
ການພັດທະນາເສດຖະກິດຕະຫຼາດຂອງຈີນໄດ້ພາໃຫ້ມີວິສາຫະກິດລະບອບກຳມະສິດຕ່າງໆກຳເນີດເກີດຂຶ້ນ,ເຮັດໃຫ້ການພົວພັນດ້ານແຮງງານຂອງຈີນສັບສົນເຂົ້າແລະມີຫຼາຍຢ່າງຫຼາຍແນວ.ໃນຊູ່ມື້ນີ້,ຖ້າວ່າສິດແລະຜົນປະໂຫຍດຂອງກຳມະກອນອັນໄພສານຖືກລ່ວງລ້ຳ,ສິ່ງທີ່ພວກເຂົາເຈົ້າຄິດອອກກ່ອນໝູ່ແມ່ນຂໍໃຫ້ອົງການກຳມະບານຊ່ອຍແກ້ໄຂບັນຫາ.
ທ່ານຖົງກວ່າງຫົງ ປີນີ້ອາຍຸ30ກວ່າປີ,ກ່ອນນີ້1ປີກວ່າ,ເພິ່ນໄດ້ເຊັນຂໍ້ຜູກພັນຮັບຈ້າງໄລຍະ1ປີກັບວິສາຫະກິດເອກະຊົນແຫ່ງໜຶ່ງຂອງເມືອງອີອູແຂວງເຈີ້ຈ່ຽງ ພາກຕາເວັນອອກຂອງຈີນ.ຕາມຂໍ້ຜູກພັນ,ເມື່ອຮອດເວລາກຳນົດ,ເຖົ້າແກ່ຂອງວິສາຫະກິດເອກະຊົນແຫ່ງນີ້ຈະຈ່າຍຄ່າແຮງງານໝົດປີລວມ2ໝື່ນ5ພັນກວ່າຢວນໃຫ້ທ່ານຖົງກວ່າງຫົງໃນບາດດຽວໂລດ.ແຕ່ວ່າ,ປີນີ້,ເມື່ອຂໍ້ຜູກພັນເຕັມເວລາກຳນົດແລ້ວ,ເຖົ້າແກ່ຂອງວິສາຫະກິດແຫ່ງດັ່ງກ່າວພັດໂຕນໜີໄປຕ່າງຖິ່ນຍ້ອນຕິດໜີ້, ບໍ່ໄດ້ຈ່າຍເງິນເດືອນໃຫ້ທ່ານຖົງກວ່າງຫົງ.ທ່ານຖົງກວ່າງຫົງຮ້ອນຮົນໃຈທີ່ສຸດ,ເລີຍໄປຫາສະຫະພັນກຳມະບານເມືອງອີອູ,ທ່ານເວົ້າວ່າ:
"ໃນເວລາຂ້ອຍໄປຮອດສະຫະພັນກຳມະບານ,ພະນັກງານທັງຫຼາຍໄດ້ຕ້ອນຮັບຂ້ອຍຢ່າງອົບອຸ່ນ,ທັງໄດ້ສອບຖາມເລື່ອງຂອງຂ້ອຍ.ພວກເຂົາເຈົ້າປອມໃຈຂ້ອຍວ່າຢ່າຮ້ອນໃຈ,ທັງບອກຂ້ອຍໃຫ້ມີຄວາມອົດທົນວ່າ:ເລື່ອງນີ້ຍ່ອມຈະໄດ້ຮັບການແກ້ໄຂໃຫ້ຕົກ."
ຍ້ອນທ່ານຖົງກວ່າງຫົງມີຄວາມຮູ້ດ້ານກົດໝາຍບໍ່ຫຼາຍ,ພະນັກງານຂອງສູນປົກປ້ອງສິດຕາມກົດໝາຍຂອງກຳມະບານເມືອງອີອູໄດ້ອະທິບາຍຂໍ້ກຳນົດດ້ານກົດໝາຍວ່າດ້ວຍແຮງງານໃຫ້ທ່ານຊາບຢ່າງມີໃຈອົດທົນ,ແລະຊ່ອຍທ່ານຮ່າງໜັງສືຮ້ອງຟ້ອງ,ຍື່ນໃຫ້ຄະນະກຳມະການອະນຸຍາໂຕຕຸລາການແຮງງານວິຊາຊີບເມືອງອີອູດຳເນີນຄະດີ.ໂດຍພິຈາລະນາເຖິງສະພາບຫຍຸ້ງຍາກທາງເສດຖະກິດຂອງທ່ານຖົງກວ່າງຫົງ,ສະຫະພັນກຳມະບານເມືອງອີອູໄດ້ອອກໜ້າປະສານງານ,ປະຕິບັດລະບຽບການຊ່ອຍເຫຼືອດ້ານກົດໝາຍ,ຍົກເລີກຄ່າທຳນຽມທີ່ກ່ຽວຂ້ອງໃຫ້ທ່ານ.
