|
 |
(GMT+08:00)
2005-06-29 16:16:00
|
 |
[ຄະນະຮ້ອງເພງ"ອາລີລາງ"]
cri
Author: mo

ວັນທີ 20 ມິຖຸນາປີ 2003, ແຜ່ນCDແຜ່ນທຳອິດຂອງຄະນະອາລີລາງທີ່ໃຫ້ຊື່ວ່າ"ອາລີລາງ"ໄດ້ຈຳໜ່າຍແລ້ວ. ເດືອນສິງຫາປີ 2003, ຄະນະ"ອາລີລາງ"ໄດ້ອັດຈຳໜ່າຍແຜ່ນCDອາລີລາງສະບັບພາສາເກົາຫລີຢ່າງສຳເລັດຜົນຢູ່ສ.ເກົາຫລີ, ກາຍເປັນຄະນະທຳອິດຂອງເຂດໃນຈີນທີ່ເຂົ້າສູ່ຕະຫລາດແຜ່ນສຽງສ.ເກົາຫລີ, ແລະໄດ້ຮັບຄວາມນິຍົມກັນຫລາຍທີ່ສຸດ, ນີ້ໄດ້ເຮັດໃຫ້ພວກເຂົາເຈົ້າຢ່ວງບາດກ້າວສຳຄັນເຂົ້າສູ່ຕະຫລາດແຜ່ນສຽງສາກົນ.
 ແຕ່ວ່າ, ຄະນະ"ອາລີລາງ"ກ່າວວ່າ, ພວກເຂົາເຈົ້າບໍ່ພໍໃຈນຳຜົນງານໃນສະເພາະໜ້າ. ພວກເຂົາເຈົ້າຫວັງໄຫ້ມີການຂະຫຍາຍຕົວເປັນຢ່າງດີຢູ່ຈີນ, ຍັງສາມາດເດີນໄປສູ່ໂລກ, ເຮັດໃຫ້ຄົນຍິ່ງຫລາຍກວ່າເກົ່າໄດ້ຟັງເພງຂອງເຂົາເຈົ້າ, ແລະຮູ້ສຶກມ່ວນຊື່ນນຳສຽງເພງຂອງພວກເຂົາເຈົ້າ. ທ້າວຈິນເຈີນານກ່າວວ່າ: ປັດຈຸບັນ, ເມື່ອທຽບກບດາລາເພງຊັ້ນໂລກຂອງອາເມລິກາແລະປະເທດອື່ນໆແລ້ວ, ພວກເຮົາຍັງມີຄວາມໂຕນກັນຫລາຍໃນດ້ານແຕ່ງເພງແລະການຮ້ອງເພງເປັນຕົ້ນ. ພວກເຮົາພະຍາຍາມແກ້ຂໍ້ຂາດຕົກບົກຜ່ອງເຫຼົ່ານີ້ໃຫ້ຕົກພາຍໃນເວລາສັ້ນໆ, ເພື່ອບັນລຸເຖິງລະດັບໂລກ. 1 2 3 4
|
|
|