ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 20:05:51    
ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໄດ້​ປ່ຽນ​ແປງ​ຊີ​ວິດ​​ການ​ເປັນ​ຢູ່​ຂອງ​ຊາວ​ນາ​ຈ່າງ​ເຈ່ຍ​ເຈ້

cri

ຈ່າງ​ເຈ່ຍ​ເຈ້​ແມ່ນ​ເຂດ​ທິວ​ທັດ​ທີ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ​ຢູ່ພາກ​ໃຕ້​ຈີນ,ພາບ​ວິວ​ທິວ​ທັດ​ທີ່​ສວຍ​ງາມ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ.​ການ​ພັດ​ທະ​ນາ ​ການ​ທ່ອງ​ທ່ຽວ​ໄດ້​ຊ່ອຍ​ໃຫ້​ຊາວນາ​ທ້ອງ​ຖິ່ນ​ດັ່ງກ່າວ​ມີ​ລາຍ​ໄດ້​ເພີ່ມຂຶ້ນ,​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້ານັບ​ມື້​ນັບ​ດີ​ຂຶ້ນ.

ຈ່າງ​ເຈ່ຍ​ເຈ້​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແຂວງ​ຫູ​ນານ​ຈີນ,ມີ​ທັດ​ສະ​ນີ​ຍະ​ພາບ​ຫີ​ນກວາດທີ່​ຕ່າງ​ໝູ່,ມີ​ລະບົບ​ຊີວະ​ພາບ​ອັນ​ຄົບ​ຖ້ວນ​ແລະ​ພາບ​ວິວ​ທິວ​ທັດ​ອາ​ກາດ​ທີ່​ຫຼາຍ​ຮູບ​ຫຼາຍ​ສີ.​ເຂດ​ທິວ​ທັດ​ອູ​ລິນ​ຢວນທີ່​ປະກອບ​ດ້ວຍ​ຈ່າງ​ເຈ່ຍ​ເຈ້​ແລະ​ພາບ​ທິວ​ທັດ​ທຳ​ມະ​ຊາດ​ອີກ​ສອງ​ແຫ່ງ​ຖືກ​ອົງການ​ຢູ​ເນັສ​​ໂກ​ຈັດ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ.​ແຕ່​ຊຸມ​ປີ90​ສະ​ຕະ​ວັດ​ທີ່​ແລ້ວ​ມາ​ນີ້,ຜູ້​ທີ່​ມາ​ທ່ຽວ​ຢູ່​ຈ່າງ​ເຈ່ຍ​ເຈ້​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ,ການ​ທ່ອງ​ທ່ຽວ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ໄວວາ.ຊູ່​ມື້​ນີ້,ລົດ​ບັສ​ທ່ອງ​ທ່ຽວ​​ແລ່ນ​ໄປໆ​ມາໆ​ຢູ່​ຕາມ​ທາງ​ຫຼວງ​ຊັ້ນ​ສູງ​ທີ່​ໄປ​ຫາ​ຈ່າງ​ເຈ່ຍ​ເຈ້,ຢູ່​ສະຖານີ​ລົດ​ໄຟ​ທ້ອງ​ຖິ່ນ​ດັ່ງກ່າວ​ມີ​ຂະ​ບວນລົດ​ໄຟ​ຄົນ​ໂດຍ​ສານ​20​ຂະ​ບວນ​ເຂົ້າ​ອອກ​ຕໍ່​ມື້,​ປະລິມານ​ແຂກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ອອກເດີນ​ຍົນ​ສາກົນ​​ໄດ້​ລື່ນ​ກາຍ​1​ລ້ານ​ເທື່ອ​ຄົນ​ຕໍ່​ປີ.

ໃນ​ເມື່ອ​ກ່ອນ,​ເສດຖະກິດ​ຂອງ​ຈ່າງ​ເຈ່ຍ​ເຈ້​ທີ່​ຢູ່​ເຂດ​ພູດ​ອຍຫ່າງ​ໄກ​ສອກຫຼີກ​ແມ່ນ​ຫຼ້າ​ຫຼັງ​ທີ່​ສຸດ.ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ພັດ​ບໍ່​ໄດ້​ດີງາມ​ຄື​ທິວ​ທັດ​ທຳ​ມະ​ຊາ​ດ​ແຫ່ງ​ນັ້ນ.​ພາຍ​ຫຼັງ​ການທ່ອງທ່ຽວ​ໄດ້​ພັດທະນາ​ແລ້ວ,ຊີ​ວີ​ດການ​ເປັນ​ຢູ່​ຂອງ​ຊາວນາ​ ​ຈ່າງ​ເຈ່ຍ​ເຈ້​ກໍ​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ນຳ.

