ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 20:05:51    
ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໄດ້​ປ່ຽນ​ແປງ​ຊີ​ວິດ​​ການ​ເປັນ​ຢູ່​ຂອງ​ຊາວ​ນາ​ຈ່າງ​ເຈ່ຍ​ເຈ້

cri

ໃນ​ຫຼາຍ​ປີ​ມາ​ນີ້,ຈ່າງ​ເຈ່ຍ​ເຈ້​ໄດ້​ຕັ້ງ​ຫໍພິພິທະ​ພັນ​ຈຳນວນ​ໜຶ່ງ​ທີ່ວາງສະ​ແດງ​ວັດທະນະທຳ​ຮີດຄອງ​ປະ​ເພນີ​ປະຊາຊົນ,ນີ້​ທັງ​ໄດ້​ເພີ່ມ​ເນື້ອ​ໃນ​ການທ່ອງທ່ຽວຂອງ​ທ່ອງ​ຖິ່ນ,​ແລະ​ກໍ​ໄດ້​ຊ່ອຍ​ເພີ່ມ​ໂອກາດ​ຫາວຽກ​ເຮັດ​ງານ​ທຳ​ແລະ​ສ້າງ​ລາຍ​ໄດ້​ໃຫ້​ແກ່​ຊາວນາ​ທັງຫຼາຍ.

ຫໍຊິວຮວາຊານ

ຫໍ​ຊິວ​ຮວາ​ຊານ​ແມ່ນ​ຫໍພິພິທະ​ພັນ​ເຜົ່າ​ທູ​ເຈ່ຍ​ເອກະ​ຊົນ​ແຫ່ງ​ໜຶ່ງ​ຂອງ​ຈ່າງ​ເຈ່ຍ​ເຈ້,​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ນີ້​ນອກຈາກ​ວາງສະ​ແດງ​ເຄື່ອງ​ໃຊ້​ປະຈຳ​ວັນ​ແລະ​ເຄື່ອງມື​ອອກ​ແຮງ​ງານ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນ​ຂອງ​ເຜົ່າ​ທູ​ເຈ່ຍ​ແລ້ວ,ຍັງ​ໄດ້​ສະ​ແດງ​ລາຍການ​ພື້ນ​ເມືອງ,​ຜະ​ລິດ​ແລະ​ຈຳ​ໜ່າຍ​ຮູບ​ແຕ້ມ​ກ້ອນ​ຫີນ​ຊາແລະ​ເຄື່ອງ​ຫັດຖະກຳ​ຂອງ​ເຜົ່າ​ທູ​ເຈ່ຍ.​ມື້​ໃດ​ກໍ​ມີ​ຫຼາຍໆ​ຄົນ​ມາ​ທັດ​ສະ​ນາ​ຈອນ​ຢູ່​ແຫ່ງ​ນີ້.

ເຄື່ອງຫັດຖະກຳໃນຫໍຊິວຮວາຊານ

ທ່ານ​ເຮີ​ສູ​ຮວາ ຫົວໜ້າ​ຫໍ​ຊິວ​ຮວາ​ຊ່ານ​ບອກ​ນັກ​ຂ່າວ​ວ່າ,ພະນັກງານ​40ກວ່າ​ຄົນ​ໃນ​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ນີ້​ສ່ວນ​ຫຼາຍ​ແມ່ນ​ຊາວນາ​ຂອງທ້ອງ​ຖິ່ນ,ວັດຖຸ​ດິບ​ທີ່​​ແຕ້ມ​ຮູບ​ກ້ອນ​ຫີນ​ຊາ​ແລະ​ເຄື່ອງ​ຫັດ​ຖະ​ກຳ​ເຊິ່ງ​ວາງ​ສະ​ແດງ​ໃນ​ຫໍ​ພິ​ພິ​ທະ​ພັນ​ນັ້ນ​ລ້ວນ​ແຕ່​ແມ່ນ​ຊາວ​ນາ​ເຫຼົ່າ​ນີ້​​ເປັນ​ຜູ້​ຜະ​ລິດ.​ທ່ານ​ເວົ້າ​ວ່າ:

