ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-11 16:00:00    
ຈີນຣັດ​ເຊຍ​ລົງ​ເລິກ​ການ​ຮ່ວມ​ມື​​ໃນ​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ສອງ​ປະ​ເທດ

cri

ຫວ່າ​ງມໍ່ໆ​ນີ້, ລັດຖະບານຣັດ​ເຊຍ​ໄດ້​ອະນຸມັດ​ແຜນການ​ສ້າງ​ທໍ່​ສົ່ງ​ນ້ຳມັນ​ຈາກ​ຊີ​ເບ​ຣີຕາ​ເວັນ​ອອກ​ໄປ​ຮອດ​ມະຫາ​ສະໝຸດ​ປາຊິ​ຟິກ, ​ນີ້ໄດ້​ສ້າງ​ພື້ນຖານອັນ​ໃຫ້ແກ່​ການ​ວາງທໍ່​ສົ່ງ​ນ້ຳມັນ​ດິບ​ລະຫວ່າງ​ຈີນ​ກັບຣັດ​ເຊຍ. ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ປຶ​ກສາ​ຫາລື​ກັບ​ຝ່າຍຣັດ​ເຊຍ​ຢ່າງ​ຕັ້ງໜ້າ, ພ້ອມ​ກັນ​ຊຸກ​ຍູ້​ໃຫ້​ການວາງທໍ່​ສົ່ງ​ນ້ຳມັນ​ດິບ​ສາຂາ​ຈີນ​ສຳ​ເລັດ​ໂດຍ​ໄວ. ​ແຜນການ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ, ​ໃນ​ຂະ​ນະ​ທີ່​ວາງ​ທໍ່​ສົ່ງ​ນ້ຳມັນ​ຢູ່ຣັດ​ເຊຍ​ນັ້ນ, ​ເລີ່​ມລົງທຶນ​ສ້າງ​ທໍ່​ສົ່ງ​ນ້ຳມັນ​ດິບ​ສາຂາ​ຈີນພ້ອມ​ກັນ.

ນອກຈາກ​ເຊັນ​ສັນຍາ​ກ່ຽວ​ກັບ​ທໍ່​ສົ່ງ​ນ້ຳມັນ​ແລະ​​ແກັສທຳ​ມະ​ຊາດ​ແລ້ວ, ສອງ​ຝ່າຍ​ຈີນຣັດ​ເຊຍ​ຍັງ​ໄດ້​ເຊັນ​ສັນຍາ​ໃນ​ດ້ານ​ຫຼັກການ​ກ່ຽວ​ກັບ​ການ​ຕັ້ງ​ວິ​ສາ​ຫະກິດ​ຮ່ວມ​ທຶນ, ຕ່າງ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຳ​ຫຼວດພັດທະນາຊັບພະຍາກອນ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ໃນ​ແດນຣັດ​ເຊຍ​ແລະ​​ຮ່ວມ​ມື​ກັ່ນ​​ແລະ​ຂາຍ​ນ້ຳມັນ​ຢູ່​ໃນ​ແດນ​ຈີນ. ຣັດ​ເຊຍ​ເຫັນ​ດີ​ໃຫ້​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຈີນ​ກັບ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟຣັດ​ເຊຍ​​ຮ່ວມ​ກັນ​ຂຸດ​ຄົ້ນຊັບພະຍາກອນ​ນ້ຳມັນ​ເຊື້ອ​ໄຟ​ແລະ​​ແກັສທຳ​ມະ​ຊາດ​ທີ່​ອຸດົມສົມບູນ​ຣັດ​ເຊຍ. ພ້ອມ​ກັນ​ນັ້ນ, ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຈີນ​ຍັງ​ຈະ​ພ້ອມ​ກັນ​ກັບ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟຣັດ​ເຊຍ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ຮ່ວມ​ທຶນ​ຢູ່​ຈີນ, ​ເຮັດ​ທຸລະ​ກິດ​ກັ່ນ​ນ້ຳມັນ​ແລະ​ຈຳໜ່າຍ​ນ້ຳມັນ​ແອັສຊັງ​ແລະ​ນ້ຳມັນ​ສຳ​ເລັດ​ຮູບ​ອື່ນໆ.

ທ່ານ​ມາ​​ໄຄ ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດຈີນ​ກ່າວ​ວ່າ, ການ​ເຊັນ​ສັນຍາ​ດັ່ງກ່າວ​ໄດ້​ບຸກ​ເບີກ​ຂອບ​ເຂດ​ຮ່ວມ​ມື​ດ້ານ​ພະລັງງານ​ຈີນຣັດ​ເຊຍ​ຢ່າງ​ໃຫຍ່​ຫຼວງ.