ທ່ານວາງເຢຊິງ ຂອງສູນປົກປ້ອງສິດຕາມກົດໝາຍຂອງກຳມະບານເມືອງອີອູໃນນາມເປັນພະນັກງານຜູ້ໜຶ່ງຂອງຄະນະກຳມະການອະນຸຍາໂຕຕຸລາການ,ໄດ້ຕາງໜ້າຝ່າຍກຳມະບານເຂົ້າຮ່ວມການຕັດສິນຄະດີລາຍນີ້.ທ່ານບອກນັກຂ່າວວ່າ:"ໜັງສືຕັດສິນຍັງບໍ່ທັນຕົກລົງໃນທີ່ສຸດ,ພວກຂ້າພະເຈົ້າຈະຕິດຕາມຕະຫຼອດໄປ,ຊ່ອຍເພິ່ນຈົນກວ່າທວງເອົາເງິນເດືອນໃຫ້ໄດ້."
ຢູ່ສະຫະພັນກຳມະບານເມືອງອີອູແຂວງເຈີ້ຈ່ຽງ,ນັກຂ່າວໄດ້ປະກົດເຫັນວ່າ,ສູນປົກປ້ອງສິດຕາມກົດໝາຍໄດ້ຕັ້ງຫ້ອງການຫຼາຍຫ້ອງເຊັ່ນຫ້ອງຕ້ອນຮັບ,ຫ້ອງໃຫ້ຄຳປຶກສາດ້ານກົດໝາຍ,ຫ້ອງໄກ່ເກ່ຍ,ຫ້ອງຮັບສາຍດ່ວນ.ຕາມທ່ານຈ້າວລານ ຮອງປະທານກຳມະບານເມືອງອີອູສະເໜີໃຫ້ຮູ້ວ່າ,ວຽກງານຕົ້ນຕໍຂອງສູນປົກປ້ອງສິດຕາມກົດໝາຍນອກຈາກ ການເຂົ້າຮ່ວມການຕັດສິນການວິວາດກັນດ້ານແຮງງານທີ່ພາລະກອນປະສົບ,ສະໜອງການບໍລິການຕ່າງໆໃຫ້ພາລະກອນເຊັ່ນເປັນຜູ້ຕາງໜ້າຮ້ອງຟ້ອງເປັນຕົ້ນແລ້ວ,ຍັງເປັນປະທານໄກ່ເກ່ຍການວິວາດກັນດ້ານແຮງງານແລະອົບຮົມດ້ານກົດໝາຍຕໍ່ພາລະກອນເປັນຕົ້ນ.
ເມືອງອີອູແຂວງເຈີ້ຈ່ຽງແມ່ນຕົວເມືອງທີ່ມີຄົນຕ່າງຖິ່ນມາເຮັດວຽກໃນເມືອງດັ່ງກ່າວອ່າວຫຼາຍ,ຍ້ອນວ່າມີອົງການກຳມະບານຍາດແຍ່ງແລະປົກປ້ອງສິດແລະຜົນປະໂຫຍດໃຫ້ພວກເຂົາເຈົ້າ,ກຳມະກອນທັງຫຼາຍຈິ່ງໄວ້ວາງໃຈທີ່ສຸດຕໍ່ສະພາບແວດລ້ອມເຮັດວຽກຢູ່ແຫ່ງນີ້.ປີໃດກໍມີແຮງງານນັບເປັນພັນເປັນໝື່ນຈາກແຫ່ງຕ່າງໆຂອງຈີນມາຊອກຫາວຽກເຮັດງານທຳຢູ່ເມືອງນ້ອຍແຫ່ງນີ້ທີ່ຂຶ້ນຊື່ລືນາມຍ້ອນຜະລິດແລະຈຳໜ່າຍສິນຄ້ານ້ອຍໆ.
1 2
|