ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-03 11:04:24    
ຍິງ​ໜຸ່ມ​ຈີນ​ມັກ​ເຄື່ອງ​ຟຸມ​ເຟືອຍ​ຍີ່​ຫໍ້​ຊື່​ດັງ

cri


ຫຼາຍ​ປີ​ມາ​ນີ້,​ຄຽງ​ຄູ່​ກັບ​ລາຍ​ໄດ້​ຂອງ​ຄົນ​ຈີນ​ເພີ່ມ​ຂຶ້ນ,​ບາງ​ຄົນ​ເລີ່ມ​ນິ​ຍົມ​ໃຊ້​ເຄື່ອງ​ຟຸມ​ເຟືອຍ​ຍີ່​ຫໍ້​ຊື່​ດັງ,​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ ​ຍິງ​ໜຸ່ມ.​ຍ້ອນນາງ​ສາວ​ເຫຼົ່ານີ້​ນິ​ຍົມ​ໃຊ້​ເຄື່ອງ​ຟຸມ​ເຟືອຍ,​ຈຶ່ງ​ເຮັດ​ໃຫ້​ຫຼາຍຍີ່ຫໍ້​ຊື່​ດັງ​ສາ​ກົນ​ໄດ້​ຮັບ​ຜົນ​ກຳ​ໄລ​ຢ່າງ​ຫຼວງ​ຫຼາຍ​ຢູ່​ຕະ​ຫຼາດ​ຈີນ.

ນາງເຊີນ​ຊ້ຽນໆ​ທັງ​ໜຸ່ມ​ທັງ​ງາມ,​ແມ່ນ​ພະນັກ​ງານ​ໃນ​ບໍລິ​ສັດ​ໜຶ່ງ​ຢູ່​ນະ​ຄອນ​ກວງ​ໂຈ່ວ​ແຂວງ​ກວງ​ຕຸ້ງ​ພາກຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນ.ວັນ​ເສົາ​ວັນ​ທິດ​ໄປ​ເລາະ​ຮ້ານ​ຄ້າ​ຍີ່​ຫໍ້​ຊື່​ດັງ​ແມ່ນ​ເລື່ອງ​ທີ່​ສະ​ບາຍ​ອົກ​ສະ​ບາຍ​ໃຈ​ທີ່​ສຸດ​ຂອງ​ນາງ.ນາງ​ເຊີນ​ຊ້ຽນໆ​ເວົ້າ​ວ່າ,

ຍາມ​ທຳ​ມະ​ດາ​ຂ້າພະ​ເຈົ້າກໍ່ມັກ​ໄປ​ເລາະ​ຮ້ານ​ຄ້າ​ຍີ່ຫໍ້​ຊື່ດັງ,​ຕົວ​ຢ່າງ​ວ່າ,​ຂ້າ ພະ​ເຈົ້າ​ມັກກະ​ເປົາ​ຍີ່​ຫໍ້​ໄບ​ລີ້,​ຮູ້​ສຶກ​ວ່າ​ມັນ​ທັງ​ກະທັດ​ຫັດ​ທັງ​ງາມ.​ສ່ວນ​ນ້ຳ​ອົບ​ນ້ຳ​ຫອມ,​ຂ້າພະ​ເຈົ້າ​ມັກ​ຍີ່​ຫໍ້​ຊາ​ເນນ​ຫຼາຍ​ກວ່າ.ເຄື່ອງ​ສຳ​ອາງ,​ຂ້າພະ​ເຈົ້າ​ມັກ​ຍີ່​ຫໍ້​ລານ​ຄົມ.​ເຖິງ​ວ່າ​ຂອງ​ເຫຼົ່າ​ນິ້​ແພງ​ຫຼາຍ,​ແຕ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ກຸ້ມ​ຄ່າ​ທີ່​ສຸດ.
​​​​​​​​​​​​​​​​​​


ກໍ່​ເຊັ່ນ​ດຽວ​ກັນ​ກັບ​ນາງ​ເຊີນ,​ປັດຈຸ​ບັນ,​ຍິງ​ໜຸ່ມຈີນ​ນັບ​ມື້​ນັບ​ຫຼາຍ​ນິ​ຍົມ​ຊື້​ສິນ​ຄ້າ​ຊື່​ດັງລາ​ຄາ​ແພງຊະ​ນິດ​ຕ່າງໆ.ຢູ່​ຕາມ​ຖະ​ໜົນ,​ທ່ານ​ຈະ​ໄດ້​ເຫັນ​ນາງ​ສາວ​ໄດ້​ຫິ້ວ​ກະ​ເປົາ​ຍີ່​ຫໍ້​ຊື່​ດັງ​ໃສ່​ໂມງ​ແຂນ​ຜະ​ລິດ​ສວິສ​ເລື້ອຍໆ.​ເມື່ອ​ໄປ​ທ່ຽວ​ຮ້ານ​ຄ້າ​ໃຫຍ່​ໃນ​ຕົວ​ເມືອງ​ໃຫຍ່​ຄື​ປັກ​ກິ່ງ ຊຽງ​ໄຮ້​ເປັນ​ຕົ້ນ,​ທ່ານ​ຈະ​ໄດ້​ເຫັນ​ວ່າ,ຢູ່​ໜ້າ​ຕູ້​ຂາຍ​ເຄື່ອງ​ຟຸມ​ເຟືອຍ​ຍີ່​ຫໍ້​ຊື່​ດັງ​ຕ່າງໆ,​ເຊັ່ນ​ກູ​ຊີ,​ອາມາ​ນີ,​ຊາ​ເນນ,​ຜູ້​ບໍລິ​ໂພກ​ສ່ວນ​ຫຼາຍ​ແມ່ນ​ນາງ​ສາວ.​ເອົາ​ເຄື່ອງ​ສຳອາງ​ຍີ່​ຫໍ້​ລານ​ຄົມ​ເປັນ​ຕົວ​ຢ່າງ,ຜູ້​ບໍລິ​ໂພກ​ຢູ່​ເຂດ​ໃນ​ຈີນ​ສ່ວນ​ຫຼາຍ​ແມ່ນ​ເພດ​ຍິງ​ທີ່​ອາ​ຍຸ​ແຕ່​25ປີ​ຫາ​34​ປີ.​ບົດ​ລາຍ​ງານ​ຄົ້ນ​ຄວ້າ​ສະ​ບັບ​ໜຶ່ງ​ທີ່​ບໍລິ​ສັດ​ອານ​ຢົງ​ທີ່​ເປັນ​ໜຶ່ງ​ໃນ​ສຳ​ນັກ​ງານ​ວຽກ​ງານ​ນາຍ​ບັນຊີ​ສາ​ກົນ​ສີ່​ແຫ່ງ​ປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ກຸ່ມ​ຄົນ​ບໍລິ​ໂພກ​ຂອງ​ຈີນ​ທີ່​ສະໜັບ​ສະໜູນ​ໂດຍ​ຍິງ​ໜຸ່ມ​ຈີນນັ້ນ​ໃນ​ປີ2004​ກໍ່​ໄດ້​ຊື້​ເຄື່ອງ​ຟຸມ​ເຟືອຍ​ກວມ​ທົ່ວ​ໂລກ​ປະ​ມານ12%.
1  2