ໃນນ້ຳມີປາໃນນາມີເຂົ້າ(3)
-----------------------------------------------------------------------------------------------------------------
ລົງຈາກຈຸດຊົມວິວແລ້ວ, ພວກເຮົາກໍລົງໄປຢາມບ້ານເຫີເຟິ່ງທີ່ເປັນບ້ານຂອງຊົນເຜົ່າປູ້ອີ່ທີ່ເປັນໜຶ່ງໃນຈຳນວນຫຼາຍສິບຊົນເຜົ່າສ່ວນໜ້ອຍຂອງນະຄອນກຸ້ຍຢາງ. ຈະຂີ່ລົດຫຼືຍ່າງໄປໃສຕາມສອງຟາກຖະໜົນທີ່ປູດ້ວຍຊີມັງກໍເຕັມໄປແຕ່ສີຂຽວຂອງພືດພັນ, ບໍ່ວ່າຈະເປັນເຂົ້າ ສາລີ ດອກຕາເວັນ ໝາກອຶ ໝາກບວບ ໝາກເຜັດ ໝາກເຂືອ ໝາກຖົ່ວຍາວແລະອື່ນໆ, ເກືອບວ່າບໍ່ມີບ່ອນດິນເປັນຫວ່າງເລີຍ, ບໍ່ວ່າຈະເປັນຮ່ອມພູ, ທົ່ງພຽງນ້ອຍ, ເປີ້ນພູ, ຈອມພູຫຼືແມ່ນແຕ່ອ້ອມເຮືອນຊານກໍ່ມີພືດທີ່ເປັນສິນຄ້າແລະຜັກຕ່າງໆ. ຄວາມອຸດົມສົມບູນຂອງທຳມະຊາດບວກກັບຄວາມດຸໝັ້ນຂອງປະຊາຊົນທ້ອງຖິ່ນແລະການສະສະໜັບສະໜູນຂອງອົງການປົກຄອງທ້ອງຖິ່ນ, ທຽບກັບອະດີດຫຼາຍ 10 ປີກ່ອນ, ດຽວນີ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຫຼາຍ. ບ້ານເຫີເຟິ່ງເຖິງວ່າຕັ້ງຢູ່ເທິງພູອ່າວສູງ, ແຕ່ວ່າສີ່ງອຳນວຍຄວາມສະດວກມີຄົບ, ເຊັນວ່າຖະໜົນເຂົ້າບ້ານຮ່ອມເຮືອນລ້ວນແຕ່ປູດ້ວຍຊີມັງ, ນ້ຳປະປາ, ໄຟຟ້າ, ສັນຍານໂທລະສັບ, ໄປຊະນີ, ຈານຮັບດາວທຽມ, ໂຮງຮຽນໂຮງໝໍແລະອື່ນໆມີໝົດ.
ພໍແຕ່ຄະນະພວກເຮົາຍ່າງມາເຖິງປາກປະຕູບ້ານເຫີເຟິ່ງ, ກໍ່ເຫັນເຖົ້າແກ່ນ້ອຍໜຸ່ມຍິງຊາຍນຸ່ງເຄື່ອງຊຸດພື້ນເມືອງເຜົ່າປູ້ອີ່ທີ່ເປັນໂສ້ງແລະເສື້ອແຂນຍາວສີຂຽວແລະສີຟ້າ; ມີຜ້າລວດລາຍສີດຳນຸ່ງທັບທາງນອກ. ກ່ອນຜ່ານປະຕູພວກເພິ່ນກໍຂັບລຳພື້ນເມືອງຕ້ອນຮັບພ້ອມຈອກເຫຼົ້າຂາວນ້ອຍໆທີ່ລົດຊາດດີບໍ່ປຸກຈົນເກີນໄປ, ເປັນເຫຼົ້າທີ່ຕົ້ມເອງໃນບ້ານ. ຜ່ານຈອກເຫຼົ້າແລ້ວກໍ່ຕ້ອງຍ່າງຜ່ານ, ໂອະ! ຂໍໂທດ! ບໍ່ແມ່ນຍ່າງຜ່ານ, ແຕ່ແມ່ນເຕັ້ນຜ່ານໄມ້ໃຜ່ຍາວທີ່ມີຄົນຈັບເປັນຄູ່ປະມານ 