ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-03 11:04:24    
ຍິງ​ໜຸ່ມ​ຈີນ​ມັກ​ເຄື່ອງ​ຟຸມ​ເຟືອຍ​ຍີ່​ຫໍ້​ຊື່​ດັງ

cri


ເປັນ​ຫຍັງ​ເຄື່ອງ​ຟຸມ​ເຟືອຍ​ຍີ່​ຫໍ້​ຊື່​ດັງ​ສາມາດ​ດຶງ​ດູດ​ຜູ້​ບໍລິ​ໂພກ​ທີ່​ເປັນ​ຍິງ​ໜຸ່ມ​ຄື​ແນວ​ນິ້?​ນາງ​ອູ​ຊີນຜູ້​ນິ​ຍົມ​ໃຊ້​ຍີ່​ຫໍ້​ຊື່​ດັງ​ບອກ​ນັກ​ຂ່າວ​ວ່າ,

ຕາມ​ທຳມະ​ດາ,​ສິນຄ້າ​ຍີ່ຫໍ້​ຊື່ດັງ​ຂ້ອນ​ຂ້າງ​ປາ​ນີດ, ການ​ບໍລິ​ການ​ຫຼັງ​ການ​ຂາຍ ກໍ​ດີ​ທີ່​ສຸດ,​ສ່ວນ​ໃນ​ຮ້ານ​ຄ້າ​ຍີ່​ຫໍ້​ຊື່​ດັງ​ມີ​ບັນຍາ​ກາດ​ຂ້ອນ​ຂ້າງ​ງຽບ​ສະ​ງັດ,​ໃນ​ຍາມ​ຫວ່າງ​ນອກ​ໂມງ​ການ​ມາ​ທ່ຽວ​ຮ້ານ​ຄ້າ​ເຫຼົ່າ​ນີ້​ຂ້າ​ພະ​ເຈົ້າ​ຮູ້ສຶກ​ຊື່ນ​ອົກ​ຊື່ນ​ໃຈ.​ເຖິງ​ວ່າ​ລາຄາ​ສິນ​ຄ້າ​ຍີ່​ຫໍ້​ຊື່​ດັງ​ແພງ​ຫຼາຍ​ແລະ​ບໍ່​ຫຼຸດ​ລາ​ຄາ,​ແຕ່​ມັນກຸ້ມ​ຄ່າ​ທີ່​ສຸດ.

ກະ​ເປົາ,​ນ້ຳອົບ​ນ້ຳ​ຫອມ,​ໂມງ​ແຂນ,ເຄື່ອງນຸ່ງ​ຂອງ​ຖື​ເປັນ​ຕົ້ນ​ທີ່​ແມ່ນ​ຍີ່​ຫໍ້​ຊື່​ດັງ​ນັ້ນ,ລາ​ຄາ​ສູງ​ເຖິງ​ຫຼາຍ​ຮ້ອຍ​ຫຼາຍ​ພັນ​ຢວນ​ບາງ​ອັນ​ຈົນ​ເຖິງ​ຫຼາຍ​ໝື່ນ​ຫຼາຍ​ແສນ​ຢວນ.​ແຕ່​ວ່າ,ຍິງ​ໜຸ່ມ​ຫຼາຍ​ຄົນ​ກໍ່​ຄ້າຍຄື​ກັບ​ນາງ​ອູ,​ເຂົາ​ເຈົ້າ​ສົນ​ໃຈ​ນຳ​ສິນ​ຄ້າ​ພິ​ເສດ​ທີ່​ຂາຍ​ແຕ່​ຮ້ານ​ດຽວ​ຫຼືການ​ບໍລິ​ການ​ຂອງ​ສິນຄ້າ​ຍີ່​ຫໍ້​ຊື່​ດັງ,​ເມື່ອ​ພົບ​ເຫັນ​ສິນ​ຄ້າ​ທີ່​ຕົນມັກ​ນັ້ນ,​ແພງ​ປານ​ໃດ​ກໍ່​ຊື້.

