ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-11 16:00:00    
ຈີນຣັດ​ເຊຍ​ລົງ​ເລິກ​ການ​ຮ່ວມ​ມື​​ໃນ​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ສອງ​ປະ​ເທດ

cri


ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ​ໃນ​ຫຼາຍ​ປີ​ມາ​ນີ້, ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າໄດ້​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ, ​ໃນ​ນັ້ນ​ດູດ​ດຶງ​ຄົນ​ກວ່າ​ໝູ່​ແມ່ນ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ສອງ​ປະ​ເທດ. ສອງ​ອາທິດ​ກ່ອນ, ​ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ມາ​ຢ້ຽມຢາມ​ຈີ​ນ, ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ສຳຄັນ​ຫຼາຍ​ສະບັບ​ທີ່​ກ່ຽວ​ພັນ​ເຖິງ​ພະລັງງານ, ນີ້​ໄດ້​ສະໜອງຄວາມ​ຮັບປະກັນ​ອັນ​ສຳຄັນ​ໃຫ້​ແກ່​ຈີນຣັດ​ເຊຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ຕື່ມ​ອີກ. ​ໃນ​ລາຍການ​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​ພາກ​ນີ້, ພວກ​ເຮົາ​ຈະ​ສະ​ເໜີສະພາບ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ສູ່​ທ່ານ​ຟັງ.

​ໃນກອງ​ປະຊຸມ​ເວທີ​ປາ​ໄສ​ສຸດ​ຍອດ​ວົງ​ການ​​ເສດຖະກິດ​ອຸດສາຫະກຳ​ແລະ​ການ​ຄ້າ​ຈີນຣັດ​ເຊຍ​ຄັ້ງ​ປະຖົມມະ​ເລີກ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ສອງ​ອາທິດ​ກ່ອນ, ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໄດ້​ເຜີຍ​ແບຕອນ​ສຳຄັນ​ຂອງ​ສັນຍາ​ພະລັງງານ​ລະຫວ່າງ​ສອງ​ຝ່າຍ:

ສະຫະພັນຣັດ​ເຊຍ​ຕົກລົງ​ຈະ​ສ້າງ​ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ຈາກ​ຊີ​ເບ​ຣີຕາ​ເວັນ​ອອກ​ໄປ​ຫາມະຫາ​ສະມຸດ​ປາຊິ​ຟິກ. ປະຈຸ​ບັນ, ບໍລິສັດ​ຂົນ​ສົ່ງ​ດ້ວຍ​ທໍ່ສົ່ງຣັດ​ເຊຍ​ກັບ​ກຸ່ມ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ແລະ​ແກ​ສທຳ​ມະ​ຊາດ​ຈີນ​ໄດ້​ເຊັນ​ອະນຸສັນຍາ​ທີ່​ກ່ຽວຂ້ອງ​, ຈະ​​ເຣັດບົດ​ວິພາກ​ຂອງ​ການສ້າງ​ທໍ່​ສົ່ງນ້ຳມັນ​ເຊື້ອ​ໄຟ​ສາຂາ​ຈີນ. ຖ້າ​ໂຄງການ​ດັ່ງກ່າ​ວບັນລຸ​ຜົນ​ເປັນ​ຈິງ, ຈະ​ມີ​ຜົນ​ດີ​ຕໍ່​ການເພີ່ມ​ການສະ​ໜອງ​ນ້ຳມັນ​ເຊື້ອ​​ໄຟ​​ໃຫ້ຈີນ. ອີກ​ຂົງ​ເຂດ​ໜຶ່ງ​ທີ່​ມີ​ອະນາຄົດ​ພັດທະນາ​ເປັນ​ຢ່າງ​ດີ​ນັ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ແກັສທຳ​ມະ​ຊາດ. ບໍລິສັດ​ອຸດສາຫະກຳ​​ແກັສທຳ​ມະຊາດຣັດ​ເຊຍຈຳກັດ​ກັບ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຈີນ​ໄດ້​ເຊັນ​ເອກະສານ​ທີ່​ກ່ຽວຂ້ອງ. ພວກ​ເຮົາ​ພວມ​ຄົ້ນຄວ້າ​​ແຜນການວາງທໍ່​ສົ່ງ​ອາຍ​ແກັສທີ່​ເຊື່ອມ​ຕໍ່ສອງ​ປະ​ເທດຫຼາຍ​ສະບັບ. ​ໃນ​ນັ້ນ​ໜຶ່ງ​ແມ່ນ​ທໍ່​ສົ່ງ​ຈາກຊີ​ເບ​ຣີຕາ​ເວັນ​ຕົກ, ອີກ​ອັນໜຶ່ງ​ແມ່ນ​ທໍ່​ສົ່ງ​ຈາກຊີ​ເບ​ຣີ​ຕາ​ເວັນ​ອອກ.

