ໃນນ້ຳມີປາໃນນາມີເຂົ້າ(3)
-----------------------------------------------------------------------------------------------------------------
ຫຼັງຈາກນັ້ນກໍ່ຂີ່ລົດຕໍ່ໄປບ້ານຜີງຈ້າຍຂອງເຜົ່າຈູ່ເກີດທີ່ຕັ້ງຢູ່ຫ່າງຈາກເມືອງຂ່າຍຢາງປະມານ 20 ກິໂລແມັດ. ປະຕູເຂົ້າສູ່ບ້ານແບບທຳມະຊາດກໍແມ່ນຂົວອູ່ຂ້າມນ້ຳຊິງຫຼຸງທີ່ຍາວປະມານ 100 ແມັດ. ກວ້າງ2 ແມັດປາຍ. ຫຼາຍຄົນຍ່າງກໍໄກວໂອດເອດໄປມາປານຂີ່ເຮືອແພ; ແຕ່ສຳລັບຊາວບ້ານນີ້ຂີ່ລົດຈັກແບບໄວໆຂ້າມໄປມາຢ່າງສະບາຍ. ກ່ອນຈະໄປຮອດໜອງບົວທີ່ເປັນຈຸດທຳມະຊາດທີ່ພົ້ນເດັ່ນຂອງບ້ານຜີງຈ້າຍ, ກໍ່ມີຜູ້ເຖົ້າແມ່ຍິງກຸ່ມໜຶ່ງອາຍຸປະມານ 50 – 60ປີນຸ່ງຊຸດພື້ນເມືອງເຜົ່າຈູ່ເກີທີ່ເປັນເສື້ອແຂນຍາວສີຂາວ, ໂສ້ງຂາຍາວສີດຳແລະມີຜ້າຄືຜ້າກັນເປ້ອນສີດຳທີ່ມີລວດລາຍທີ່ເປັນສີແດງ ສີຂຽວແລະສີຟ້າສະຫຼັບກັນນຸ່ງທັບທາງນອກມາຂັບລຳແລະຟ້ອນໃຫ້ເບິ່ງຢ່າງງົດງາມ. ແລ້ວພວກເຮົາກໍ່ຍ່າງໄປຊົມໜອງບົດທີ່ກວ້າງຂວາງເກືອບ 4 ເຮັດຕາ; ກາງໜອງກໍມີທາງຍ່າງຊີມັງກວ້າງບໍ່ຮອດ 1 ແມັດ, ເຮັດໃຫ້ສາມາດຍ່າງທ່ຽວຊົມດອກບົວ, ໝາກບົວ, ໃບບົວໃຫຍ່ໄດ້ຢ່າງໃກ້ຊິດຄືກັບຢູ່ໃນເທບນິຍາຍ; ບ້ານນີ້ນ້ອຍກວ່າບ້ານເຫີເຟິ່ງ, ແຕ່ມີປະຫວັດໃກ້ຄຽງກັນຄື 900 ປີ. ມີພົນລະເມືອງປະມານ 300 – 400ຄົນເທົ່ານັ້ນ. ເມື່ອຍ່າງຕາມກາງໜອງບົວແລ້ວກໍ່ຍ່າງຂຶ້ນໄປຊົມບ້ານເຮືອນເກົ່າແກ່ຂອງປະຊາຊົນທີ່ຕັ້ງຢູ່ຕາມຈາຍພູອ້ອມໜອງ, ເມືອຫຼຽວລົງມາກໍຈະເຫັນໜອງບົວຢ່າງທົ່ວເຖິງ. ບ້ານນີ້ປະຊາຊົນສ່ວນຫຼາຍກໍເປັນກະສິກອນປູກຝັງລ້ຽງສັດຄືກັບບ້ານເຫີເຟິ່ງ; ແຕ່ກໍມີອາຊີບໃໝ່ເສີມຂຶ້ນມາຄືບໍລິການຮ້ານອາຫານພື້ນເມືອແລະບ່ອນພັກແບບພື້ນເມືອງຄືກັບບ້ານເຫີເຟິ່ງ; ຄະນະນັກຂ່າວຕ່າງປະເທດCRIພາກັນກິນເຂົ້າແລງຢູ່ນີ້, ຫຼາຍຄົນກໍໄດ້ກິນເຂົ້າຈອກນ້ອຍຫຼາຍຈອກທ່າມກາງການຂັບລຳອວຍພອນອີກ. ແລ້ວຈິ່ງພາກັນກັບຄືນສູ່ນະຄອນກຸ້ຍຢາງ.
ຢ່າລືມຖ້າທ່ານມີໂອກາດໄປກຸ້ຍຢາງ, ຄວນຫາໂອກາດໄປທ່ຽວສຳຜັດກັບທຳມະຊາດຊົນນະບົດຂອງເມືອງຂ່າຍຢາງໃຫ້ໄດ້, ແລ້ວສິ່ງທີ່ຫຍຸ້ງໆຢູ່ໃນສະໝອງແລະຈິດໃຈຂອງທ່ານກໍຈະຈາງຫາຍໄປ, ມີແຕ່ຄວາມສົດຊື່ນອີ່ມອົກອີ່ມໃຈສະບາຍຫູສະບາຍຕາເຂົ້າມາແທນທີ່.