
ຫ້ອງວາງສະແດງຂອງຫໍພິພິດທະພັນຊົນເຜົ່າກວາງຊີ
ປີ2004,ເຂດກວາງຊີໄດ້ສ້າງຕັ້ງຫໍພິພິດທະພັນຊົນເຜົ່າ,ເກັບໂຮມວັດຖຸບູຮານຊົນເຜົ່າສ່ວນໜ້ອຍຂອງທ້ອງຖິ່ນດັ່ງກ່າວໂດຍຈຳເພາະ,ໃນເວລາພຽງປີດຽວທໍ່ນັ້ນກໍໄດ້ເກັບໂຮມວັດຖຸບູຮານຊົນເຜົ່າສ່ວນໜ້ອຍໄດ້ໝື່ນກວ່າເຄື່ອງ.ພາຍໃຕ້ການຊັກນຳຂອງເຂດກວາງຊີ.ປັດຈຸບັນ,ຢູ່ຫຼາຍບ່ອນຂອງຈີນໂດຍສະເພາະແມ່ນເຂດແຄວ້ນທີ່ມີຊົນເຜົ່າສ່ວນໜ້ອຍຂ້ອນຂ້າງຫຼາຍນັ້ນລ້ວນແຕ່ໄດ້ສ້າງຕັ້ງຫໍພິພິດທະພັນຊົນເຜົ່າ.ປັກກິ່ງຍັງມີຫໍພິພິດທະພັນວັດທະນະທຳຊົນເຜົ່າ ເຊິ່ງເປັນຫໍພິພິດທະພັນຊົນເຜົ່າສ່ວນໜ້ອຍລະດັບຊາດແຫ່ງໜຶ່ງ.ແຕ່ສ້າງຕັ້ງຂຶ້ນເມື່ອຊຸມປີ50ສະຕະວັດທີ່ແລ້ວມານີ້,ຫໍພິພິດທະພັນດັ່ງກ່າວໄດ້ເກັບຮັກສາວັດຖຸບູຮານຂອງບັນດາຊົນເຜົ່າເກືອບ5ໝື່ນເຄື່ອງແລ້ວ.

ສາວນ້ອຍເຜົ່າມົ້ງຊິ້ງໃນຫໍພິພິດທະພັນຊີວະພາບໂຊເຈຍ
ນອກຈາກຫໍພິພິດທະພັນເກັບຮັກສາວັດຖຸບູຮານຂອງບັນດາຊົນເຜົ່າແລ້ວ,ຈີນຍັງເລີ່ມທົດລອງອະນຸລັກມໍລະດົກວັດທະນະທຳຂອງຊົນເຜົ່າສ່ວນໜ້ອຍຈຳນວນໜຶ່ງຢູ່ກັບບ່ອນ.ຜູ່ຊ່ຽວຊານທີ່ກ່ຽວຂ້ອງເອີ້ນຮູບການອະນຸລັກແບບນີ້ເປັນຫໍພິພິດທະພັນຊີວະພາບ.8ປີກ່ອນ,ຫໍພິພິດທະພັນຊີວະພາບແຫ່ງທຳອິດຂອງຈີນໄດ້ສ້າງສຳເລັດຢູ່ເຂດໂຊເຈຍລິວຈື່ແຂວງກຸ້ຍໂຈ່ວ.ຫໍພິພິດທະພັນໂຊເຈຍປະກອບດ້ວຍ12ບ້ານຊົນເຜົ່າ,ກວມເນື້ອທີ່120ກວ່າກິໂລແມັດ.ບ້ານເຫຼົ່ານີ້ໄດ້ຮັກສາສະພາບເສດຖະກິດທຳມະຊາດທີ່ຜູ່ຊາຍເຮັດໄຮ່ເຮັດນາ,ຜູ່ຍິງຕ່ຳຫູກທໍໄໝໂດຍພື້ນຖານ,ແບບແຜນດຳລົງຊີວິດອັນເປັນມູນເຊື້ອແລະຮີດຄອງປະເພນີຕ່າງໆເຊັ່ນຈື່ເລື່ອງດ້ວຍຄວັດໄມ້ໄຜ່,ພິທີແຕ່ງງານ,ພິທີສົ່ງສະການແລະພິທີບູຊາທີ່ມີເອກະລັກ,ດົນຕີ,ການຟ້ອນເຫຼົ່ານີ້ເປັນຕົ້ນລ້ວນແຕ່ໄດ້ຖືກຮັກສາໄວ້.ທ່ານເໝົາຮຸຍ ຜູ່ອຳນວຍການຫໍພິພິດທະພັນດັ່ງກ່າວແນະນຳວ່າ,ເຄື່ອງໃຊ້ປະຈຳວັນ,ເຄື່ອງມືທຳການຜະລິດແລະເຄື່ອງນຸ່ງຂອງຖືຂອງໄທບ້ານນັ້ນເອງກໍແມ່ນການວາງສະແດງຊະນິດໜຶ່ງ.

"ຫໍພິພິດທະພັນຊີວະພາບໂຊເຈຍແມ່ນຫໍພິພິດທະພັນຊີວະພາບແຫ່ງທຳອິດຂອງອາຊີ,ໄທເມືອງໃນເຂດທີ່ຄຸ້ມຫໍພິພິດທະພັນຢູ່ນັ້ນສ່ວນຫຼາຍແມ່ນມົ້ງຊິ້ງເຊິ່ງເປັນສາຂາໜຶ່ງຂອງເຜົ່າມົ້ງ,ແລະກໍເອີ້ນເປັນມົ້ງເຂົາຍາວ.ເນື່ອງຈາກວ່າຊົນເຜົ່ານີ້ດຳລົງຊີວິດຢູ່ໃນພູຜາປ່າດົງທີ່ສູງກວ່າລະດັບນ້ຳທະເລ1400ຮອດ2000ແມັດເປັນເວລາດົນນານ, ຕິດຕໍ່ກັບພາຍນອກບໍ່ຫຼາຍ,ສະນັ້ນ,ວັດທະນະທຳຂອງເຂົາເຈົ້າເຊັ່ນການຍິບປັກຖັກແສ່ວ,ການຍ້ອມຜ້າລວດລາຍດ້ວຍຂີ້ເຜິ້ງ,ດົນຕີ,ການຟ້ອນ,ພິທີທາງສາສະໜາເປັນຕົ້ນເກືອບບໍ່ໄດ້ຖືກທຳລາຍ,ແລະໄດ້ຮັບການປົກປັກຮັກສາອ່າວຄົບຖ້ວນ."

1 2 3
|