ແຕ່​ລະ​ມື້ພໍ​ ​ຟ້າ​ແຈ້ງ,ທ່ານ​ລູຖາງ​ໂຢວ ຊາວນາ​ທີ່​ອາຍຸ53​ປີ​ກໍໄປ​ຮອດ​ເຂດ​ທິວ​ທັດ​ຫວງ​ສື​ຈ້າຍ​ຂອງ​ຈ່າງ​ເຈ່ຍ​ເຈ້,​ເລີ່​ມ​ເຮັດ​ວຽກ​ທັບກ້ອນ​ຫີນ​ປູ​ທາງ.​ເຮືອນ​ຂອງ​ພໍ່​ເຖົ້າ​ລູຖາງ​ໂຢວຕັ້ງ​ຢູ່​ບ້ານ​ຢູຊີ​ທີ່​ຫ່າງ​ຈາກ​ຫວງ​ສື​ຈ້າຍ​ບໍ່​ໄກ.ພໍ່​ເຖົ້າ​ເວົ້າ​ວ່າ:ຢູ່​ອ້ອມ​ແອ້ມບ້ານ​ຂອງ​ເພິ່ນລ້ວນ​ແຕ່​ແມ່ນພູ​ຫີນ,ມີ​ດິນ​ປູກຝັງ​ໜ້ອຍ​ທີ່​ສຸດ.​ຊາວ​ບ້ານ​ພັນ​ກວ່າ​ຄົນ,​ແຕ່​ກ່ອນ​ຫາ​ລ້ຽງຊີບ​ໂດຍ​ອາ​ໄສ​ການ​ປູກ​ເຂົ້າ​ສາລີ,ຊີວິດ​ການ​ເປັນ​ຢູ່​ທຸກ​ຍາກ​ທີ່​ສຸດ.ພໍ່​ເຖົ້າ​ເວົ້າ​ວ່າ:"​ແຕ່​ກ່ອນ,ຄອບຄົວ​ຂ້ອຍ​ຍັງ​ຕ້ອງ​ອາ​ໄສ​ເງິນ​ເກື້ອກູນຂອງ​ອົງການ​ປົກຄອງ​​ໄປ​ຊື້​ເຂົ້າ,ຄອບຄົວ​ຈຳນວນ​ໜຶ່ງ​ທີ່​ມີ​ລູກ​ເຕົ້າ​ຫຼາຍ​ຈົນ​ວ່າ​ບໍ່​ສາມາດ​ລ້ຽງ​ກຸ້ມ​ຄອບຄົວ​ໄດ້.​ໃນ​ບ້ານ​ມີຄອບຄົວທີ່ທຸກ​ຍາກຢ່າງ​ຫຼວງ​ຫຼາຍ,ລາຍ​ໄດ້​ຕໍ່​ປີ​ມີ​ແຕ່​ຫຼາຍຮ້ອຍ​ຢວນທໍ່​ນັ້ນ."

