ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-27 22:40:48    
ກຳ​ມະ​ບານ​ທຸກ​ຂັ້ນ​ຂອງ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ດ້ານ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດ​ໝາຍ​ຂອງ​ກຳ​ມະ​ກອນ

cri

ທີ່​ຈິງ​ແລ້ວ,ບໍ່​ສະ​ເພາະ​ແຕ່​ເມືອງ​ອີ​ອູ​ເທົ່າ​ນັ້ນ,ອົງການ​ກຳມະບານ​ຂອງ​ທ້ອງ​ຖິ່ນ​ອື່ນໆ​ຂອງ​ຈີນ​ກໍ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ.ຢູ່​ນະຄອນ​ທຽນ​ສິນ ພາກ​ເໜືອ​ຂອງ​ຈີນ,​ອົງ​ການ​ກຳ​ມະ​ບານ​ນະຄອນ​ດັ່ງກ່າວ​ໄດ້​ຕັ້ງ​ສູນ​ບໍລິການ​ປະ​ສົມ​ສຳ​ລັບ​ພາ​ລະ​ກອນ​​.ສູນ​ດັ່ງ​ກ່າວ​ມີ​ພະ​ນັກ​ງານ​100​ກວ່າ​ຄົນ,​ເປີດ​ສາຍ​ດ່ວນ​ ​ຕະຫຼອດ24ຊົ່ວ​ໂມງ.​ສູນ​ບໍ​ລິ​ການ​ໄດ້​ຕັ້ງ​7​ລະ​ບົບ​ຮັບ​ມື​ດ່ວນ​ເຊັ່ນ​ຊ່ອຍ​ພາບ​ລະ​ກອນ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ,ການ​ຜະລິດ​ຢ່າງ​ປອດ​ໄພ,​ການ​ເຕືອນ​ໄພ​ແລະ​ປະ​ສານ​ງານ​ການ​ພົວພັນ​ແຮງ​ງານ​ເປັນ​ຕົ້ນ,​ແລະ​ໄດ້​ຕັ້ງ​ລະບົບ​ຊຳລະ​ຂໍ້​ມູນ​ຂ່າວ​ສານ​ຄົບ​ຊຸດ.

ທ່ານ​ຊານ​ຊຽງ​ຈຸ່ນ ປະທານ​ສະຫະພັນ​ກຳມະບານ​ນະຄອນ​ທຽນ​ສິນ​ໄດ້​ຍົກ​ເອົາ​ການ​ຊ່ອຍ​ພາລະ​ກອນ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ໃນ​ດ້ານ​ການ​ຜະລິດ​ຢ່າງ​ປອດ​ໄພມາ​ເປັນ​ຕົວຢ່າງ,​ໄດ້ແນະ​ນຳ​ສະພາບ​ເຮັດ​ວຽກ​ຂອງ​ສູນ​ບໍລິການ​ຕໍ່​ນັກ​ຂ່າວວ່າ:"ຕົວຢ່າງຄື​ເມື່ອ​ປະກົດ​ມີ​ບັນຫາ​ຄວາມ​ປອດ​ໄພ​ໃນ​ການ​ຜະລິດ,ພະນັກງານ​ຂອງສູນ​ບໍລິການ​ພວກ​ຂ້າພະ​ເຈົ້າກໍ​ຈະ​ໄປ​ຮອດ​ທີ່​ເກີດ​ເຫດ, ພາກສ່ວນ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ເຫດການ​ແນວ​ໃດ,ຂໍ້​ສະຫຼຸບ​ແມ່ນ​ຫຍັງ,ລ້ວນ​ແຕ່​ໄດ້​ຖ່າຍ​ວິ​ດີ​ໂອ​ເອົາ​ໄວ້.ຖ້າວ່າ​ປະກົດ ​ມີ​ການ​ກະທຳລະ​ເມີດ​ສິດ​​ແລະ​ຜົນ​ປະ​ໂຫຍ​ດຂອງ​ພາລະກອນດຢ່າງ​ແທ້​ຈິງ,ພວກ​ຂ້າພະ​ເຈົ້າກໍ​ຈະ​ຊ່ອຍ​ພາລະ​ກອນ​ຕໍ່​ສູ້​ຄະດີ."

ໃນ​3ປີ​ມານີ້,ສູນ​ບໍລິການ​ດັ່ງກ່າວ​ໄດ້​ຊ່ອຍ​ແກ້​ໄຂ​ບັນຫາ​ຕົວ​ຈິງ​ໃຫ້​ພາລະ​ກອນ​ຜູ້​ປະສົບ​ຄວາມ​ຫຍຸ້ງຍາກ1​ແສນ6​ໝື່ນ​ເທື່ອ​ຄົນ​.

