຊື້ປື້ມນຳທ່ຽວປັກກິ່ງເຫຼັ້ມໜຶ່ງ. 我Wǒ 想 xiǎng ແປວ່າ ຂ້ອຍຢາກ. 买 mǎi ແປວ່າ ຊື້. 本běn ແມ່ນຄຳລັກສະນະນາມຂອງປື້ມ,ແປວ່າ "ເຫຼັ້ມ". 导游dǎoyóu ແປວ່າ ນຳທ່ຽວ∕ພາທ່ຽວ. 手册shǒucè ແປວ່າ ປື້ມນ້ອຍ.
  • ຂໍຖາມແດ່, ນະວະນິຍາຍພາສາອັງກິດຢູ່ໃສ? ຮ້ານຂາຍປື້ມໃຫຍ່ອີ່ຫຼີ, ມີຫຼາຍຊັ້ນ. ເຈົ້າຈະຖາມແນວໃດວ່າ:“ນະວະນິຍາຍພາສາ ອັງກິດຢູ່ໃສ?“ ເຈົ້າຄວນຖາມວ່າ: 请问英文小说在几层卖?Qǐngwèn Yīngwén xiǎoshuō zài jǐ céng mài? 请问 Qǐngwèn,ຂໍຖາມແດ່. 英文Yīngwén ແປວ່າພາສາອັງກິດ. 小说xiǎoshuō, ນະວະນິຍາຍ. 在zài ແປວ່າຢູ່. 几层jǐ céng ແປວ່າຊັ້ນໃດ. 卖mài, ຂາຍ.