ຕັ້ງ​ແຕ່​ຈ່າງ​ເຈ່ຍ​ເຈ້​ພັດທະນາ​ການທ່ອງທ່ຽວ​ຢ່າງ​ຄຶກຄັກ​ແລ້ວ,​ແຫ່ງ​ນີ້​ໄດ້​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ​ຈຳນວນ​ຫຼວງ​ຫຼາຍ,ຕົວຢ່າງ​ຄື​ສ້າງ​ທາງ,​ໂຮງ​ແຮມ​ແລະ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ,ສ້າງ​ສິ່ງ​ແວດ​ລ້ອມ​ໃຫ້​ສວຍ​ງາມ​​ແລະ​ອື່ນໆ.ພໍ່​ເຖົ້າ​ລູຖາງ​ໂຢວທີ່​ມີ​ສີມື​ດ້ານ​ກໍ່ສ້າງ​ເລີຍ​ໄປ​ເຮັດ​ວຽກ​ປູ​ທາງ,ສ້າງ​ຂົວ​ຢູ່​ເທດສະບານ​ເມືອງ​ແລະ​ເຂດ​ທິວ​ທັດ.ຊາວ​ບ້ານ​ອື່ນໆ​ກໍ​ໄດ້​ເຮັດວຽກທີ່​ກ່ຽວຂ້ອງ​ກັບ​ການທ່ອງທ່ຽວ.ພໍ່​ເຖົ້າ​ລູຖາງ​ໂຢວບອກ​ນັກ​ຂ່າວ​ວ່າ:"ຊາວບ້ານ​ທັງຫຼາຍ,ບາງ​ຄົນ​ປູກ​ຕົ້ນ​ໄມ້,ບາງ​ຄົນ​ປູກ​ດອກ​ໄມ້,ບາງ​ຄົນ​ເຮັດ​ວຽກ​ປຸກ​ເຮືອນ​ມຸງ​ດິນ​ຂໍ,ບາງ​ຄົນ​ຍັງ​ເຮັດ​ວຽກ​​ເລັກໆ​ນ້ອຍໆ​ໃຫ້​ຜູ້​ອື່ນ."

ຕັ້ງ​ແຕ່​ເຮັດ​ວຽກ​ກ່ຽວ​ກັບ​ການທ່ອງທ່ຽວ​ແລ້ວ,ພວກ​ຊາວນາ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ບໍ່​ໜ້ອຍ.​ດຽວ​ນີ້,​ລາຍ​ໄດ້​ສະ​ເລ່ຍຕາມ​ຫົວ​ຄົນ​ຕໍ່​ປີ​ຂອງ​ບ້ານ​ຢູຊີ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ເມື່ອ​ກ່ອນ​10​ເທົ່າ​ຂຶ້ນ​ໄປ,ຄອບຄົວ​ສ່ວນ​ຫຼາຍ​ໄດ້​ປຸກ​ເຮືອນ​ໃໝ່.

ໃນ​ເມື່ອ​ກ່ອນ,ຍ້ອນ​ເສດຖະກິດ​ຫຼ້າ​ຫຼັງ,ຊາວນາ​ຈຳນວນ​ບໍ່​ໜ້ອຍຂອງ​ຈ່າງ​ເຈ່ຍ​ເຈ້ລ້ວນ​ແຕ່​ໄດ້​ອອກ​ຈາກບ້ານ​​ໄປເຮັດ​ວຽກ​ຢູ່​ນອກເພື່ອ​ຫາ​ເງິນ,ຊູ່​ມື້​ນີ້,ການ​ພັດທະນາ​ ​ການທ່ອງທ່ຽວ​ໄດ້​ຊັກ​ຈູງ​ການ​ພັດທະນາ​ຂອງ​ຜະລິດຕະກຳ​ທີ​ສາມ​ຂອງ​ທ້ອງ​ຖິ່ນ​ດັ່ງກ່າວ.​ໂອກາດ​ຫາ​ເງິນ​ນັບ​ມື້​ນັບ​ຫຼາຍ,ຊາວນາ​ຫຼວງ​ຫຼາຍທີ່​ອອກ​ໄປ​ເຮັດ​ວຽກ​ຢູ່ຕ່າງ​ຖິ່ນ​ນັ້ນ​ໄດ້​ກັບ​ຄືນ​ສູ່​ບ້ານ.​ລູກ​ກົກ​ຂອງ​ພໍ່​ເຖົ້າ​ລູຖາງ​ໂຢວ​ແຕ່​ກ່ອນ​​ເຄີຍໄປ​ເຮັດ​ວຽກ​ຢູ່​ເຂດ​ແຄມ​ທະ​ເລ​,ດຽວ​ນີ້​ລາວ​ໄດ້​ກັບ​ຄືນ​ມາ​ເຮັດ​ວຽກ​ຢູ່​ໂຮງ​ແຮມ​ຫຼັງ​ໜຶ່ງ.

1  2