"ຂ້າພະ​ເຈົ້າ​ໄດ້​​ໃຫ້​ຊາວນາ​ໃນ​ຊົນນະ​ບົດ​ຜະລິດ​ວັດຖຸ​ດິບ,​ໃຊ້​ຮູບ​ແບບ​ບໍລິສັດ​ບວກ​ກັບ​ຄອບ​ຄົວ​ຊາວນາ,​ໃຫ້​ຄອບຄົວຊາວນາ​ຫຼວງຫຼາຍຜະລິດ​ຜະລິດ​ຕະພັນນີ້,​​ໃຫ້​ພວກ​ເຂົາ​ເຈົ້າ​ເຂົ້າ​ສູ່​ຂະ​ບວນ​ການ​ຜະລິດ.​ແຕ່​ກ່ອນ​ພວກ​ເຂົາ​ເຈົ້າ​ຢູ່​ລ້າໆ​ຍ້ອນ​ບໍ່​ມີ​ວຽກ​ເຮັດ.​ດຽວ​ນີ້​ທັງ​ມີ​ວຽກ​ເຮັດ​ທັງ​​ໄດ້​ເງິນ,ວິ​ສາ​ຫະກິດ​ຂອງ​ຂ້າພະ​ເຈົ້າ​ກໍມີ​ລາຍ​ໄດ້ນັບ​ມື້​ນັບ​ຫຼາຍ​."

ຮູບແຕ້ມກ້ອນຫີນຊາ

ທ່ານ​ໂກວ​ເທ​ຈຸ່ນ ພະນັກງານ​ຂອງ​ພະ​ແນ​ກທ່ອງ​ທ່ຽວ​ເມືອງ​ຈ່າ​ງ​ເຈ່ຍ​ເຈ້​ກ່າວ​ວ່າ,​ການ​ພັດ​ທະ​ນາ​ການທ່ອງທ່ຽວ​ໄດ້​​ເຮັດໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວນາ​​ເມືອງ​ຈ່າງ​ເຈ່ຍ​ເຈ້​ ​ມີ​ການ​ປ່ຽນ​ແປງ​ຫຼາຍ​ແນວ.ທ່ານ​ກ່າວ​ວ່າ:"​ເບົ້າ​ແບບ​ຈິນຕະນາການຂອງ​ພວກ​ຊາວນາ​ໄດ້​ປ່ຽນ​ຈາກ​​ແບບປິດ​ປະ​ຕູ​ມາ​ເປັນ​​ ​ແບບ​ເປີດ​ປະຕູ​.ຂໍ​ຍົກ​ເອົາ​ຕົວຢ່າງ​ອັນ​ໜຶ່ງ,​ໃນ​ເຂດ​ທິວ​ທັດ​ຈ່າງ​ເຈ່ຍ​ເຈ້,​ແມ່​ເຖົ້າ​ແລະ​ເດັກນ້ອຍ​ຫຼາຍໆ​ຄົນ​ລ້ວນ​ແຕ່​ປາກ​ພາສາ​ເກົາຫຼີ​ເປັນ.ນີ້​ແມ່ນ​ການ​ປ່ຽນ​ແປງ​ສຳຄັນ​​ແນວ​ໜຶ່ງ."