ປີ2005, ຣັດ​ເຊຍ​ໄດ້​ສົ່ງ​ອອກນ້ຳມັນ​ດິບ8​ລ້ານ​ກວ່າ​ໂຕນ​​ໄປຈີນ​​ໂດຍ​ຜ່ານ​ທາງ​ລົດ​ໄຟ, ນີ້​ພຽງ​​ແຕ່​​ແມ່ນ​ສ່ວນ​ໜ້ອຍ​ທີ່​ສຸດທີ່​ນອນ​ຢູ່​ໃນ​ຍອດ​ບໍລິ​ມາດ​ນຳ​ເຂົ້າ​ນ້ຳມັນດິບຂອງ​ຈີນ. ປະຈຸ​ບັນ, ຣັດ​ເຊຍ​ສົ່ງ​​ຂາຍ​ພະລັງງານ​ໄປຕະຫຼາດ​ເອີ​ລົບ​ເປັນ​ສ່ວນ​ໃຫຍ່, ການສະ​ໜອງ​ພະລັງງານ​ໃຫ້​ຕະຫຼາດ​ອາຊີ​ພັດ​​ເພີ່ມ​ຊ້າ. ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້, ຈີນ​ກັບຣັດ​ເຊຍ​ພວມ​ສະ​ແຫວ​ງຫາ​ການ​ຮ່ວມ​ມື​ຍິ່ງ​ຫຼາຍ​ກວ່າ​ເກົ່າ​ໃນ​ຂົງ​ເຂດ​ພະລັງງານ​ໂດຍ​ຕະຫຼອດ​, ​ແລະ​ປຶກສາ​ຫາລື​ວາງ​ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ສາຍ​ໜຶ່ງ​ຈາກຣັດ​ເຊຍ​ມາ​ຈີນ.

​ກ່ຽວ​ກັບ​ສັນຍາ​ຮ່ວມ​ມື​ດ້ານພະລັງງານ​ທີ່​ສອງ​ຝ່າຍ​ເຊັນ​ກັນ​ໃນ​ເວລາ​ທ່ານ​ປະທານ​າທິບໍດີ​ປູ​ຕິນມາ​ຢາມ​ຈີນ​ນັ້ນ, ທ່ານ​ນາງ​ຫຼີຈ້ຽນມິນ ຜູ້​ຊ່ຽວຊານ​ບັນຫາຣັດ​ເຊຍ​ໃນ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ຕີ​ລາຄາ​ວ່າ:

​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ, ພວກ​ເຮົາ​​ຕ້ອງການ​ນ້ຳມັນ​ເຊື້ອ​ໄຟ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ແຕ່ຍ້ອນ​ວ່າການ​ສະໜອງ​ນ້ຳມັນ​ຂອງ​ພວກ​ເຮົາ​ເອງ​ບໍ່ພຽງພໍ, ຕ້ອງ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ສ່ວນ​ຣັດ​ເຊຍ​ມີ​ພະລັງງານ​ອຸດົມສົມບູນ, ສອງ​ຝ່າຍ​ມີ​ຈຸດ​ຮ່ວມ​ດ້ານ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃນ​ດ້ານ​ນີ້. ສັນຍາ​ທີ່​ຈີນຣັດ​ເຊຍ​ເຊັນ​ກັນ​ເທື່ອ​ນີ້​ໄດ້​ຊີ້​ທິດ​​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ, ກໍ​ໄດ້​ຢ່ວງ​ບາດກ້າວ​ທີ່​ມີ​ລັກສະນະ​ທາດ​ແທ້.

ຜູ້​ຊ່ຽວຊານ​ຜູ້​ນີ້​ແນະນຳ​ວ່າ, ອີງ​ຕາມ​ສັນຍາ, ພາຍຫຼັງ​ທໍ່​ສົ່ງ​​ແກັສທຳ​ມະ​ຊາດ​ຈີນຣັດ​ເຊຍ​ສ້າງ​ສຳ​ເລັດ​ແລ້ວ, ຕໍ່​ໄປ​ພາຍ​ໜ້າ, ຍອດ​ບໍລິ​ມາດ​​ແກັສທຳ​ມະ​ຊາດ​ທີ່​ຣັດ​ເຊຍສົ່ງ​ຂາຍ​​ໃຫ້ຈີນ​ນັ້ນ​ຈະ​ບັນລຸ80​ຕື້​ແມັດ​ກ້ອນ​ຕໍ່​ປີ, ​ກວມ​ເຄິ່ງໜຶ່ງ​ຂຶ້ນ​ໄປ​ຂອງ​ບໍລິ​ມາດ​ທີ່ຣັດ​ເຊຍ​ສົ່ງ​ຂາຍ​​ໃຫ້ເອີ​ລົບ.

ນອກ​ນີ້, ບົດ​ບັນທຶກ​ການ​ເຈລະຈາ​ກ່ຽວ​ກັບ​ການ​ສຶກສາ​ບົດ​ວິພາກ​ການ​ລົງທຶນ​ສ້າງ​ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟຣັດ​ເຊຍ​ສາຂາ​ຈີນ​ທີ່​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຈີນ​ກັບ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟຣັດ​ເຊຍ​ເຊັນ​ກັນ​ນັ້ນ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ແລະ​ການສະ​ໜັບສະ​ໜູນ​ເປັນ​ຢ່າງ​ແຂງ​ແຮງ​
ຈາກລັດຖະບານ​ຈີນ​ແລະຣັດ​ເຊຍ. ທ່ານ​ເສິນ​ເກິ່ງ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຈີນ​ມີ​ຄວາມ​ໝັ້ນ​ໃຈອັນ​ເຕັມ​ປ່ຽມຕໍ່​ການ​ສ້າງ​ທໍ່​ສົ່ງ​ນ້ຳມັນ​ສາຍ​ນີ້, ​ແລະ​ຍິນ​ດີ​ຕັ້ງໜ້າ​ປຶກສາ​ຫະລື​ກັບ​ຝ່າຍຣັດ​ເຊຍ, ພ້ອມ​ກັນ​ຊຸກ​ຍູ້​ການ​ສ້າງສາ​ທໍ່​ສົ່ງ​ນ້ຳມັນ​ດິບ​ສາຂາ​​ຈີນ:

1  2