-
ໝາກກ້ຽງນີ້ຫວານບໍ່?
ຖ້າເຈົ້າຢາກຊື້ໝາກກ້ຽງມາກິນ, ກ່ອນອື່ນ, ເຈົ້າຢາກຮູ້ວ່າມັນຫວານບໍ່? ເຈົ້າອາດຖາມຜູ້ຂາຍແນວນີ້ວ່າ:这橘子甜吗?Zhè júzi tián ma? “这 zhè”,“ນີ້”。“橘子 júzi”,“ໝາກກ້ຽງ”。“甜 tián”,“ຫວານ”。“吗 ma”ຄຳລົງທ້າຍປະໂຫຍກຄຳຖາມ。
-
ກິໂລໜຶ່ງເທົ່າໃດ?
ເມື່ອເຈົ້າຕົກລົງເອົາແລ້ວເຈົ້າຢາກຖາມລາຄາ。ເຈົ້າຄວນຖາມວ່າ:多少钱一公斤?Duōshao qián yì gōngjīn?
“多少 duōshao”,“ເທົ່າໃດ”。“钱 qián”,“ເງິນ”。“多少钱 duōshao qián”,“ລາຄາເທົ່າໃດ”。 “一 yī”,“ໜຶ່ງ”。“公斤 gōngjīn”,“ກິໂລ”。 “一公斤 yì gōngjīn”,“ກິໂລໜຶ່ງ”。 ເວົ້າລວມກັນກໍ່ແມ່ນ:多少钱一公斤?Duōshao qián yì gōngjīn? “ກິໂລໜຶ່ງເທົ່າໃດ?”ຢູ່ຕະຫຼາດຈີນ, ມັກໃຊ້ຄຳວ່າ“斤 jīn”ແປວ່າເຄິ່ງກິໂລ ເວົ້າສຳລັບການຊັ່ງນ້ຳໜັກ。ຖາມແນວນີ້ກໍ່ໄດ້“多少钱一斤”。Duōshao qián yìjīn?
-
ຂ້ອຍບໍ່ມີເງິນນ້ອຍ. ຖ້າບໍ່ມີເງິນນ້ອຍ, ເຈົ້າຄວນເວົ້າວ່າ: 我没有零钱。Wǒ méiyou língqián.
“我 wǒ”,“ຂ້ອຍ”。“没有 méiyou”,“ບໍ່ມີ”。“零钱 língqián”,“ເງິນນ້ອຍ”。 我没有零钱。Wǒ méiyou língqián. “ຂ້ອຍບໍ່ມີເງິນນ້ອຍ.”
-
ມີແຕ່ໃບຮ້ອຍຢວນ. ດຽວນີ້ຂ້ອຍມີແຕ່ໃບຮ້ອຍຢວນ. ພາສາຈີນໃຫ້ເວົ້າວ່າ: 给你一张一百的。gěi nǐ yī zhāng yībǎi de”
“给 gěi”,“ໃຫ້”。“你 nǐ”,“ເຈົ້າ”。“一 yī”,“ໜຶ່ງ”。“张 zhāng”ລັກສະນະນາມຂອງເງິນ, ເຈ້ຍ, ປີ້ແລະອື່ນໆ. “一百 yībǎi ”,“ໜຶ່ງຮ້ອຍ”。“的 de”ຄຳລົງທ້າຍ。