​​​​​​​​​​​
ປັດຈຸ​ບັນ,​ຍິງ​ໜຸ່ມ​ຈີນ​ທີ່​ສະ​ເຫວີຍ​ເຄື່ອງ​ຟຸມ​ເຟືອຍ​ແບ່ງ​ເປັນ​ສອງ​ປະເພດ,​ປະ​ເພດ​ໜຶ່ງ​ແມ່ນ​ຜູ້ຍິງ​ຮັ່ງມີ,​ພວກ​ເຂົາ​ເຈົ້າ​ມັກ​ຫຼີກ​ໜີ​ຈາກ​ຝູງ​ຄົນ,​ນິຍົມ​ການ​ບໍລິການ​ທີ່​ມີ​ບຸກ​ຄະ​ລິກ​ລັກ​ສະ​ນະ,​ໄປ​ຮ້ານ​ຂາຍ​ເຄື່ອງ​ຟຸມ​ເຟືອຍ​ເລື້ອຍໆ,​ຊື້​ສິນຄ້າ​ໃໝ່​ຫຼ້າ​ສຸດ. ອີກ​ປະ​ເພດ​ໜຶ່ງ​ແມ່ນ​ຜູ້ຍິງ​ເຂົ້າ​ການ,​ໃນ​ນັ້ນ​ພະນັກ​ງານ​ຂອງ​ບໍ​ລິ​ສັດ​ທຶນ​ຕ່າງ​ປະ​ເທດ​ເປັນ​ຕົວ​ແທນ.​ບາງທີ​ພວກ​ເຂົາ​ເຈົ້າ​ຈະ​ໃຊ້​ໝົດ​ເງິນ​ເດືອນ​ໄປ​ຊື້​ສິນ​ຄ້າ​ອັນ​ໜຶ່ງ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ສື່​ມວນ​ຊົນ​ແຫ່ງ​ໜຶ່ງ​ຂອງ​ນະ​ຄອນ​ຊຽງ​ໄຮ້​ໄດ້​ສຳ​ຫຼວດ​ຕໍ່ປະ​ຊາ ກອນ​ເນັດ​ໜຶ່ງ​ພັນ​ກວ່າ​ຄົນ​ກ່ຽວ​ກັບ​ການ​ສະ​ເຫວີຍ​ເຄື່ອງ​ຟຸມ​ເຟືອຍ,ຜົນສຳ​ຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ມີຊາວ​ໜຸ່ມ​ຈຳ​ນວນ​ຫຼວງ​ຫຼາຍ​ຈົນ​ເຖິງ​ຂັ້ນ​ໃຊ້​ເງິນ​ເກີນ​ບັນຊີ​ເພື່ອ​ຊື້​ ເຄື່ອງ​ຟຸມ​ເຟືອຍ.

ຄວາມ​ກະຕືລື​ລົ້ນຕໍ່​ເຄື່ອງ​ຟຸມ​ເຟືອຍ​ຂອງ​ຍິງ​ໜຸ່ມ​ເຫຼົ່າ​ນີ້ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ນັ້ນ,​ໄດ້​ນຳ​ເອົາ​ໂອ​ກາດ​ການ​ທຸ​ລະ​ກິດ​ຫຼວງ​ຫຼາຍ​ໃຫ້​ສິນ​ຄ້າ​ຊື່​ດັງ​ສາກົນ​ຫຼາຍ​ຍີ່​ຫໍ້.ນາງ​ຢາງ​ຊີງ​ຮົງ,​ພະ​ນັກ​ງານ​ບໍ​ລິສັດ​ສາຂາ​ຈີນ​ຂອງ​ກຸ່ມ​ບໍລິ​ສັດ​ໂອ​ເຣຍ​ທີ່​ມີ​ຍີ່​ຫໍ້​ລານ​ຄົມ​ຍີ່​ຫໍ້​ຊື່​ດັງ​ເຄື່ອງ​ສຳ​ອາງ​ສັງ​ກັດ​ຢູ່​ນັ້ນ​ບອກ​ນັກ​ຂ່າວ​ວ່າ,​ຜົນ​ງານ​ຈຳ​ໜ່າຍ​ຂອງຍີ່​ຫໍ້​ລານ​ຄົມ​ຢູ່​ເຂດ​ໃນ​ຈີນ​ເປັນ​ອັນ​ດັບ​ນຳ​ໜ້າ​ໃນ​ທົ່ວ​ໂລກ.​ຜົນ​ຈຳ​ໜ່າຍ​ດີ​ຄື​ແນວ​ນີ້​ເຮັດ​ໃຫ້​ກຸ່ມ​ບໍ​ລິ​ສັດ​ໂອ​ເຣຍ​ດີ​ໃຈ​ທີ່​ສຸດ,​ປັດ​ຈຸ​ບັນ,ກຸ່ມ​ບໍລິສັດ​ໂອ​ເຣຍ​ພວມ​ເພີ່ມ​ການ​ລົງທຶນ​ຢູ່ ຕະ​ຫຼາດ​ຈີນ.