ພວກ​ຂ້າພະ​ເຈົ້າດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ວ່າ, ​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ​ແລ​ະແກັສທຳ​ມະ​ຊາດ, ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ທັງສອງ​ຝ່າຍ​ໄດ້​​ເລີ່​ມຈາກ​ການ​ຄ້າ​ນ້ຳມັນ​ດິບ​​ເປີດ​ກວ້າງໄປ​ຮອດ​ຂົງ​ເຂດ​ຂຸດ​ຄົ້ນ​ແລະ​ຂົງ​ເຂດປຸງ​ແຕ່ງ​ຈຳ​ໜ່າຍ​ແລ້ວ. ທ່ວງທ່າ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ລ່ວງ​ໜ້າ​ວ່າການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຈີນຣັດ​ເຊຍ​ພວມ​ກ້າວ​ໄປ​ຕາມທິດ​ຫຼາຍ​ເຄົ້າ​ຢ່າງຮອບດ້ານ. ​ເມື່ອ​ສັງ​ເກີດຈາກ​ໄລຍະຍາວ​ໄກ​ແລ້ວ, ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ຄວນ​ມີ​ຂອບ​ເຂດ​ກວ້າງ​ກວ່າ​ເກົ່າ​ແລະ​ມີ​​ຫຼາຍຮູບ​ແບບ​ກວ່າ​ເກົ່າ, ສ້າງ​ການ​ພົວພັນ​ຮ່ວມ​ມື​ທີ່​ໝັ້ນຄົງ​ແລະ​ແໜ້ນ​ແຟ້ນກວ່າ​ເກົ່າ.

​ໃນ​ໄລຍະ​ທີ່​ທ່ານ​ປະທານາທິບໍດີ​ປູ​ຕິນຢ້ຽມ​ຢາມ​ຈີນ, ທັງສອງ​ປະ​ເທດ​ຈີນຣັດ​ເຊຍ​ຍັງ​ສະ​ແຫວ​ງຫາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ເຕັກນິກ​ໃນ​ຂົງ​ເຂດ​ກວ້າງ​ກວ່າ​ເກົ່າ.

​ໃນ​ເວລາ​ກ່າວ​ປາຖະກະຖາ​​ເວທີ​ປາ​ໄສ​ນັ້ນ, ​ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ, ຈີນຣັດ​ເຊຍ​ໄດ້​ກຳນົດ​ຂົງ​ເຂດ​ຈຸດ​ໜັກ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ພາຍ​ໜ້າ​ແລ້ວ:

ຈີນຣັດ​ເຊຍ​ຄວນ​ຍົກ​ອັດຕາ​ສ່ວນ​ຂອງ​ຜະລິດ​ຕະພັນ​ກົນຈັກ​ເຄື່ອງ​ໄຟຟ້າ​ໃນ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ​ໂດຍ​ໄວ, ​ເປີດ​ກວ້າງ​ຂະໜາດ​ການ​ຄ້າ​ຂອງ​ຜະລິດ​ຕະພັນ​ຊັບພະຍາກອນ​ພະລັງງານ​ຢ່າງ​ໜັກ​ແໜ້ນ; ​ເພີ່ມ​ທະວີ​ການ​ລົງທຶນ​ຢູ່​ຝ່າຍ​ກົງກັນຂ້າມ​ໃນ​ຂົງ​ເຂດ​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ, ​ໂທລະ​ຄົມ, ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ພັດທະນາ​ຊັບພະຍາກອນ​ນ້ຳມັນ​ເຊື້ອ​ໄຟ​ແລະ​ແກັສທຳ​ມະ​ຊາດ, ປ່າ​ໄມ້​ບໍ່​ແຮ່​​ແລະ​ການ​ປຸງ​ແຕ່ງ​ລະອຽດເປັນ​ຕົ້ນ; ດຳ​ເນີນ​ການ​ຮ່ວມ​ມື​ຫັນ​ໝາກຜົນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເປັນ​ອຸດສາຫະກຳ​ແລະ​ການ​ແລກປ່ຽນຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດໃນ​ຂົງ​ເຂດ​ການບິນ​ແລະ​ການບິ​ນອະວະກາດ, ການ​ຜະລິດ​ກົນຈັກ, ພະລັງງານ​ນິວ​ເຄຼຍ, ອຸປະກອນໃໝ່​ແລະ​ເຕັກນິກ​ຊີວະ​ຊາດ​ເປັນ​ຕົ້ນ.

ປີ2005, ຍອດ​ມູນ​ຄ່າການ​ຄ້າ​ລະຫວ່າງ​ຈີນຣັດ​ເຊຍ​ໄດ້​ບັນລຸ29​ຕື້100​ລ້ານ​ໂດ​ລາ​ສະຫະລັດ, ​​ເຊິ່ງເພີ່​ມຂຶ້ນ​ຫຼາຍ​ກວ່າ​ປີ​ກ່ອນ​ເກີນ30%. ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ອີງ​ຕາມ​ທ່ວງທ່າ​ອັນ​ແຂງ​ແຮງ​ຂອງ​ການພັດທະນາ​ເສດຖະກິດ​ກາ​ນຄ້າລະຫວ່າງ​ຈີນ​ຣັດ​ເຊຍ, ​ເປົ້າ​ໝາຍ​ທີ່​​ເຮັດໃຫ້ການ​ຄ້າ​ສອງ​ຝ່າຍ​ບັນລຸ60​ຕື້​ຫາ80​ຕື້​ໂດ​ລາ​ສະຫະລັດ​ໃນ​ປີ2010ທີ່​ສອງ​ຝ່າຍ​ຕົກລົງ​ກັນ​ນັ້ນ​ແມ່ນ​ສາມາດ​ບັນລຸ​ຜົນ​​ເປັນ​ຈິງ​ໄດ້.
 
1  2