ເມື່ອທຽບກັບຫໍພິພິດທະພັນດັ້ງເດີມ,ຫໍພິພິດທະພັນຊີວະພາບໄດ້ປົກປັກຮັກສາມໍລະດົກວັດທະນະທຳທັງໝົດຢູ່ກັບບ່ອນ,ນີ້ໄດ້ທັບມ້າງຄວາມໝາຍຂອງຫໍພິພິດທະພັນດັ້ງເດີມທີ່ປະກອບດ້ວຍເຄື່ອງສະສົມ ແລະສິ່ງກໍ່ສ້າງ,ເຮດໃຫ້ຂອບເຂດອະນຸລັກຂະຫຍາຍໄປຮອດເຂດແຄວ້ນທີ່ສະຫງວນມໍລະດົກວັດທະນະທຳ,ຍິ່ງເນັ້ນໜັກການສືບທອດແລະພັດທະນາມໍລະດົກວັດທະນະທຳໃນອະນາຄົດ.

ຫໍພິພິດທະພັນຊີວະພາບເຜົ່າຢ້າວປາຍຄູເຂດກວາງຊີ
ປັດຈຸບັນ.ຢູ່ຈີນໄດ້ມີ20ກວ່າຫໍພິພິດທະພັນຊີວະພາບຄືດັ່ງຫໍພິພິດທະພັນໂຊເຈຍ,ເຊິ່ງ ແຈກຢາຍຢູ່ແຂວງກຸ້ຍໂຈ່ວ,ແຂວງຢຸນນານ,ເຂດກວາງຊີແລະເຂດມົງໂກໃນເປັນຕົ້ນ,ຫໍພິພິດທະພັນເຫຼົ່ານີ້ໄດ້ປົກປັກຮັກສາວັດທະນະທຳທີ່ອຸດົມສົມບູນຂອງຊົນເຜົ່າຕ່າງໆ ເຊັ່ນເຜົ່າມົ້ງ,ເຜົ່າຢ້າວ,ເຜົ່າມົງໂກນແລະອື່ນໆ.
ເຖິງແນວນັ້ນກໍຕາມ,ຍ້ອນວ່າຂາດເຂີນເງິນທຶນແລະນັກວິຊາການ,ບວກກັບການຄ້າ ຂາຍເຖື່ອນວັດຖຸບູຮານທີ່ຜິດກົດໝາຍ, ວັດຖຸບູຮານຊົນເຜົ່າສ່ວນໜ້ອຍຂອງຈີນໄດ້ ສູນເສຍຫຼາຍ.ຕາມໄດ້ຊາບ,ປັດຈຸບັນ,ຫໍພິພິດທະພັນຂອງຈີນໄດ້ເກັບຮັກສາວັດຖຸບູ ຮານຊົນເຜົ່າສ່ວນໜ້ອຍປະມານ2ແສນເຄື່ອງ,ນີ້ບໍ່ສອດຄ່ອງກັບຖານະທີ່ຈີນເປັນປະ ເທດທີ່ມີຫຼາຍຊົນເຜົ່າ,ມີດິນແດນກວ້າງຂວາງແລະມີປະຫວັດສາດອັນເກົ່າແກ່.ສະ ນັ້ນ,ການກອບກູ້ແລະເກັບໂຮມວັດຖຸບູຮານຊົນເຜົ່າໄດ້ກາຍເປັນໜ້າທີ່ຮີບດ່ວນອັນ ດັບໜຶ່ງຂອງວຽກງານອະນຸລັກວັດທະນະທຳຊົນເຜົ່າໃນສະເພາະໜ້ານີ້.
ເພື່ອປົກປັກຮັກສາວັດທະນະທຳປະຫວັດສາດຂອງຊົນເຜົ່າສ່ວນໜ້ອຍໃຫ້ດີກວ່າເກົ່າ, ຫວ່າງກ່ອນນີ້ບໍ່ດົນ,ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ສ້າງຕັ້ງຄະນະກຳມະການຫໍພິ ພິດທະພັນຊົນເຜົ່າ,ນີ້ແມ່ນອົງການປະຊາຊົນສາທາລະນະປະໂຫຍດທີ່ຮັບການສະ ໜັບສະໜູນຈາກລັດຖະບານ.ທ່ານລີເຊລຽງຮອງເລຂາທິການໃຫຍ່ຄະນະກຳມະ ການດັ່ງກ່າວໄດ້ແນະນຳຕໍ່ນັກຂ່າວວ່າ:
"ຄະນະກຳມະການພວກຂ້າພະເຈົ້າແມ່ນເຮັດວຽກກອບກູ້,ປົກປັກຮັກສາ,ຄົ້ນຄວ້າ ແລະວາງສະແດງມໍລະດົກວັດທະນະທຳທີ່ດີເລີດຂອງບັນດາຊົນເຜົ່າ.ວຽກງານລະ ອຽດລວມທັງສ້າງເຄືອຂ່າຍແລກປ່ຽນແລະຮັບໃຊ້ຫໍພິພິດທະພັນຊົນເຜົ່າແແລະຫໍພິ ພິດທະພັນເຂດຊົນເຜົ່າໃນທົ່ວປະເທດ.ຈັດຕັ້ງຫົວຂໍ້ຄົ້ນຄວ້າວິຊາການ,ດຳເນີນການ ເຄື່ອນໄຫວແລກປ່ຽນດ້ານວິຊາການເປັນຕົ້ນ.ຂັ້ນຕໍ່ໄປ,ພວກຂ້າພະເຈົ້າຈະຈັດຊຸດ ອົບຮົມທີ່ມີລັກສະນະຈຸດເລັ່ງຫຼາຍຊຸດ,ພວກຂ້າພະເຈົ້າກຳລັງວາງແຜນຢູ່."
1 2 3
|