ເຂດ​ຊິນ​ຢາງ ​ແຂວງ​ເຮີ​ນານ ພາກ​ກາງຂອງ​ຈີນ​ໄດ້​ຖື​ການ​ພັດທະນາ​ກະສິກຳ​ເປັນ​ຕົ້ນຕໍ,​ໃນ​ຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ຂະ​ບວນວິວັດຫັນ​ກະສິກຳ​​ເປັນ​ອຸດສາຫະກຳ​ໄດ້​ເລັ່ງລັດ​ໄວ​ເຂົ້າ,​ແຮ​ງງານ​ເຫຼືອ​ເຟືອ​ໃນ​ຊົນນະບົດ​ໄດ້​ເພີ່ມ​ຂຶ້ນ.ປັດຈຸບັນ,ຊາວ​ກະສິກອນ​ເ​ມື​ອງ​ຊິນ​ຢາງ​ທີ່​ເຮັດ​ວຽກ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ມີ​ປະມານ1​ລ້ານ4​ແສນກວ່າ​ຄົນ.​ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດໝາຍ​ຂອງ​​ແຮງ​ງານເຫຼົ່າ​ນີ້,ສະຫະພັນ​ກຳມະບານ​ເມືອງ​ຊິນ​ຢາງ​ໄດ້​ສ້າງ​ກົນ​ໄກ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທັງຢູ່​ບ່ອນ​ສົ່ງ​ອອກ​ແຮງ​ງານ​ແລະ​ບ່ອນ​ຮັບ​ເອົາ​ແຮງ​ງານ.ທ່ານ​ເສິນ​ມິນ ປະທານ​ສະຫະພັນ​ກຳມະບານ​ເມືອງ​ຊິນ​ຢາງ​ບອກ​ນັກ​ຂ່າວ​ວ່າ:

"ກ່ອນ​​ເຂົ້າມາ​ເຮັດ​ວຽກ​ໃນ​ເມືອງ,ຊາວ​ກະສິກອນ​ເຂົ້າ​ຮ່ວມ​ອົງການ​ກຳມະບານ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ກຳ​ມະ​ບານ,​ພວກ​ຂ້າ​ພະ​ເຈົ້າ​ໄດ້​ເບີກ​​ໃບ​ສະ​ມາ​ຊິກ​ໃຫ້​ພວກ​ເຂົາ​ເຈົ້າ​.​ເມື່ອ​ໄປ​ຮອດ​ບ່ອນ​​ເຮັດ​ວຽກ​ແລ້ວ,​ກໍ​ຍ້າຍ​ຄຸນ​ວຸດ​ທິ​ສະ​ມາ​ຊິກ​ກຳ​ມະ​ບານ​ໃຫ້​ກຳ​ມະ​ບານ​ທ້ອງ​ຖິ່ນ​ດັ່ງ​ກ່າວ.​ເຮັດ​ແນວ​ນີ້, ເມື່ອ​​ແຮງ​ງານ​ປະ​ສົບ​ອຸ​ບັດ​ເຫດ​​ແລະ​ຖືກ​ທຳ​ຮ້າຍ,​ສິດ​ແລະ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ເຂົາ​ກໍ​ຈະ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ຢ່າງ​ບັງ​ເກີດ​ຜົນ."

ທ່ານ​ເສິນ​ມິນ​ກ່າວ​ວ່າ,​ແຕ່​ເມືອງ​ຊິນ​ຢາງ​ປະຕິບັດ​ກົນ​ໄກ​ດັ່ງກ່າວ​ເປັນ​ເວ​ລາ​3​ປີ​ມາ​ນີ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ເດັ່ນ​ຊັດ.​​ໄດ້​ສ້າງ​ຕາ​ໜ່າງ​ເຄືອ​ຂ່າຍ​ກຳ​ມະ​ບານ​ປົກ​ປ້ອງ​ສິດ​4​ຂັ້ນ​ຄື​ຂັ້ນ​ນະ​ຄອນ,​ຂັ້ນ​ເຂດ​,ຂັ້ນ​ເມືອງ,​ຂັ້ນ​ຕາ​ແສງ,​ໄດ້​ຊ່ອຍ​ຊາວ​ກະ​ສິ​ກອນ​ທີູ່​ເຮັດ​ວຽກ​ຢູ່​​ໃນ​ເມືອງ​ທວງ​ຄືນ​ເງິນ​​ເດືອນ​ທີ່​ຕິດ​ຄ້າງ​ລວມ​140​ລ້ານ​ກວ່າ​ຢວນ,​ຊ່ອຍ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ເມືອງ​ເຊັນ​ຂໍ້​ຜູກ​ພັນ​ແຮງ​ງານ​ແລະ​ເຊັນ​ຂໍ້​ຜູກ​ພັນ​ຕາມ​ຫຼັງ​3​ແສນ​ກວ່າ​ສະ​ບັບ,​ແລະ​ຍັງ​ໄດ້​ຊ່ອຍ​ຊຳ​ລະ​ອຸ​ບັດ​ເຫດ​ກຳ​ມະ​ກອນ​ຖືກ​ບາດ​ເຈັບ​ໃນ​ເວລາ​ເຮັດ​ວຽກ​ແລະ​ຄະ​ດີ​ລ່ວງ​ລ້ຳ​ສິດ​ຈຳ​ນວນ​ບໍ່​ໜ້ອຍ​ອີກ​ດ້ວຍ.


1  2