ສຳ​ລັບ​ປະກົດ​ການ​ທີ່​ຍິງ​ໜຸ່ມ​ຈີນ​ມັກ​ເຄື່ອງ​ຟຸມ​ເຟືອຍ​ຍີ່​ຫໍ້​ຊື່​ດັງ​ແນວ​ນີ້, ນັກ​ສັງ​ຄົມ​ສາດ​ວິ​ໄຈ​ວ່າ,​ມູນ​ເຫດ​ເລິກ​ເຊິ່ງ​ແມ່ນ​ວ່າ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນິ້ ເສດ​ຖະ​ກິດ​ສັງ​ຄົມ​ຈີນ​ໄດ້​ເຕີບ​ໂຕ​ພັດ​ທະນາ.​ເສດ​ຖະ​ກິດ​ພັດ​ທະ​ນາ​ໄວ, ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ພາ​ລະ​ຄອບ​ຄົວ​ຂອງ​ຍິງ​ໜຸ່ມ​ຫຼາຍ​ຄົນ​ມີ​ໜ້ອຍ,​ມີ​ເງິນ​ຂ້ອນ​ຂ້າງ​ຫຼາຍ.​ເຄື່ອງ​ຟຸມ​ເຟືອຍ​ຍີ່​ຫໍ້​ຊື່​ດັງ​ເຫຼົ່າ​ນັ້ນ,​ໂດຍ​ຜ່ານ​ຈາກ​ການ​ໂຄ​ສະ​ນາ​ພິ​ເສດ,​ບວກ​ກັບ​ການ​ວາງ​ສະ​ແດງ​ອັນ​ດີ​ງາມ​ຢູ່​ທີ່​ຕູ້​ຂາຍ​ເຄື່ອງ,​ກໍ​ຍິງ​ໜຸ່ມ​ກໍ​ຖືກ​ດຶງ​ດູດ​ງ່າຍ.​ຍິງ​ໜຸ່ມ​ຈີນ​ມັກ​ເຄື່ອງ​ຟຸມ​ເຟືອຍ​ຫຼາຍ​ເກີນ​ໄປ​ແບບ​ນີ້​ກໍ່​ໄດ້​ເຮັດ​ໃຫ້​ນັກ​ສັງ​ຄົມ​ສາດ​ມີ​ສະ​ຕິ​ລະ​ວັງ​ຕົວ.ທ່ານ​ສາດ​ສະ​ຕາ​ຈານ​ໂຈ່ວ​ຊ້ຽວ​ເຈີ້ງ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ກົດ​ໝາຍ​ສັງຄົມ​ແຫ່ງ​ມະ​ຫາ​ວິທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ​ຊີ້​ອອກ​ວ່າ,

ຄວນ​ເວົ້າ​ວ່າ,ຍິງ​ໜຸ່ມ​ຈະ​ຖືກ​ປຸກ​ລະດົມ​ໄປ​ຊື້​ເຄື່ອງ​ຂ້ອນ​ຂ້າງ​ງ່າຍ,​ໂດຍ​ສະ​ເພາະ​ແມ່ນ​ເຄື່ອງ​ບໍ​ລິ​ໂພກ​ລະດັບ​ສູງ,​ມັນບໍ່​ພຽງ​ແຕ່​ມີ​ຄຸນ​ນະ​ພາບ​ດີ​ເທົ່າ​ນັ້ນ,​ຍັງ​ມີ​ການ​ບໍລິ​ໂພກ​ແບບ​ເອົາ​ໜ້າ​ເອົາ​ຕາ​ອີກ​ດ້ວຍ,​ມີ​ໝາຍ​ຄວາມ​ວ່າ,​ໄດ້​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານຈິດ​ໃຈ.

ທ່ານ​ສາ​ສະ​ດາ​ຈານ​ໂຈ່ວ​ເຫັນ​ວ່າ,​ຕະ​ຫຼາດ​ເຄື່ອງ​ຟຸມ​ເຟືອຍ​ຂອງ​ຈີນ​ຍັງ​ຢູ່​ໃນ​ໄລ​ຍະ​ຂັ້ນຕົ້ນ,​ຜູ້​ບໍລິ​ໂພກ​ສະ​ແຫວງ​ຫາ​ແຕ່ສິນ​ຄ້າ​ທີ່​ໃໝ່​ກວ່າ​ໝູ່​ມີ​ຈິດ​ໃຈ​ອວດ​ໂຕ,​ນີ້​ແມ່ນ​ວິ​ວັດ​ທະນາ​ການ​ທີ່ຈຳ​ເປັນ​ຂອງ​ສັງ​ຄົມ.ເຊື່ອ​ວ່າຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ພັດ​ທະ​ນາ,​ສັງ​ຄົມ​ກ້າວ​ໜ້າ,​ຈິດ​ຕະ​ສາດ​ບໍ​ລິ​ໂພກ​ຂອງ​ຄົນ​ຈີນ​ຈະ​ນັບ​ມື້​ນັບ​ມີ​ສະຕິ​ສຳ​ປະ​ຊັນຍະກ​ວ່າ​ເກົ່າ​ແລະ​ສຸກ​ງອມ​ກວ່າ​ເກົ່າ.

1  2