ແຂກ​ທ່ອງ​ທ່ຽວ​ສ.​ເກົາຫຼີ​ທີ່​ມາ​ທ່ຽວ​ຈ່າງ​ເຈ່ຍ​ເຈ້​ມີຢ່າງ​ຫຼວງ​ຫຼາຍ,ສະ​ນັ້ນ,ຊາວນາ​ຫຼາຍໆ​ຄົນ​ຢູ່​ເຂດ​ທິວ​ທັດ​ລ້ວນ​ແຕ່​ຮຽນ​ຮູ້​ການ​ທັກ​ທາຍ,​ແນະນຳ​ສິນຄ້າ​ແລະ​ຕໍ່​ລາຄາ​ດ້ວຍ​ພາສາ​​ເກົາ​ຫຼີ.​ຢູ່​ຕີນ​ພູ​ແຫ່ງ​ໜຶ່ງ​ຂອງ​ຈ່າງ​ເຈ່ຍ​ເຈ້,ນັກ​ຂ່າວ​ໄດ້​ເຫັນ​ວ່າ,ຢູ່​ອ້ອມ​ຂ້າງ​ສະໜາມ​ຫຼວງ​​ແຫ່ງ​ໜຶ່ງ​ມີ​ຮ້ານ​ຂາຍ​ເຄື່ອງ​ຫັດຖະກຳ,ຮ້ານ​ອາຫານ​ຈຳນວນ​ຫຼວງ​ຫຼາຍ,​ເຈົ້າ​ຂອງ​ຮ້ານ​ລ້ວນ​ແຕ່​ແມ່ນ​ຊາວ​ນາ​ທ້ອງ​ຖິ່ນ.​ເມື່ອ​ແຂກ​ທ່ອງ​ທ່ຽວ​ຄົນສ.​ເກົາຫຼີ​ພໍ​ຍ່າງ​ຜ່ານ​ປະຕູ​ຮ້ານ,​ເຈົ້າ​ຂອງ​ຮ້ານ​ກໍ​​ໃຊ້​ພາ​ສາ​ເກົາ​ຫຼີ​ຖາມ​ສະບາຍ​ດີນຳ​ພວກ​ເຂົາ​ເຈົ້າ​ໃນ​ທັນທີ.ນັກ​ຂ່າວ​ໄດ້​ໂອ້​ລົມ​ກັບ​ທ່ານ​ວາງ​ມາວ​ເຊິ້ງ ​ເຈົ້າ​ຂອງ​ຮ້ານ​ຄ້າ​ແຫ່ງ​ໜຶ່ງ.ທ່ານ​ເວົ້າ​ວ່າ:

"​ເຮົາ​ເອງ​ກໍ​ແມ່ນ​ທັງ​ເຮັດ​ທຸລະ​ກິດທັງ​ຮຽນ​ພາສາ​ເກົາຫຼີ,​ຮຽນ​ໄດ້​ປະ​ມານ​ສອງ​ປີ​ແລ້ວ.​ແຕ່​ລະ​ມື້,​ແຂກ​ທ່ອງ​ທ່ຽວສ.ເກົາຫຼີ​ມາ​ຊື້​ສິນຄ້າ​ທີ່​ມີ​ມູນ​ຄ່າ​1​ໝື່ນ​ຫາ2​ໝື່ນ​ວ້ອນ​ເກົາ​ຫຼີ,​ເຊິ່ງ​ເທົ່າ​ກັບ​100​ກວ່າ​ຢວນ."

ເບິ່ງ​ແມ, ການ​ພັດທະນາ​ການທ່ອງທ່ຽວ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຊາວນາ​ເມືອງ​ຈ່າງ​ເຈ່ຍ​ເຈ້​ໄດ້​ປ່ຽນ​ແປງ​ຊີວິດ​ການ​ເປັນ​ຢູ່​ອັນ​ທຸ​ກຍາກ​ລຳບາກ​ແລະ​ທັດ​ສະ​ນະ​ຄະ​ຕິ​ຮັກ​ສາ​ຄອງ​ເກົ່າ​ເທົ່າ​ນັ້ນ,​ຫາກ​ຍັງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຮຽນ​ຮູ້​ພາ​ສາ​ຕ່າງ​ປະ​ເທດ​ອີກ​ດ້ວຍ.


1  2