5 ຄູ່ທັບເຂົ້າຫຍະອອກ; ເຕັ້ນບໍ່ຖືກຈັງຫວະກໍຖືກໄມ້ໜີບຂາ! ຢູ່ລາວບາງຊົນເຜົ່າກໍ່ຫຼິນອັນນີ້ຄືກັນທີ່ເອີ້ນວ່າ"ເຕັ້ນກະທົບໄມ້". ພວກເຮົາຍ່າງເລາະໄປຕາມທາງຍ່າງຊີມັງກວ້າງປະມານ 2 ແມັດເລາະລຽບໄປຕາມຮ່ອມຕ່າງໆຂອງບ້ານພູຜາທີ່ມີປະຫວັດມາເກືອບ 1 ພັນປີແລ້ວ. ຫຼັງຄາມຸ້ງດ້ວຍດິນຂໍສີດຳເກົ່າໝາງ, ຕົວເຮືອງທາງຫຼັງກໍເຮັດດ້ວຍໄມ້, ບາງຫຼັງກໍກໍ່ດ້ວຍດິນ. ຊັ້ນດຽວກໍມີ, ສອງຊັ້ນກໍ່ມີ, ເຮືອນແຕ່ລະຫຼັງດ້ານນອກພະຍາຍາມຮັກສາຮູບເດີມ; ແຕ່ດ້ານໃນສາມາດສ້ອມແຊມດັດແປງໄດ້. ຢູ່ອ້ອມເຮືອນແຕ່ລະຫູງກໍມີສວນສາລີ, ສວນຜັກຕ່າງໆພ້ອມສັດລ້ຽງ. ຍ່າງເລາະໄປຢູ່ຕາມເທິງງ່າໄມ້ກໍ່ເຫັນນົກຊະນິດຕ່າງໆຮ້ອງຈິກຈອກຈໍແຈ, ຊ່າງເປັນຊີວິດຊົນນະບົດທີ່ຜາສຸກແທ້ໆ. ຜູ້ທີ່ຕ້ອງການໜີຄວາມສັບສົນວຸ້ນວາຍບົນແຊວຈາກໃນເມືອງມາພັກຜ່ອນທ້າຍອາທິດແມ່ນເໝາະທີ່ສຸດ. ຄົນໃນນະຄອນກຸ້ຍຢາງກໍອອກມາທ່ຽວຫຼາຍ; ໃຜຢາກຄ້າງຄືນກໍມີເຮືອນພັກຂະໜາດນ້ອຍແຄມນ້ຳໃຫ້ອີກ. ບ້ານເຫີເຟິ່ງມີອາຫານພື້ນເມືອງແຊບໆ, ອ່າວເຜັດແຕ່ບໍ່ມັນຫຼາຍແລະມີຫຼາຍເຍື່ອງ. ສ່ວນຫຼາຍກິນເຂົ້າທ່ຽງຢ່າງອິ່ມໜຳສຳລານ; ເຍື່ອງທີ່ເດັດໆກໍມີແກງປາໃສ່ຜັກສົ້ມ, ຂົ້ວໄກ່, ແກງໝາກອຶ ແຕ່ວ່າທຸກອັນເກືອບວ່າລົດຊາດເຜັດສົມຄວນ; ແຕ່ອັນທີ່ເຮັດໃຫ້ມີບັນຍາກາດຟົດຟື້ນຂຶ້ນນັ້ນແມ່ນກຸ່ມຜູ້ເຖົ້າຜູ້ຍິງໃນຊຸດພື້ນເມືອງເອົາພາຖາດທີ່ມີຈອກເຫຼົ້ານ້ອຍຫຼາຍ 10 ໜ່ວຍມາຂັບລຳອວຍພອນແບບກອນສົດໆ; ຂັບໄປໄດ້ກອນນ້ອຍໜຶ່ງກໍ່ເຫງັ້ນເຫຼົາໃຫ້ແຂກດື່ມສອງຈອກ; ດື່ມໝົດແລ້ວເຂົາເຈົ້າກໍຂັບກອນໃໝ່ໄປເລື້ອຍໆ; ແຕ່ທຸກກອນຕ້ອງກິນເຫຼົ້າສອງຈອກ; ຜູ້ໃດກິນໄດ້ຫຼາຍຈອກກໍ່ຈະໄດ້ຟັງກອນອວຍພອນຫຼາຍກອນທີ່ເນື້ອໃນບໍ່ຊ້ຳກັນເລີຍ. ຜູ້ຂຽນກໍ່ເອືອກໄປຕັ້ງວ່າ 6 ຈອກນ້ອຍໆ; ກໍ່ຮູ້ສຶກກິນເຂົ້າແຊບຕື່ມ; ມີຜູ້ໜຶ່ງໃນຄະນະພວກເຮົາງັບໄປຕັ້ງວ່າ 16 ຈອກ!